ຕະຫຼອດໄລຍະທີ່ມີການແພ່ລະບາດຂອງພະຍາດໂຄວິດ-19 ເວົ້າລວມ, ເວົ້າສະເພາະແມ່ນ ສປປ ລາວ ຫຼາຍພາກສ່ວນໄດ້ເອົາໃຈໃສ່ໃນການຕ້ານ ແລະ ສະກັດກັ້ນ ໂດຍສະເພາະແມ່ນການຊຸກຍູ້ຊ່ວຍເຫຼືອດ້ານວັດຖຸປັດໄຈເປັນຈຳນວນຫຼວງຫຼາຍ ໂດຍສະເພາະກະຊວງ ປກສ ກໍໄດ້ຮັບການຊ່ວຍເຫຼືອຈາກຫຼາຍພາກສ່ວນທາງດ້ານ ເງິນ, ວັດຖຸ, ອຸປະກອນ ເພື່ອສະກັດກັ້ນ ຕ້ານການແພ່ລະບາດຂອງພະຍາດດັ່ງກ່າວນີ້, ໂດຍໄດ້ນໍາມາມອບໃຫ້ອະນຸກໍາມະການປ້ອງກັນ ສະກັດກັ້ນ ຕ້ານການແພ່ລະບາດຂອງພະຍາດດັ່ງກ່າວ ໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຫົວໜ້າອະນຸກຳມະການປ້ອງກັນສະກັດກັ້ນຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ກະຊວງ ປກສ ໄດ້ລາຍງານລະອຽດໃຫ້ຮູ້ວ່າ: ພາກສ່ວນທີ່ໄດ້ມອບຄັ້ງນີ້ມີດັ່ງລຸ່ມນີ້:

ບໍລິສັດສົມບູນການຄ້າ ໄດ້ມອບເງິນຈໍານວນ 500.000.000 ກີບ; ບໍລິສັດ ສີສົມບັດເຊົ່າສິນເຊື້ອ 200.000.000 ກີບ; ກະຊວງອຸດສາຫະກໍາການຄ້າມອບໜ້າກາກອານາໄມ 100.000 ອັນ; ກະຊວງສາທາລະນະສຸກມອບໜ້າກາກອານາໄມ 50.000 ອັນ; ສສ ຫວຽດນາມ ມອບນໍ້າຢາລ້າງມື 500 ລິດ, ໜ້າກາກອານາໄມ 50.000 ອັນ, ຖົງມື 3.000 ຄູ່ ແລະ ຊຸດປ້ອງກັນພະຍາດ 100 ຊຸດ; ຕໍາຫຼວດແຂວງເຫີນານ ສປ ຈີນ ມອບໜ້າກາກອານາໄມ 14 ແກັດ ລວມເປັນ 20.050 ອັນ; ບໍລິສັດ ສາມຫ່ຽມຄໍາມອບໜ້າກາກອານາໄມ 30.000 ອັນ; ກົມສືບສວນກາງ ກະຊວງສັນຕິບານ ສປ ຈີນ ມອບໜ້າກາກ 10.000 ອັນ ແລະ ເຄື່ອງວັດແທກອຸນນະພູມ 20 ເຄື່ອງ; ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມອບໜ້າກາກອານາໄມ 4.000 ອັນ, ນໍ້າຢາລ້າງມືຕຸກນ້ອຍ 30 ຕຸກ, ນໍ້າຢາລ້າງມືຕຸກກາງ 2 ຕຸກ ແລະ ນໍ້າຢາຂ້າເຊື້ອ 1 ຕຸກ; ກຸ່ມບໍລິສັດ ເຄວີພີ-ຫົວເວີຍ ບໍລິການຄວາມປອດໄພຈໍາກັດ ສະມາຄົມພັດທະນາເສດຖະກິດອາຊີຈີນ ມອບໜ້າກາກອານາໄມ 4 ແກັດ ເທົ່າກັບ 10.000 ອັນ; ບໍລິສັດ PSL ຈໍາກັດຜູ້ດຽວມອບໜ້າກາກອານາໄມ 4 ແກັດ ແລະ ແລະ ເຄື່ອງວັດແທກອຸນນະພູມ 5 ເຄື່ອງ; ສະໜາມຍິງປືນ 5 ເມສາ ມອບໜ້າກາກອານາໄມ 20.000 ອັນ ແລະ ເຄື່ອງວັດແທກອຸນນະພູມ 2 ເຄື່ອງ; ຊາວໜຸ່ມກະຊວງ ປກສ ມອບນໍ້າດື່ມ 50 ແກັດ.