ທ້າຍອາທິດຜ່ານມາ, ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບໜ່ວຍງານກູ້ໄພມູນນິທິຈີນ 1628 (ຈຸດຫໍກາງ) ນະຄອນຫຼວງວຽງຈັນ. ໄດ້ຈັດຕັ້ງການສີດຢາຂ້າເຊື້ອ ເພື່ອເພີ່ມມາດຕະການປ້ອງກັນເຊື້ອພະຍາດ Covid-19 ທີ່ ວຕປ, ໂດຍມີ ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງອໍານວຍການ ວຕປ ພ້ອມຄະນະ ແລະ ທ່ານ ຊ້າງ ອິນທິລາດ (ຫົວໜ້າຈຸ) ຝ່າຍໜ່ວຍງານກູ້ໄພມູນນິທິຈີນ 1628 ຈຸດຫໍກາງ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ.

ພັອ ປອ ແກ້ວມີໄຊ ໄຊຍະວົງ ໃຫ້ຮູ້ວ່າ: ການສີດຢາຂ້າເຊື້ອດັ່ງກ່າວ ກໍເພື່ອເປັນການເພີ່ມມາດຕະການປ້ອງກັນ ແລະ ຕ້ານເຊື່ອພະຍາດ Covid-19 ທີ່ເກີດຂຶ້ນຢູ່ ສປປ ລາວ ເຊິ່ງຢູ່ ວຕປ ກໍໄດ້ມີການນໍາໃຊ້ລົດບັນທຸກນໍ້າຢາຂ້າເຊື້ອເພື່ອສີດອ້ອມຂ້າງບໍລິເວນຕຶກ, ຫ້ອງຮຽນ ແລະ ຫໍພັກນັກສຶກສາ ເພື່ອບໍ່ໃຫ້ມີເຊື້ອພະຍາດດັ່ງກ່າວເກີດ ຂຶ້ນ ເພື່ອເຮັດໃຫ້ການຮຽນ-ການສອນເປັນປົກກະຕິ ແລະ ທວງທັນຕາມແຜນການຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ແນໃສ່ຮັບປະກັນຕອບສະໜອງແກ່ວຽກງານການເມືອງໃນສະເພາະໜ້າ ແລະ ຍາວນານ ຢ່າງມີປະສິດທິພາບ.

ໂອກາດດັ່ງກ່າວ, ພັອ ປອ ແກ້ວມີໄຊ ໄຊຍະວົງ ໄດ້ມອບໃບກຽດຕິຄຸນ ແລະ ຫຼຽນກາ ວຕປ ໃຫ້ແກ່ ທ່ານ ຊ້າງ ອິນທິລາດ (ຫົວໜ້າຈຸ) ຝ່າຍໜ່ວຍງານກູ້ໄພມູນນິທິຈີນ 1628 (ຈຸດຫໍກາງ) ນະຄອນຫຼວງວຽງຈັນ. ທີ່ເຫັນໄດ້ຄວາມສຳຄັນຕໍ່ວຽກງານປ້ອງກັນຄວາມສະຫງົບ ແລະ ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງອວຍພອນໄຊໃຫ້ທ່ານ ພ້ອມຄະນະຈົ່ງມີແຕ່ສຸຂະພາບເຂັ້ມແຂງ ສືບຕໍ່ຊີ້ນໍາ-ນຳພາພະນັກງານເຮັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ.

ພາບ-ຂ່າວ: ຮຕ ລັດຕະນັງ ໄຊຊະນະ