ພິທີ ມອບຢາກວດເຊື້ອພະຍາດ​​ COVID-19​ ແລະ​ ເຄື່ອງວັດແທກອຸນຫະພູມ ໃຫ້ນະຄອນຫຼວງວຽງຈັນ
ພິທີມອບຢາກວດເຊື້ອພະຍາດ​​ COVID-19​ ແລະ​ ເຄື່ອງວັດແທກອຸນຫະພູມ ໃຫ້ນະຄອນຫຼວງວຽງຈັນ

ບໍລິສັດ​ ຊີມັງຄອນຈ໌ ຈໍາ​ກັດ​ ມອບຢາກວດເຊື້ອພະຍາດ​​ COVID-19​ ແລະ​ ເຄື່ອງວັດແທກອຸນຫະພູມ ໃຫ້ນະຄອນຫຼວງວຽງຈັນ (ນວ​)​ ລວມມູນຄ່າ 202.​000.000 ກີບ ໃນວັນທີ​ 29​ ເມສາ​ 2020​; ກ່າວມອບໂດຍ ທ່ານ​ ນາງ​ ອໍລະໄທ ສັນຕິຄົງຄາ ຮອງປະທານ​ບໍລິສັດ​ ຊີມັງຄອນຈ໌ ຈໍາ​ກັດ​ ອໍານວຍການໃຫຍ່ບໍລິສັດກຽດຕະພົງ ກຣຸບ​ ແລະ​ ກ່າວຮັບໂດຍ ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງສອງພາກສ່ວນເຂົ້າຮ່ວມ.

ທ່ານ​ ນາງ​ ອໍລະໄທ ສັນຕິຄົງຄາ ກ່າວວ່າ:

“ດີໃຈຫຼາຍທີ່ທາງບໍລິສັດຕົນໄດ້ເປັນສ່ວນໜຶ່ງທີ່ໄດ້ປະກອບສ່ວນມອບເຄື່ອງດັ່ງກ່າວ ເຂົ້າໃນວຽກງານຕ້ານ​ ແລະ​ ສະກັດກັ້ນພະຍາດ COVID-19​ ເພື່ອບໍ່ໃຫ້ແພ່ລາມໄປໃນວົງກວ້າງ ແລະ​ ເຮັດໃຫ້ໝົດໄປຢູ່ ສປປ​ ລາວ”.​

ຮອງເຈົ້າຄອງ ນວ ຕາງໜ້າມອບໃບກຽດຕິຄຸນໃຫ້ບໍລິສັດ ຊີມັງຄອນຈ໌ ຈໍາ​ກັດ
ຮອງເຈົ້າຄອງ ນວ ຕາງໜ້າມອບໃບກຽດຕິຄຸນໃຫ້ບໍລິສັດ ຊີມັງຄອນຈ໌ ຈໍາ​ກັດ

ທ່ານ​ ພູ​ຂົງ​ ບັນນາວົງ​ ໄດ້ຕາງໜ້າຄະນະນໍານະຄອນຫລວງວຽງຈັນ ກ່າວຂອບໃຈເປັນຢ່າງສູງຕໍ່ບໍລິສັດ ຊີມັງຄອນຈ໌ ຈໍາ​ກັດ​  ທີ່ເຫັນໄດ້ຄວາມສໍາຄັນຂອງວຽກງານສະກັດກັ້ນ ແລະ​ ຕ້ານການແພລະບາດພະຍາດ COVID-19​ ພ້ອມທັງຈະເອົາເຄື່ອງດັ່ງກ່າວໄປມອບໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ໄປນໍາໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ໄດ້ຮັບໝາກຜົນສູງ ແລະ​ ໄດ້ມອບໃບກຽດຕິຄຸນໃຫ້ບໍລິສັດດັ່ງກ່າວ.