ໃນວັນທີ 6 ພຶດສະພາ ນີ້, ທ່ານ ອານຸສອນ ທິບດວງໃຈ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ, ຮອງຫົວໜ້າຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ແຂວງໄຊສົມບູນ ພ້ອມດ້ວຍຄະນະ ລົງເຜີຍແຜ່ບັນດາເອກະສານສໍາຄັນກ່ຽວກັບການສືບຕໍ່ປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ -19 ຢູ່ທີ່ສະໂມສອນເມືອງລ້ອງຊານ; ເຊິ່ງເຂົ້າຮ່ວມ ໂດຍທ່ານ ສົມພັນ ສີສົມບຼົ່ງ ຮອງເຈົ້າເມືອງລ້ອງຊານ, ຮອງຫົວໜ້າຄະນະສະເພາະກິດຂັ້ນເມືອງ, ມີຄະນະສະເພາະກິດຂັ້ນເມືອງ, ບ້ານອ້ອມຂ້າງເທດສະບານເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ອານຸສອນ ທິບດວງໃຈ ໄດ້ເຜີຍແຜ່ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ສະບັບເລກທີ 524/ຫສນຍ, ລົງວັນທີ 1 ພຶດສະພາ 2020, ແຈ້ງການຂອງຫ້ອງວ່າແຂວງໄຊສົມບູນ ສະບັບເລກທີ 1014/ຫວຂ.ຊບ ລົງວັນທີ 2 ພຶດສະພາ 2020 ແລະ ເອກະສານອື່ນໆອີກຈໍານວນໜຶ່ງກ່ຽວ ກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ໃນໄລຍະວັນທີ 4 ຫາ 17 ພຶດສະພາ 2020. ໂດຍສະເພາະແມ່ນການສືບຕໍ່ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ສືບຕໍ່ລ້າງມືໃສ່ສະບູ ຫຼື ໃຊ້ເຈວລ້າງມື, ໃສ່ຜ້າອັດປາກຢ່າງເປັນປົກກະຕິ ແລະ ຫ້າມຈັດງານຊຸມນຸມ-ງານສ້າງສັນທີ່ມີຈໍານວນຫຼາຍກ່ວາ 10 ຄົນຂຶ້ນໄປ, ສືບຕໍ່ໂຄສະນາເຜີຍແຜ່ຄວາມອັນຕະລາຍຂອງພະຍາດດັ່ງກ່າວ ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ.

ພ້ອມທັງແນະນໍາວິທີປ້ອງກັນໃນຫຼາຍຮູບແບບທີ່ເຂົ້າໃຈງ່າຍ ໂດຍຜ່ານສື່ຕ່າງໆຕາມຄວາມເໝາະສົມ. ຈາກນັ້ນ, ຄະນະສະເພາະກິດຂັ້ນແຂວງ ແລະ ເມືອງ ໄດ້ປຶກສາຫາລືກັນ ຕໍ່ກັບບັນຫາຕ່າງໆ ທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກໃນການປະຕິບັດວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ເມືອງລ້ອງຊານ ເປັນຕົ້ນແມ່ນບັນຫາຈຸດກວດດ່ານຄົນເຂົ້າ-ອອກ, ການອອກໃບອານຸຍາດ ແລະ ບັນຫາອື່ນໆ ເພື່ອພ້ອມກັນຫາວິທີທາງແກ້ໄຂວຽກງານດັ່ງກ່າວ ໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ເພື່ອໃຫ້ທຸກພາກສ່ວນຂອງເມືອງລ້ອງຊານ ໄດ້ຮັບຮູ້ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບດັ່ງກ່າວ ກໍຄືສືບຕໍ່ເພີ່ມທະວີຄວາມຮັບຜິດ ຊອບໃນການຕິດຕາມ, ເຝົ້າລະວັງການປ້ອງກັນ ແລະ ຕ້ານ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອເຮັດໃຫ້ເມືອງມີຄວາມປອດໄພ ແລະ ສາມາດກັບເຂົ້າສູ່ສະພາບປົກກະຕິໂດຍໄວ. ໂອກາດທີ່ລົງມາເຜີຍແຜ່ເອກະສານໃນຄັ້ງນີ້ ທ່ານ ອານຸສອນ ທິບດວງໃຈ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນການແພດຈໍານວນໜຶ່ງ ມາມອບໃຫ້ເມືອງເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານນໍາອີກ.

  ພບ-ຂ່າວ: ພາພອນ ນະວົງໄຊ