ທ່ານນາຍົກ ໃຫ້ກຳລັງໃຈແພດ-ໝໍ ແລະ ຢ້ຽມຢາມຜູ້ປ່ວຍໂຄວິດ-19

0
1302

ວັນທີ 27 ເມສາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ໄດ້ລົງໄປຢ້ຽມຢາມໃຫ້ກໍາລັງໃຈພະນັກງານແພດ-ໝໍ ແລະ ຢ້ຽມຢາມຜູ້ປ່ວຍໂຄວິດ-19 ທີ່ກຳລັງຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ 150 ຕຽງ, ໃຫ້ການຕ້ອນຮັບໂດຍທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພະນັກງານແພດ-ໝໍ.

ທ່ານ ດຣ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ໄດ້ລາຍງານກ່ຽວກັບສະພາບການປະຕິບັດໜ້າທີ່ຂອງແພດ-ໝໍ; ປັດຈຸບັນ, ຜູ້ປ່ວຍທີ່ຕິດເຊື້ອໂຄວິດ-19 ທີ່ມາປິ່ນປົວຢູ່ໂຮງໝໍມິດຕະພາບ ມີຈຳນວນ 11 ຄົນ ແລະ ອີກ 1 ຄົນຢູ່ຫຼວງພະບາງ ສຸຂະພາບແມ່ນມີອາກາດປົກກະຕິໝົດທຸກຢ່າງ ໂຮງໝໍຮັບປິ່ນປົວຄົນເຈັບແຕ່ວັນທີ 23 ມີນາ ຈົນມາຮອດທີ 7 ເມສາ 2020 ທີ່ມີກໍລະນີຕິດເຊື້ອຜູ້ສຸດທ້າຍ ຈົນມາຮອດປັດຈຸບັນກໍບໍ່ມີກໍລະນີອີກເລີຍ ສະພາບຄົນເຈັບຫຼັງຈາກການປິ່ນປົວແລ້ວ ການຕອບຮັບຕໍ່ການປິ່ນປົວຖືວ່າດີບໍ່ມີອາການໄຂ້, ໄອ, ຈາມ, ເຈັບຄໍ ຫຼື ຫາຍໃຈຝືດຕ່າງໆ ແຕ່ເພື່ອຄວາມປອດໄພທາງແພດ-ໝໍຈຶ່ງໄດ້ສືບຕໍ່ປິ່ນປົວໃຫ້ຫາຍດີຕື່ມອີກ.

ການປິ່ນປົວຄົນເຈັບໂດຍກົງ ທາງໂຮງໝໍມີຫຼາຍທີມງານ ໂດຍສະເພາະທີມງານກັ່ນກ່ອງແມ່ນຈະໄຈ້ແຍກກຸ່ມທີ່ມີອາການໄຂ້ ແລະ ທີມງານກັ່ນກອງໂຄວິດແມ່ນຈະມີຄວາມສ່ຽງຂຶ້ນໄປເລື້ອຍໆ; ສະເພາະທີມງານແພດ-ໝໍທີ່ພວກເຮົານຳໃຊ້ມາບໍລິການພໍ່-ແມ່ປະຊາຊົນໃນການປິ່ນປົວ ແມ່ນໄດ້ອຸທິດຕົນເພື່ອພາລະກິດນີ້ແທ້ໆ ນັບແຕ່ມື້ທີ່ຮັບຄົນເຈັບເຂົ້າມາປິ່ນປົວຈົນເຖິງມື້ນີ້ມີແພດ-ໝໍ ລວມທັງພະຍາບານຫຼາຍທ່ານທີ່ຍັງບໍ່ທັນໄດ້ເມືອເຮືອນ ຫຼັງຈາກປົວຄົນເຈັບແລ້ວ ພວກເຮົາແມ່ນຈະໃຫ້ຢູ່ຫໍພັກຕຶກຕ່າງຫາກບໍ່ໃຫ້ໄປພົວພັນກັບຄອບຄົວ ລວມທັງຄົນອື່ນຢູ່ສັງຄົມ ເຊິ່ງແມ່ນມາດຕະການຄວບຄຸມການຕິດເຊື້ອ ເພື່ອບໍ່ໃຫ້ບຸກຄົນທີ່ມີຄວາມສ່ຽງ ອາດຈະເອົາເຊື້ອໄປສູ່ສັງຄົມ ຫຼື ວ່າຄອບຄົວ, ມາຮອດປັດຈຸບັນນີ້ ບໍ່ມີແພດ-ໝໍທ່ານໃດມີອາການສ່ຽງຕໍ່ການຕິດເຊື້ອ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງເປັນໄຍເຫັນອົກເຫັນໃຈ ພ້ອມທັງຍ້ອງຍໍຊົມເຊີຍທີມແພດ-ໝໍທີ່ໄດ້ມີຄວາມເສຍສະລະຊີວິດສ່ວນຕົວ ແລະ ຄອບຄົວ ປະຕິບັດໜ້າທີ່ອັນໜັກໜ່ວງດ້ວຍຄວາມຮັບຜິດຊອບສູງຕໍ່ຄົນເຈັບ, ຕໍ່ສ່ວນລວມ, ຕໍ່ປະຊາຊົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອຫຼຸດລົງ; ແຕ່ເຖິງຢ່າງໃດກໍຕາມ, ພະຍາດໂຄວິດ ຍັງບໍ່ທັນຫາຍອອກຈາກປະເທດເຮົາ. ດັ່ງນັ້ນ, ບັນດາພະນັກງານແພດ-ໝໍ ກໍຈົ່ງມີສະຕິຕື່ນຕົວສືບຕໍ່ປະຕິບັດໜ້າທີ່ຕາມຄວາມຮັບຜິດຊອບເພື່ອປິ່ນປົວຜູ້ປ່ວຍໃຫ້ຫາຍດີໂດຍໄວ ພ້ອມທັງຮັກສາສຸຂະພາບຕົນເອງໃຫ້ມີຄວາມແຮງແຂງ ເພື່ອສ້າງຄວາມເຊື່ອໝັ້ນຕໍ່ປະຊາຊົນ ໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນຕໍ່ທີມແພດ-ໝໍຫຼາຍຂຶ້ນ.

ນອກນັ້ນ, ທ່ານ ດຣ ສະໜອງ ທອງຊະນະ ຍັງໃຫ້ສຳພາດ ກ່ຽວກັບເຄື່ອງມື, ອຸປະກອນການແພດວ່າ: ໄດ້ຮັບການຊີ້ນຳຢ່າງເອົາໃຈໃສ່ຈາກຄະນະສະເພາະກິດ ມີທັງທີ່ມີແລ້ວ ແລະ ຍັງມີແຜນທີ່ຈະຈັດຊື້ເຄື່ອງອຸປະກອນທີ່ຈຳເປັນ, ສະເພາະເຄື່ອງຊ່ວຍຫາຍໃຈແມ່ນມີ 20 ກວ່າໜ່ວຍແລ້ວ ສະເພາະໂຮງໝໍ ແລະ ເປັນທີ່ໂຊກດີທີ່ບໍ່ມີຄົນເຈັບທີ່ໜັກໜ່ວງຈົນໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ, ສ່ວນເຄື່ອງນຸ່ງປ້ອງກັນຕົນເອງ ກໍໄດ້ຮັບການຕອບສະໜອງຈາກທາງຄະນະສະເພາະກິດ ກໍຄືກະຊວງສາທາລະນະສຸກ ກໍສາມາດພຽງພໍຮອງຮັບຄົນເຈັບໄດ້ຈຳນວນຫຼວງຫຼາຍ. ພ້ອມນີ້, ພໍ່-ແມ່ປະຊາຊົນກໍມີສ່ວນຮ່ວມໃນການປະກອບສ່ວນໃຫ້ເຄື່ອງປ້ອງກັນຕົນເອງ ລວມທັງວັດຖຸອຸປະກອນຕ່າງໃຫ້ແກ່ໂຮງໝໍ ເຊິ່ງທາງໂຮງໝໍກໍໄດ້ນຳໃຊ້ເປັນປະໂຫຍດໃຫ້ແກ່ການປິ່ນປົວເພື່ອຊ່ວຍເຫຼືອຄົນເຈັບ.

ພາບ-ຂ່າວ: ບຸນເຫຼືອ ບຸນສົງ