ໃນວັນທີ 27 ເມສານີ້, ບໍລິສັດ ບຸນທະລາ ຈະເລີນຊັບ ແລະ ຮ້ານນຸກແອທິກ ເກັດຕິ້ງ ຂາຍປີ້ຍົນທັງພາຍໃນ ແລະ ຕ່າງປະເທດ ໄດ້ມອບເຄື່ອງຊ່ວຍເຫຼືອ ປະເພດນໍ້າດື່ມ, ໝີ່ ແລະ ປ້ອງປາ ໃຫ້ກັບກະຊວງ ປກສ ເພື່ອຍຸກຊູ້ວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດ ໂຄວິດ-19 ລວມມູນຄ່າ 9.100.000 ກີບ.

ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ກ່າວສະແດງຄວາມຂອບໃຈມາຍັງທ່ານ ນັນທະສັກ ບຸນທະລາ ປະທານບໍລິສັດ ບຸນທະລາ ຈະເລີນຊັບ ແລະ ທ່ານ ຮຸ່ງແປງ ແກ້ວວົງສາ ປະທານຮ້ານ ນຸກແອທິກເກັດຕິ້ງ ຂາຍປີ້ຍົນທັງໃນ ແລະ ຕ່າງປະເທດ ທີ່ໃຫ້ການຊຸກນຍູ້ຊ່ວຍເຫຼືອ ແລະ ເຫັນໄດ້ຄວາມສຳຄັນຕໍ່ກັບການປະຕິບັດໜ້າທີ່ຂອງກຳລັງ ປກສ ໃນການ ຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດອັກເສບປອດ ໂຄວິດ-19 ຄັ້ງນີ້.

        ສຳລັບເຄື່ອງທີ່ນຳມາມອບປະກອບມີ: ນຳດື່ມ 100 ແກັດ, ມີ່ 30 ແຟັກ ແລະ ປ໋ອງປາ 5 ແກັດ ລວມມູນຄ່າ 9.100.000 ກີບ.