ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່  ກະຊວງສາທາລະນະສຸກ ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ຖະແຫຼງຂ່າວໃນວັນທີ 27 ເມສາ 2020 ວ່າ: ເປັນມື້ທີ 15 ແລ້ວ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອ COVID-19 ເພີ່ມ; ເຖິງຢ່າງໃດກໍຕາມ, ທາງຄະນະສະເພາະ ຈະບໍ່ໄດ້ລົດລະມາດຕະການເຝົ້າລະວັງ ຕິດຕາມຄົ້ນຫາ ຜູ້ສົງໄສທີ່ຈະຕິດເຊື້ອ ໂດຍສະເພາະຜູ້ທີ່ຍັງຈຳກັດບໍລິເວນຕົນເອງຢູ່ສູນ ແລະ ຢູ່ເຮືອນຢ່າງ ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄືນ ຄັ້ງທີ 2.

ທ່ານ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່  ກະຊວງສາທາລະນະສຸກ ຖະແຫຼງວ່າ: ສະເພາະ ສປປ ລາວ ກໍຍັງເຫັນວ່າ 15 ມື້ທີ່ບໍ່ມີຜູ້ຕິດເຊື້ອໃໝ່. ໃນຈໍານວນຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ໄດ້ອອກໂຮງໝໍແລ້ວ 7 ຄົນ ແລະ ຍັງເຫຼືອ 12 ຄົນທີ່ຍັງສືບຕໍ່ຕິດຕາມປິ່ນປົວຕາມອາການຢ່າງໃກ້ຊິດ. ສະພາບການລະບາດຜ່ອນຄາຍລົງຄືແນວນີ້ ກໍ່ຍ້ອນວ່າ ປະຊາຊົນບັນດາເຜົ່າ ໄດ້ເປັນເຈົ້າການ ຮ່ວມໄມ້ຮ່ວມມື ໃນການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 06/ນຍ, ແຕ່ທາງຄະນະສະເພາະກິດ ຈະບໍ່ໄດ້ລົດລະມາດຕະການເຝົ້າລະວັງ ຕິດຕາມຄົ້ນຫາ ຜູ້ສົງໄສທີ່ຈະຕິດເຊື້ອ ໂດຍສະເພາະຜູ້ທີ່ຍັງຈຳກັດບໍລິເວນຕົນເອງຢູ່ສູນ ແລະ ຢູ່ເຮືອນ. ສໍາລັບຜູ້ທີ່ຈະເດີນທາງຜ່ານຊາຍແດນເຂົ້າມາໃໝ່ ຈະຕ້ອງໄດ້ປະຕິບັດມາດຕະການ ເລີ່ມແຕ່ປະເທດຕົ້ນທາງເຂົ້າມາຜ່ານຊາຍແດນ ແລະ ເວລາເຂົ້າມາເຖິງປະເທດລາວ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄືນ ຄັ້ງທີ2.

ເພື່ອເປັນການສືບຕໍ່ເຝົ້າລະວັງຢ່າງເຂັ້ມງວດຕໍ່ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຈາກຕ່າງປະເທດລວມທັງແຮງງານລາວທີ່ຈະມາຈາກປະເທດໄທ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຈຶ່ງມີແຈ້ງການ ເລກທີ 507/ຫສນຍ ວັນທີ 24 ເມສາ 2020 ແລະ ແຈ້ງການຂອງຄະນະສະເພາະກິດ ເລກທີ 037/ສພກ, ລົງວັນທີ 24 ເມສາ 2020 ເຖິງເຈົ້າຄອງນະຄອນຫຼວງ ແລະ ບັນດາເຈົ້າແຂວງທົ່ວປະເທດ ໃຫ້ກະກຽມສະຖານທີ່ ຈຳກັດບໍລິເວນ ຜູ້ເດີນທາງມາຈາກຕ່າງປະເທດ ໃຫ້ຖືກຕ້ອງຕາມມາດຕະຖານການປ້ອງກັນການແຜ່ເຊື້ອ.

ສະນັ້ນຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈົນຮອດວັນທີ 3 ພຶດສະພາ 2020.  

ສຳລັບມາດຕະການການເຝົ້າລະວັງ ແລະ ວິເຄາະ, ທາງຄະນະສະເພາະໄດ້ເກັບຕົວຢ່າງມາກວດທັງໝົດ61 ຄົນ,ໃນນັ້ນຜູ້ມີອາການສົງໄສມາກວດຢູ່ໂຮງໝໍ5 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 27 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 29 ຄົນ ( ແຮງງານທັງໝົດແມ່ນບໍ່ມີອາການ ), ຜົນກວດທັງໝົດ 61 ຄົນ ບໍ່ພົບເຊື້ອ.

ຂ່າວ: ບຸນເຫຼືອ ບຸນສົງ

ຊ່າງພາບ: ຈອນນີ (ໜັງສືພິມເສດຖະກິດການຄ້າ)