ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ໄດ້ຖະແຫຼງການໃຫ້ຮູ້ໃນວັນທີ 30 ເມສາ 2020 ວ່າ: ໃນວັນທີ 29 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 10 ຄົນ; ໃນນັ້ນ, ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 8 ຄົນ (ນະຄອນຫຼວງວຽງຈັນ 6 ຄົນ, ຈຳປາສັກ 1 ຄົນ, ບໍລິຄຳໄຊ 1 ຄົນ) ແລະ ເກັບຕົວຢ່າງຜູ້ຕິດເຊື້ອມາກວດຄືນ 2 ຄົນ, ໂດຍຜ່ານການກວດແລ້ວເຫັນວ່າບໍ່ພົບເຊື້ອ; ເຊິ່ງໝາຍຄວາມວ່າໃນວັນທີ 29 ເມສາ 2020, ບໍ່ມີກໍລະນີຕິດເຊື້ອໃໝ່ ແລະ ເປັນມື້ທີ 18 ແລ້ວ ທີ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ໃນ ສປປ ລາວ.

ມື້ທີ 18 ທີ່ບໍ່ພົບຜູ້ຕິດເຊື້ອເພີ່ມຂຶ້ນໃນ ສປປ ລາວ
ມື້ທີ 18 ທີ່ບໍ່ພົບຜູ້ຕິດເຊື້ອເພີ່ມຂຶ້ນໃນ ສປປ ລາວ

ປັດຈຸບັນ, ທົ່ວປະເທດ ຍັງມີສູນຈໍາກັດບໍລິເວນ ທັງໝົດ 185 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 680 ຄົນ, ຈໍາກັດບໍລິເວນຢູ່ເຮືອນ 419 ຄົນ, ເກັບຕົວຢ່າງມາກວດວິເຄາະຫາເຊື້ອ 514 ຄົນ ເຊິ່ງທັງໝົດແມ່ນບໍ່ພົບເຊື້ອ; ເວລານີ້, ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍແຕ່ 11 ຄົນ ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ 150 ຕຽງ ທັງໝົດມີອາການເບົາບາງ, ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ ຈຶ່ງອະນຸຍາດໃຫ້ອອກໂຮງໝໍ.

ຢ່າງໃດກໍຕາມ, ເຖິງສະພາບການລະບາດຜ່ອນຄາຍລົງຄືແນວນີ້ ແຕ່ກໍບໍຄວນປະໝາດ ແລະ ຕ້ອງການເຝົ້າລະວັງຢ່າງໃກ້ຊິດ ເພື່ອສະກັດກັ້ນບໍ່ໃຫ້ມີການລະບາດຄືນຄັ້ງທີ 2 ໂດຍການເອົາໃຈໃສ່ປະຕິບັກຄຳສັ່ງເລກທີ 06/ນຍ ຢ່າງເຂັ້ມງວດ ຈົນເຖິງວັນທີ 3 ພຶດສະພາ 2020.