ວັນທີ 23 ເມສາ 2020, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມຄະນະ ໄດ້ລົງຕິດຕາມ, ກວດກາ, ຊຸກຍູ້ ແລະ ຊີ້ນໍາກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການເຝົ້າລະວັງ ການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຕານປ່ຽວ ກົມຕຳຫຼວດຄຸມຂັງ-ດັດສ້າງ, ວິທະຍາຄານສັນຕິບານປະຊາຊົນ ແລະ ວິທະຍາຄານຕຳຫຼວດປະຊາຊົນ ກະຊວງປ້ອງກັນຄວາມສະຫງົບ ພ້ອມທັງມອບຜ້າອັດປາກ-ດັງໃຫ້ບັນດາກົມກອງດັ່ງກ່າວຈໍານວນໜຶ່ງ ເພື່ອໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ ແລະ ຫຼີກລ່ຽງຈາກການຕົກເປັນກຸ່ມສ່ຽງຕິດເຊື້ອພະຍາດໃຫ້ນັບມື້ຫຼຸດລົງເປັນກ້າວໆ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ມອບຜ້າອັດປາກ-ດັງໃຫ້ ຄ້າຍຄຸມຂັງ-ດັດສ້າງ ຕານປ່ຽວ

ໃນໂອກາດດຽວກັນ, ບັນດາທ່ານຕາງໜ້າແຕ່ລະກົມກອງ ກໍໄດ້ລາຍງານສະພາບການໂດຍຫຍໍ້ ກ່ຽວກັບການເຝົ້າລະວັງພະຍາດດັ່ງກ່າວຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນເອງ; ນອກນັ້ນ, ຄະນະຍັງໄດ້ລົງກວດກາສະຖານທີ່ ຫຼື ສູນຮອງຮັບເຫດສຸກເສີນ ກໍລະນີທີ່ມີຜູ້ຕິດເຊື້ອເກີດຂຶ້ນໃນຂົງເຂດດັ່ງກ່າວ ແລະ ຕິດຕາມການຝຶກວິຊາຊີບຂອງນັກໂທດ, ການປູກຝັງທໍາການຜະລິດຮັບໃຊ້ຄົວເຮືອນລວມ ແລະ ຫໍພັກນັກສຶກສາ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ມອບຜ້າອັດປາກ-ດັງໃຫ້ ວິທະຍາຄານສັນຕິບານປະຊາຊົນ

ສໍາລັບການຈັດຕັ້ງປະຕິບັດ ແມ່ນໄດ້ເພີ່ມກົດລະບຽບດ້ວຍການປິດເສັ້ນທາງເຂົ້າ-ອອກ, ຫ້າມບໍ່ໃຫ້ບຸກຄົນ, ພະນັກງານ-ນັກຮົບທັງພາຍໃນ-ພາຍນອກເຂົ້າ-ອອກຄ້າຍ, ວິທະຍາຄານ ໂດຍບໍ່ໄດ້ຮັບອະນຸຍາດ, ຖ້າມີຄວາມຈໍາເປັນຈະຕ້ອງເຂົ້າ-ອອກ ແມ່ນ ໄດ້ກວດກາ ຢ່າງເຂັ້ມງວດ. ພ້ອມນັ້ນ, ເພື່ອຮອງຮັບນັກສຶກສາທີ່ຈະເຂົ້າມາພັກທີ່ຫໍພັກ ແລະ ສືບຕໍ່ຮໍ່າຮຽນ, ຄະນະຮັບຜິດຊອບໄດ້ຈັດຕັ້ງປະຕິບັດດ້ວຍການສີດພົ່ນຢາຂ້າເຊື້ອ, ອະນາໄມອ້ອມຮອບບໍລິເວນ ເພື່ອກຽມພ້ອມເປີດຮຽນທີ່ຈະມາເຖິງໄວໆນີ້.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ມອບຜ້າອັດປາກ-ດັງໃຫ້ ວິທະຍາຄານຕຳຫຼວດປະຊາຊົນ