ຄະນະສະເພາະກິດຮັບຜິດຊອບການຄວບຄຸມ ແລະ ແກ້ໄຂວຽກງານຕ້ານໂຄວິດ-19 ກະຊວງປ້ອງກັນຄວາມສະຫງົບ ລົງຕິດຕາມສະພາບເຄື່ອນໄຫວການເພີ່ມທະວີຈັດຕັ້ງປະຕິບັດວຽກງານວິຊາສະເພາະຢູ່ດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງ ( ຕມ ) ຂົວມິດຕະພາບ ລາວ-ໄທ ແລະ ສະໜາມບິນສາກົນວັດໄຕ ນຳພາໂດຍທ່ານ ພັອ ຈູມມະນີ ວົງມະນີ ຮອງຫົວໜ້າກົມໃຫຍ່ສັນຕິບານ ທັງເປັນຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແພ່ລະບາດພະຍາດໂຄວິດ-19 ກະຊວງ ປກສ ພ້ອມດ້ວຍຄະນະ ໃນວັນທີ 24 ເມສາ 2020.

ຄະນະສະເພາະກິດມອບຜ້າອັດປາກ-ດັງ ໃຫ້ເຈົ້າໜ້າທີ່ປະຈຳດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ

ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄຸ້ມຄອງດ່ານ ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃຫ້ຮູ້ວ່າ: ດ່ານສາກົນແຫ່ງດັ່ງກ່າວເປັນດ່ານປະເພດໜຶ່ງທີ່ມີຄົນ, ພາຫະນະເຂົ້າ-ອອກເປັນຈຳນວນຫຼວງຫຼາຍຕໍ່ມື້ສະເລ່ຍ 10 ພັນ-11 ພັນຄົນຕໍ່ມື້, ລົດເຂົ້າ-ອອກ 1,900-2,000 ຄັນຕໍ່ມື້, ໃນໄລຍະທີ່ມີການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມຄຳສັ່ງ ຂອງທ່ານນາຍົກລັດຖະມົນຕີ ເລກທີ 06 ແລະ ຂໍ້ຕົກລົງຂອງຄະນະສະເພາະກິດ ຢ່າງເຂັ້ມງວດ ເປັນຕົ້ນແມ່ນການຄຸມເຂັ້ມກ່ຽວກັບການປິດດ່ານເຂົ້າ-ອອກ (ຍົກເວັ້ນລົດຂົນສົ່ງສິນຄ້າ), ເອົາໃສ່ຕິດຕາມກວດກາພະນັກງານ-ນັກຮົບ ໃນການປະຈຳການເຂົ້າ-ອອກ, ໄດ້ສີດຢາຂ້າເຊື້ອສຳລັບລົດບັນທຸກຂົນສົ່ງສິນຄ້າທຸກຄັນ, ສ່ວນຜູ້ທີ່ຈະເຂົ້າ-ອອກໃນນາມຢ້ຽມຢາມ, ທ່ອງທ່ຽວ ແມ່ນບໍ່ສາມາດເຂົ້າ-ອອກໄດ້, ນັບແຕ່ວັນທີ 23 ມີນາ 2020-21 ເມສາ 2020 ມີແຮງງານລາວກັບຄືນປະເທດທັງໝົດ ໂດຍຜ່ານດ່ານແຫ່ງນີ້ 5.101 ຄົນ ຍິງ 3.336 ຄົນ ແລະ ໄດ້ປະສານສົມທົບກັບພາກສ່ວນແພດໝໍໃນການລົງກວດ ແລະ ການຈຳກັດບໍລິເວນ 14 ວັນສຳລັບແຮງງານລາວທີ່ກັບເຂົ້າປະເທດ.

ສໍາລັບຢູ່ດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ ສະໜາມບິນສາກົນວັດໄຕ ໃນໄລຍະການເຝົ້າລະວັງການແພ່ລະບາດຂອງພະຍາດໂຄວິດ-19, ພັຕ ຄຳພຽງ ສາລະພູວັນ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງການກ່ຽວກັບການປ້ອງກັນ ແລະ ສະກັດກັ້ນ ການແພ່ລະບາດຂອງເຊື້ອພະຍາດທີ່ກໍາລັງລະບາດໃນປັດຈຸບັນ ພະນັກງານ-ນັກຮົບ ແລະ ພາກສ່ວນທີ່ກ່ຽວຂ້ອງທຸກສະຫາຍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ, ເຂັ້ມງວດໃນການກວດກາລາຍງານຄົນເຂົ້າ-ອອກທຸກກໍລະນີ.

ພ້ອມນັ້ນ, ຍັງໄດ້ຕິດຕາມການເຂົ້າ-ອອກຂອງສາຍການບິນພິເສດທີ່ມາຈາກຫຼາຍປະເທດເພື່ອຮັບເອົາພົນລະ ເມືອງຂອງຕົນກັບປະເທດ, ເຂັ້ມງວດໃນການປະສານງານກັບຄະນະສະເພາະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍການແຊຣ໌ຂໍ້ມູນໃນໜ່ວຍງານປະສານງານຢູ່ກຸ່ມວັອດແອັບ, ເຂັ້ມງວດໃນການກວດກາຄົນພະນັກງານປະຈຳການ ແລະ ຄະນະສະເພາະກິດໃນການເຂົ້າ-ອອກຢູ່ດ່ານ, ໃຈໃສ່ປະຕິບັດຕາມຫຼັກການສຸຂະອະນາໄມຂອງກະຊວງ ສາທາ ລະນະສຸກ ຢ່າງເຂັ້ມງວດ ເປັນຕົ້ນແມ່ນການວັດແທກອຸນຫະພູມ, ສີດຢາຂ້າເຊື້ອ, ລ້າງມືດ້ວຍເຈວຂ້າເຊື້ອ, ໃສ່ຜ້າອັດປາກ-ດັງ ກ່ອນອອກປະຕິບັດໜ້າທີ່ ແລະ ໄດ້ໂຈະການໃຫ້ບໍລິການຊົ່ວຄາວສາຍການບິນທຸກສາຍການບິນ ຈົນກວ່າພະຍາດດັ່ງກ່າວນີ້ຈະຢຸດຕິການແຜ່ລະບາດໃນບັນດາປະເທດທົ່ວໂລກເວົ້າລວມ, ເວົ້າສະເພາະແມ່ນຢູ່ບັນດາປະເທດອ້ອມຂ້າງ ສປປ ລາວ.

ຄະນະສະເພາະກິດມອບຜ້າອັດປາກ-ດັງ ໃຫ້ເຈົ້າໜ້າທີ່ປະຈຳດ່ານ ຕມ ສະໜາມບິນສາກົນວັດໄຕ

ຈາກນັ້ນ, ຄະນະສະເພາະກິດກໍໄດ້ມອບຜ້າອັດປາກ-ດັງ ຈຳນວນໜຶ່ງໃຫ້ເຈົ້າໜ້າທີ່ທັງ 2 ດ່ານເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ.