I. ຕົ້ນກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (1/1)

ກ່ອນຫນ້ານີ້ 55 ປີ ຄືວັນທີ 3 ພຶດສະພາ 1965 ທີ່ເມືອງວຽງໄຊ ແຂວງຫົວພັນ ສູນກາງພັກໄດ້ຕົກລົງສ້າງຕັ້ງ ກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຂຶ້ນຢ່າງເປັນທາງການ, ເຊິ່ງນັບແຕ່ມື້ສ້າງຕັ້ງເປັນຕົ້ນມາກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ກໍໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນໃນການເປັນເສນາທິການວຽກງານພັກ-ວຽກງານການເມືອງໃຫ້ແກ່ຄະນະພັກຂັ້ນເທິງເປັນແຕ່ລະໄລຍະ ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ.

ເພື່ອເປັນການຫວນຄືນມູນເຊື້ອແຫ່ງການກໍາເນີດຂອງກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ເຊິ່ງແມ່ນວັນທີ່ມີຄວາມໝາຍ, ຄວາມສໍາຄັນອີກວັນໜຶ່ງທາງປະຫວັດສາດຂອງຊາດ, ຂອງພັກ, ຂອງກໍາລັງປ້ອງກັນ ຄວາມສະຫງົບ ທັງເປັນການຫວນຄືນປະຫວັດສາດອັນດູດດື່ມ ແລະ ເປັນການສືບທອດມູນເຊື້ອຕໍ່ສູ້ອັນພິລະອາດຫານມີໄຊຂອງກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ທີ່ໄດ້ປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ.

ກໍາລັງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ມີປະຫວັດການເຕີບໃຫຍ່ຂະຫຍາຍຕົວມາຈາກກອງທັບ ປົດປ່ອຍປະຊາຊົນລາວ ແລະ ຈາກພາກສ່ວນອື່ນໆ ມາເປັນກໍາລັງປ້ອງກັນຄວາມສະຫງົບ ທີ່ຕິດພັນກັບຂະ ບວນການຕໍ່ສູ້ຕ້ານພວກຈັກກະພັດຜູ້ຮຸກຮານທັງເກົ່າ ແລະ ໃໝ່ໄດ້ຢືນຢູ່ຄຽງຂ້າງກັບສູນກາງພັກ, ກັບກໍາລັງກອງທັບເຄື່ອນໄຫວ ເຮັດໜ້າທີ່ຂົນຂວາຍຮາກຖານປະຊາຊົນ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ການສູ້ຮົບປົກປັກຮັກສາເຂດປົດປ່ອຍ ແລະ ການຊີ້ນໍາກໍ່ສ້າງພື້ນ ຖານການປະຕິວັດໃນຂອບເຂດທົ່ວປະເທດ.

ປີ 1952 ພວກສັດຕູໄດ້ເພີ່ມທະວີເຂົ້າກວາດລ້າງເຂດທີ່ໝັ້ນຂອງການປະຕິວັດ ໂດຍໃຊ້ກອງປຸ້ນ “ກອງຄອມ ມານໂດ” ເຂົ້າປາບປາມແນວຫຼັງຂອງກໍາລັງປະຕິວັດຢືນຢູ່ຕໍ່ໜ້າສະພາບການດັ່ງກ່າວ ເພື່ອປ້ອງກັນການນໍາຂອງພັກ-ລັດ ຖະບານລາວຕໍ່ຕ້ານ ແລະ ເຂດທີ່ໝັ້ນຂອງການປະຕິວັດ, ໃນນັ້ນ; ໄດ້ຄັດເລືອກເອົາທະຫານລາວອິດສະຫຼະ ຈໍານວນ 35 ສະຫາຍ ມາເຮັດໜ້າທີ່ເປັນປ້ອງກັນ (ຕິດຕໍ່) ໂດຍໃສ່ຊື່ໃນເບື້ອງຕົ້ນວ່າ: ໜ່ວຍປ້ອງກັນຕິດຕໍ່, ປີ 1954 ໄດ້ສ້າງຕັ້ງເປັນຄະນະສັນຕິລາດສູນກາງ ເລກລະຫັດລັບ “ຄະນະ 5”, ເຊິ່ງມີໜ້າທີ່ປ້ອງກັນຄະນະກວດກາສາກົນ, ປົກປັກຮັກສາອົງການນໍາຂອງພັກ-ລັດ, ສືບ ແລະ ກໍາສະພາບເປົ້າໝາຍຂອງສັດຕູ, ພວກຕ້ອງໂທດອາຍາ, ປົກປັກຮັກສາ, ຄຸ້ມຄອງລະ ບຽບຂອງສັງຄົມ ແລະ ປຸກລູກຂົນຂວາຍກໍ່ສ້າງຮາກ ຖານໃນຕົວເມືອງ. ຮອດປີ 1957 ໄດ້ປ່ຽນຊື່ມາເປັນຄະນະປ້ອງກັນພາຍໃນ, ເຊິ່ງມີໜ້າທີ່ປ້ອງກັນລັດຖະບານປະສົມ, ປ້ອງກັນຮັກສາທ່ານຜູ້ນໍາຢູ່ສອງແຂວງເຕົ້າໂຮມ (ຫົວພັນ-ຜົ້ງສາລີ) ແລະ ກໍ່ສ້າງຮາກຖານຢູ່ບັນດາຕົວເມືອງ.

ປີ 1961 ພັກໄດ້ກໍານົດແຈ້ງບັນດາໜ້າທີ່ພື້ນຖານ, ທາດແທ້ຂອງວຽກງານກໍ່ສ້າງກໍາລັງປະກອບອາວຸດຄື: ສ້າງກໍາລັງປະກອບອາວຸດຂອງກໍາມະກອນຊາວຜູ້ອອກແຮງງານບັນດາເຜົ່າໂດຍມີ 3 ໜ້າທີ່ ຄື: ສູ້ຮົບ, ຂົນຂວາຍ ແລະ ເພີ່ມພູນຜະລິດຜົນພາຍໃຕ້ການນໍາພາຂອງພັກເດັດຂາດໂດຍກົງ ແລະ ຮອບດ້ານ, ເປັນກໍາລັງທີ່ຈົງຮັກ ພັກດີຕໍ່ພາລະກິດປະຕິວັດ ຕໍ່ສູ້ເສຍສະຫຼະ ເພື່ອເອກະລາດອິດສະຫຼະພາບຂອງປະເທດຊາດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນກໍາລັງແຮງອັນກ້າແກ່ນແຫຼມຄົມຂອງພັກໃນການຍາດເອົາໄຊຊະນະ ແລະ ປົກປັກຮັກສາອໍານາດການປົກຄອງປະຕິວັດ ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ເພື່ອເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບປະຕິບັດໄດ້ 3 ໜ້າທີ່ດັ່ງກ່າວສູນກາງພັກໄດ້ມອບໝາຍໃຫ້ ທ່ານຊົມຊື່ນ ຄໍາພິທູນ ຫົວໜ້າຫ້ອງການປ້ອງກັນຄວາມສະຫງົບສູນກາງ ເປັນຜູ້ປັບປຸງ ແລະ ກໍ່ສ້າງກໍາລັງປ້ອງ ກັນຄວາມສະຫງົບ ໃຫ້ມີຄຸນນະພາບ, ເດືອນກໍລະກົດ 1961 ຫ້ອງການປ້ອງກັນຄວາມສະຫງົບສູນກາງ ໄດ້ຄັດເລືອກເອົາພະນັກງານ 11 ສະຫາຍ, ໄປຮຽນຕໍ່ວິຊາສະເພາະໃກ້ຊິດຮຸ່ນທໍາອິດ ຢູ່ໂຮງຮຽນເຊ 500 ທີ່ ສສ ຫວຽດນາມ. ພ້ອມກັນນັ້ນ, ກໍໄດ້ປັບປຸງ ແລະ ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນຕື່ມອີກ.

ວັນທີ 20 ມີນາ 1963, ໄດ້ສ້າງຕັ້ງໂຮງຮຽນບໍາລຸງວຽກງານປ້ອງກັນຄວາມສະຫງົບຊັ້ນຕົ້ນ ຂຶ້ນທີ່ບ້ານນາວີດ ຕາແສງຊຽງລວງ ເມືອງວຽງໄຊ ແຂວງຫົວພັນ ຕາມມະຕິຕົກລົງຂອງສູນກາງພັກ ສະບັບລົງວັນທີ 13 ມີນາ 1963 ວ່າ ດ້ວຍການປັບປຸງ ແລະ ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ໄດ້ຄັດເລືອກເອົາພະນັກງານ 40 ຄົນ ເຂົ້າຮຽນເປັນຊຸດທໍາອິດ. ປີ 1964 ໄດ້ເປີດຊຸດບໍາລຸງໄລຍະສັ້ນກ່ຽວກັບວຽກງານປ້ອງກັນພາຍໃນ, ວຽກງານໃກ້ຊິດ ແລະ ວຽກງານ ຂົນຂວາຍ ໂດຍມີພະນັກງານກໍາລັງປ້ອງກັນຄວາມສະຫງົບສູນກາງ ແລະ ທ້ອງຖິ່ນ ເຂົ້າຮຽນຫຼາຍສິບຄົນ.

ວັນທີ 1 ພຶດສະພາ 1965, ສູນກາງພັກ ໄດ້ເປີດກອງປະຊຸມຕີລາຄາສະພາບການຮອບດ້ານ ແລະ ວາງທິດທາງຍຸດທະສາດສະເພາະໜ້າ 6 ປະການກ່ຽວກັບການປະຕິວັດລາວ, ກອງປະຊຸມໄດ້ມີມະຕິຕົກລົງປັບປຸງບັນດາຫ້ອງການອ້ອມ ຂ້າງສູນກາງ. ໃນນັ້ນ, ຄະນະປ້ອງກັນພາຍໃນ ໄດ້ປ່ຽນຊື່ມາເປັນ “ຫ້ອງການສັນຕິລາດສູນກາງ” ໂດຍມີ 5 ຫ້ອງການຂຶ້ນ ກັບ ຄື: ຫ້ອງການຈັດຕັ້ງການເມືອງ, ຫ້ອງການປ້ອງກັນສູນກາງ, ຫ້ອງການປ້ອງກັນພາຍໃນ, ຫ້ອງການຂົນຂວາຍປ້ອງ ກັນຄວາມສະຫງົບ, ຫ້ອງການບໍລິຫານ ແລະ ຄົ້ນຄວ້າສັງລວມ, ຮອດປີ 1973 ໂຮງຮຽນປ້ອງກັນຄວາມສະຫງົບສູນກາງ ໄດ້ຍົກຍ້າຍມາຕັ້ງຢູ່ທີ່ບ້ານຊຽງ ເມືອງວຽງໄຊ ແຂວງຫົວພັນ, ເຊິ່ງເອີ້ນຊື່ວ່າ: ໂຮງຮຽນປ້ອງກັນຄວາມສະຫງົບສູນກາງຊຽງຊື້.

ຮອດປີ 1975, ສູນກາງພັກໄດ້ປັບປຸງກົງຈັກການຈັດຕັ້ງຂອງບັນດໍາຫ້ອງການອ້ອມຂ້າງສູນກາງ. ໃນນີ້, ຫ້ອງ ການປ້ອງກັນຄວາມສະຫງົບສູນກາງ ກໍໄດ້ມີການປັບປຸງການຈັດຕັ້ງຂອງຕົນໂດຍແຍກອອກມາຈາກຈັດຕັ້ງສູນ ກາງຈັດຕັ້ງເປັນຫ້ອງການປ້ອງກັນຄວາມສະຫງົບສູນກາງ ຂຶ້ນກັບສູນກາງພັກໂດຍກົງ ແລະ ມີຈໍານວນພົນທັງໝົດ 285 ຄົນ. ພ້ອມກັນນີ້, ກໍໄດ້ຈັດຕັ້ງກອງບັນຊາການປ້ອງກັນຄວາມສະຫງົບ ຢູ່ 8 ແຂວງ, ຢູ່ຂັ້ນເມືອງກໍໄດ້ຈັດຕັ້ງເປັນຫນ່ວຍວິຊາສະເພາະ ປກສ ເມືອງ. ໃນໄລຍະນີ້, ຄະນະຫ້ອງການຈັດຕັ້ງການເມືອງ, ເຊິ່ງປະກອບມີຈໍານວນພົນ 4 ສະຫາຍຄື: ສະຫາຍ ທອງສະໝຸດ ໝັ່ນສຸລິດ ເປັນຫົວໜ້າາ, ສະຫາຍ ອ່ອນຈັນ ສົມມະນີ, ສະຫາຍ ຄໍາຫຼ້າ ແກ້ວພິທູນ ແລະ ສະຫາຍ ມະຫາ ບຸນຊູ ເປັນຄະນະ ໄດ້ເຄື່ອນໄຫວຕາມພາລະບົດບາດເປັນເສນາທິການດ້ານວຽກງານພັກ, ວຽກງານການເມືອງ ພ້ອມທັງໄດ້ສຸມໃສ່ປັບປຸງກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ, ຈັດຕັ້ງຝຶກອົບຮົມວຽກງານວິຊາສະເພາະຕໍາຫຼວດໄລຍະສັ້ນ ເພື່ອກະກຽມເຂົ້າຮ່ວມສັນຍາວຽງຈັນ ທັງປັບປຸງກົງຈັກການຈັດຕັ້ງ ແລະ ສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດ ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ໜ້າທີ່ການເມືອງ ແລະ ທັງ ເຄື່ອນໄຫວຖືກຕາມພາລະບົດບາດຂອງຕົນ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ກໍາລັງກົມໃຫຍ່ການເມືອງ ກໍໄດ້ປະຕິບັດສອງໜ້າທີ່ຍຸດ ທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກົມຈັດຕັ້ງພະນັກງານ (ຫ້ອງການຈັດຕັ້ງການເມືອງໃນເມື່ອກ່ອນ) ກໍໄດ້ເປັນເຈົ້າການເຮັດໜ້າທີ່ການເມືອງສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດ ເພື່ອ ເຮັດຫນ້າທີ່ໂຄສະນາປຸກລະດົມມະຫາຊົນ ເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບ, ກໍ່ສ້າງ ແລະ ປັບປຸງອໍານາດການປົກຄອງປະຕິວັດ.

ມາຮອດປີ 1985, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ກົມຈັດຕັ້ງໄດ້ປ່ຽນມາເປັນ “ກົມໃຫຍ່ກໍ່ສ້າງກໍາລັງ” ປະກອບມີ 1 ຫ້ອງການ, 5 ກົມ ແລະ ບັນດາໂຮງຮຽນທີ່ຂຶ້ນກັບ, ໜ້າທີ່ຕົ້ນຕໍ່ເວລານັ້ນແມ່ນຄົ້ນຄວ້າທີ່ຕັ້ງພາລະບົດບາດ, ສິດໜ້າທີ່, ຂອງບັນດາກົມ-ກອງທີ່ຂຶ້ນກັບກະຊວງ ເປັນຕົ້ນແມ່ນໄດ້ຄາດກະຈໍານວນພົນທີ່ຈະບັນຈຸ ເຂົ້າໃນແຕ່ລະກົມກອງ-ທ້ອງຖິ່ນ ທັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດ ໂດຍການຈັດຕັ້ງຮໍ່າຮຽນການເມືອງ, ເຊື່ອມຊຶມບັນດາມະຕິຕ່າງໆ ຕົ້ນຕໍກໍແມ່ນແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ.

ມາຮອດປີ 1997, ເພື່ອເຮັດໃຫ້ກົງຈັກການຈັດຕັ້ງໃນກໍາລັງປ້ອງກັນຄວາມສະຫງົບແທດເໝາະກັບຄວາມເປັນ ຈິງ ກົມໃຫ່ຍກໍ່ສ້າງກໍາລັງ ໄດ້ປ່ຽນມາເປັນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເຖິງປັດຈຸບັນ.

(ອ່ານຕໍ່ສະບັບໜ້າ 1/2)