ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດການແຕ່ງຕັ້ງໜ້າທີ່ຕຳແໜ່ງ ແລະ ຊັບຊ້ອນພະນັກງານໃນທ້າຍອາທິດທີ່ຜ່ານມາ, ເຂົ້າຮ່ວມມີ ພັທ ພຸດທະສອນ ວົງຝງຄຳ ກຳມະການພັກເມືອງ, ຫົວ ໜ້າກອງບັນຊາການ ປກສ ເມືອງສິງ ມີຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າກຸ່ມ-ຮອງກຸ່ມເຂົ້າຮ່ວມ.

ພັຕ ອາລຸນ ຈັນນະລາດ ຫົວໜ້າພະແນກການເມືອງ ປກສ ເມືອງສິງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ຫຼວງນ້ຳທາ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ, ຮອງພະແນກ, ຫົວໜ້າ ປກສ ກຸ່ມ, ຮອງ ປກສ ກຸ່ມ, ຫົວໜ້າໜ່ວຍງານ, ຮອງໜ່ວຍງານຂອງບັນດາກອງບັນຊາການ ປກສ ເມືອງ. ໃນນີ້, ປກສ ເມືອງສິງ ມີຜູ້ທີໄດ້ຮັບໜ້າທີ່ຕຳແໜ່ງທັງໝົດຈໍາ 50 ສະຫາຍ ຍິງ 8 ສະຫາຍ, ຫົວໜ້າໜ່ວຍງານມີ 13 ສະຫາຍ ຍິງ 4 ສະ ຫາຍ, ຮອງໜ່ວຍງານ 32 ສະຫາຍ ຍິງ 3 ສະຫາຍ, ຮອງພະແນກ 3 ສະຫາຍ ຍິງ 1 ສະຫາຍ, ຫົວໜ້າພະແນກ 1 ສະຫາຍ ແລະ ຫົວໜ້າ ປກສ ກຸ່ມບ້ານ 1 ສະຫາຍ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມສໍານິສໍານານທາງດ້ານວຽກງານວິຊາສະເພາະ, ບຸກບືນອອກແຮງສູ້ຊົນຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນເອງໃຫ້ມີຄວາມສາມາດໃນການນຳພາ.

ໂອກາດນີ້, ສະຫາຍ ພັທ ພຸດທະສອນ ວົງແຝງຄຳ ໄດ້ໂອ້ລົມ ແລະ ເໜັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີຕຳແໜ່ງ, ຜູ້ທີ່ຖືກຊັບຊ້ອນໄປຮັບໜ້າທີ່ໃໝ່ ຈົງສືບຕໍ່ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດຂອງຕົນເອງໃຫ້ສູງຂຶ້ນ, ເອົາໃຈໃສ່ເພີ່ມທະວີຍົກສູງຄວາມຮັບຜິດຊອບ ແລະ ປັບປຸງແບບແຜນວິທີເຮັດວຽກຂອງຕົນເອງໃຫ້ດີຂຶ້ນກວ່າເກົ່າ.