ທ່ານໝໍປະຈຳສູນກັກກັນ ກຳລັງກວດອຸນຫະພູມຫ່າງກາຍໃຫ້ປະຊາຊົນ
ທ່ານໝໍປະຈຳສູນກັກກັນ ກຳລັງກວດອຸນຫະພູມຫ່າງກາຍໃຫ້ປະຊາຊົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ເມືອງບູນເໜືອ ແຂວງຜົ້ງສາລີ ຍັງສືບຕໍ່ປ້ອງກັນພະຍາດໂຄວິດ-19 ໂດຍມີການເຄື່ອນໄຫວລົງໂຄສະນາດ້ວຍການໃຊ້ລົດທີ່ເປີດເຄື່ອງສຽງໄປຕາມເສັ້ນທາງເທດສະບານເມືອງ ແລະ ຊຸກຍູ້ໃຫ້ແຕ່ລະບ້ານໂຄສະນາຜ່ານລະບົບໂທລະໂຄ່ງຂອງ 14 ໝູ່ບ້ານເທດສະບານ ໃນແຕ່ລະຕອນເຊົ້າ ແລະ ຕອນແລງທຸກວັນເປັນປົກກະຕິ; ເພື່ອໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງເຊື້ອພະຍາດດັ່ງກ່າວ ແລ້ວພ້ອມກັນປະຕິບັດຕາມມາດຕະການທີ່ລັດຖະບານວາງອອກຢ່າງເຂັ້ມງວດ.

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ເມືອງບູນເໜືອ ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວ
ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ເມືອງບູນເໜືອ ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວ

ພ້ອມດຽວກັນນີ້, ຄະນະສະເພາະກິດ ຍັງໄດ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂັ້ນສູນກາງ ເລກທີ 037/ສພກ ລົງວັນທີ 24 ເມສາ 2020 ໂດຍການລົງສຳຫຼວດ, ກວດກາຕາມໂຮງຮຽນ, ໂຮງແຮມ, ເຮືອນພັກ ເພື່ອຈັດເປັນສູນກັກກັ້ນ; ເພື່ອຮອງຮັບແຮງງານລາວ ແລະ ຕ່າງປະເທດ, ນັກສຶກສາ, ນັກທຸລະກິດຈາກຕ່າງປະເທດ ທີ່ອາດຈະເດີນທາງມາຈາກເຂດທີ່ມີຄວາມສ່ຽງກັບຄືນເຂົ້້າມາເມືອງບູນເໜືອ. ສຳລັບການກັກກັນຢູ່ສູນຂອງເມືອງບຸນເໜືອ ປັດຈຸບັນແມ່ນບໍ່ມີແລ້ວ, ສ່ວນບຸກຄົນທີ່ກັກບໍລິເວນຢູ່ເຮືອນ ຍັງມີພຽງແຕ່ 4 ຄົນ ຍິງ 2 ຄົນ.