ມາຮອດວັນທີ 27 ເມສາ ນີ້, ແຂວງຜົ້ງສາລີ ຍັງສືບຕໍ່ເຂັ້ມງວດປ້ອງກັນການແພ່ລະບາດຂອງພະຍາດ COVID-19 ໂດຍເລັ່ງໃສ່ການໂຄສະນາການຈັດຕັ້ງປະຕິບັດຕາມຄໍາສັ່ງ ເລກທີ 06/ນຍ ຂອງທ່ານນາຍົກ ກ່ຽວກັບການປ້ອງກັນ, ຄວມຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19, ບັນດາຄໍຳສັ່ງ, ແຈ້ງການຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວມຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງຢ່າງເຂັ້ມງວດ ໂດຍການໂຄສະນາເຜີຍແຜ່ຜ່ານສື່ວິທະຍຸຂອງແຂວງ, ໂທລະພາບຂອງແຂວງ, ໂທລະໂຄ່ງ 7 ເມືອງ ແລະ ສື່ອອນລາຍຕ່າງໆ.

ພ້ອມດຽວກັນນີ້, ທາງໜ່ວຍງານສະເພາະກິດເພື່ອປ້ອງກັນ, ຄວມຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຂັ້ນແຂວງ ແລະ 7 ເມືອງ ເປັນຕົ້ນແມ່ນພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກ 7 ເມືອງ ແລະ ເຈົ້້າໜ້າທີ່ຕຳຫຼວດຈະລາຈອນ ກໍໄດ້ໃຊ້ລົດເຄື່ອນທີ່ໂຄສະນາດ້ວຍເຄື່ອງສຽງໄປຕາມເສັ້ນ ທາງເທດສະບານແຂວງ ແລະ  7 ເມືອງ ເພື່ອແນະນໍຳໃຫ້ເຂັ້ມງວດໃນການປະຕິບັດຄຳ​ສັ່ງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເລກ​ທີ 06/ນຍ ລົງ​ວັນ​ທີ 29 ມີ​ນາ 2020 ​ອີກ​ຈົນ​ຮ​ອດ​ວັນ​ທີ 3 ພຶດ​ສະ​ພາ 2020. ໃນ​ນັ້ນ, ແມ່ນ​ໃຫ້​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ງວດມາດ​ຕະ​ການ​ຫ້າມ​ອອກ​ຈາກ​ເຮືອນ ຫຼື ບ່ອນ​ພັກ​ອາ​ໄສ, ຫ້າມ​ໄປ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ໃນ​ການ​ຕິດ​ເຊື້ອ, ມາດ​ຕະ​ການ​ຫ້າມ​ຊຸມ​ແຊວ​ທີ່​ມີ​ຈຳ​ນວນ​ຄົນ​ເກີນ 10 ຄົນ​ຂຶ້ນ​ໄປ ແລະ ຫ້າມການ​ຈັດ​ງານ​ທຸກ​ປະ​ເພດ ພ້ອມວິທີປ້ອງກັນພະຍາດ COVID-19.

ທັງນີ້, ກໍເພື່ອໃຫ້ທົ່ວ​ສັງ​ຄົມ ຈົ່ງ​ເຂົ້າ​ຮ່ວມ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 06/ນຍ ຢ່າງ​ເຄັ່ງ​ຄັດ​ເປັນ​ຮູບ​ປະ​ທຳ ໃນ​ຂອບ​ເຂດ​ທົວແຂວງ ​ແນ​ໃສ່​ໃຫ້​ປະ​ຊາ​ຊົນ ແລະ ປະ​ເທດ​ຊາດ​ເຮົາຫຼຸດ​ພົ້ນອອກຈາກ​ສະ​ພາບ​​ການລະ​ບາດ​ຂອງ​ພະ​ຍາດ​ COVID-19 ໂດຍ​ໄວ.