ໃນວັນທີ 24 ເມສາ 2020  ສູນກາງແນວລາວສ້າງຊາດ, ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ບໍລິສັດລາວເວີນ ມະຫາຊົນ ໄດ້ຮ່ວມກັນມອບໜ້າກາກອະນາໄມ ຈຳນວນ 65.000 ອັນ ໃຫ້ນະຄອນຫຼວງວຽງຈັນ ລວມມູນຄ່າ 208.000.000 ກີບ; ເພື່ອແຈກຍາຍໃຫ້ຜູ້ປະຕິບັດວຽກງານໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ 19.

ໃນນີ້ ສູນກາງພຸດທະສາດສະໜາສຳພັນລາວ ຈຳນວນ 50 ກັບ, ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ 100 ກັບ ແລະ ສາຂານະຄອນຫຼວງວຽງຈັນ 80 ກັບ; ກູ້ໄພ 9  ໜ່ວຍງານລະ 20 ກັບ, ໂຮງໝໍສູນກາງ 103 ຈຳນວນ 150 ກັບ, ໂຮງໝໍມິດຕະພາບ 150 ຕຽງ ຈຳນວນ 150 ກັບ, ໂຮງໝໍມະໂຫສົດ ຈຳນວນ100 ກັບ, ໂຮງໝໍເສດຖາທິລາດ ຈຳນວນ 100 ກັບ; ໂຮງໝໍແມ່ ແລະ ເດັກໜອງພະຍາ ຈຳນວນ 30 ກັບ, ໂຮງໝໍແມ່ ແລະ ເດັກ 150 ຕຽງ ຈຳນວນ 30 ກັບ, ຈາລະຈອນ 9 ຕົວເມືອງ ນວ ເມືອງລະ 10 ກັບ, ສື່ມວນຊົນ 10 ພາກສ່ວນ ພາກສ່ວນລະ 10 ກັບ ແລະ ກອງບັນຊາການທະຫານ ນວ 50 ກັບ ເພື່ອເປັນການປະກອບສ່ວນເຂົ້າໃນພາລະກິດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19.  ເຂົ້າຮ່ວມມີ ພະອາຈານ ພົງສະຫວັນ ອານສິນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂາ ນວ; ທ່ານ ທັດນະຄອນ ທຳມະວົງ ປະທານບໍລິສັດລາວເວີນມະຫາຊົນ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຮສຈ ດຣ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ.