ກະຊວງ​ວິທະຍາສາດ​ ແລະ​ ເຕັກໂນໂລຊີ​ ແລະ​ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ ເຊັນບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະ​ ເຕັກໂນໂລຊີໃນຂົງເຂດຊາວໜຸ່ມ-ເຍົາວະຊົນ​ ຜ່ານລະບົບວີດີໂອຄອນຟຣີເລັນ ໃນວັນທີ ​30​ ເມສາ​ 2020​ ໂດຍການເປັນປະທານ ແລະ​ ລົງນາມໂດຍ ທ່ານ​ ບັນດິດ​ ສຈ.​ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງ​ວິທະຍາສາດ​ ແລະ​ເຕັກໂນໂລຊີ​ ແລະ​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ​ ພ້ອມດ້ວຍພະນັກງານຫລັກແຫລ່ງທັງສອງຝ່າຍເຂົ້າຮ່ວມ.

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອກຳນົດຂອບເຂດການຮ່ວມມືດ້ານວິທະຍາສາດ ແລະ​ ເຕັກໂນໂລຊີຂອງກະຊວງ​ວິທະຍາສາດ​ ແລະ​ ເຕັກໂນໂລຊີ​ ແລະ​ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເພື່ອພັດທະນາຊາວໜຸ່ມ-ເຍົາວະຊົນລາວໃຫ້ກາຍເປັນນັກວິທະຍາສາດ ແລະ​ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດຄວາມສໍາຄັນຂອງວຽກງານວິທະຍາສາດ ແລະ​ ເຕັກໂນໂລຊີກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ພິທີ ເຊັນບົດບັນທຶກ ຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ
ພິທີ ເຊັນບົດບັນທຶກ ຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ

ທັງສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືກັນຄື: ໂຄງການນ້ອງຢາກເປັນນັກວິທະຍາສາດ ທັງສອງຝ່າຍຈະຮ່ວມກັນຈັດກິດຈະກຳໂຄສະນາເຜີຍແຜ່,​ ປູກຈິດສໍານຶກທາງດ້ານວຽກງານວິທະຍາສາດ ແລະ​ ເຕັກໂນໂລຊີໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ; ສ້າງພິພິທະພັນຊາວໜຸ່ມລາວແບບເອເລັກໂຕຼນິກ ທັງສອງຝ່າຍຈະຮ່ວມກັນຄົ້ນຄວ້າ ແລະ​ ພັດທະນາເວບໄຊທ໌, ແອັບພຣິເຄເຊິນໃນໂທລະສັບມືຖືລະບົບເອັນດຼອຍ ແລະ​ລະບົບໄອໂອເອສ ແລະ​ ລະບົບຖານຂໍ້ມູນຂອງພິພິທະພັນຊາວໜຸ່ມບົນພື້ນຖານການສະໜອງ ແລະ​ ປ້ອນຂໍ້ມູນຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວໃຫ້ສໍາເລັດກ່ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ​ VIII; ສ້າງລາຍການໂທລະພາບ,​ ວິທະຍຸ​ ແລະ​ ສື່ອອນລາຍໃນຮູບແບບຕ່າງໆໃຫ້ສອດຄ່ອງກຸ່ມເປົ້າໝາຍກັບວຽກງານວິທະຍາສາດ ແລະ​ ເຕັກໂນໂລຊີ; ຈັດຝຶກອົບຮົມ,​ ສໍາມະນາ ແລະ​ ແລກປ່ຽນຄວາມຮູ້ດ້ານວຽກງານວິທະຍາສາດເຕັກໂນໂລຊີ ແລະ​ ນະວັດຕະກຳ ເພື່ອສ້າງຄວາມຮູ້,​ ຄວາມເຂົ້າໃຈ ແລະ​ ສາມາດນໍາໃຊ້ເຂົ້າໃນວຽກງານຕົວຈິງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາແຕ່ລະໄລຍະ ແລະ​ ດ້ານອື່ນໆກ່ຽວກັບວຽກງານ​ວິທະຍາສາດ​ ແລະ​ ເຕັກໂນໂລຊີ ທີ່ີ່​ສອດຄ່ອງ​ ແລະ​ ສັງຄົມມີຄວາມຮຽກຮ້ອງຕ້ອງການບົນພື້ນຖານການຕົກລົງເຫັນດີເປັນເອກະພາບຂອງສອງຝ່າຍ.