ໃນວັນທີ 11 ພຶດສະພາ 2020, ອະນຸກໍາມະການຂະບວນການ ໄດ້ຜ່ານແຜນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ເປັນປະທານໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ, ມີຕາງໜ້າກົມກອງຕ່າງໆເຂົ້າຮ່ວມ.

ແຜນການດັ່ງກ່າວປະກອບມີຂະບວນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍຈະໄດ້ລົງຕິດຕາມການຊຸກຍູ້ຂະບວນການແຂ່ງຂັນສ້າງຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງກໍາລັງ ປກສ ແຕ່ລະເຫຼົ່າຮົບ ຢູ່ບັນດາກົມກອງອ້ອມຂ້າງກະຊວງ ປກສ ໂດຍປະຕິບັດຕາມ 4 ຄາດໝາຍ 4 ແຜນການໃຫຍ່ ແລະ 41 ໂຄງການຂອງກະຊວງ;  ແຜນການໂຄສະນາ, ປາຖະກະຖາ, ແຂ່ງຂັນກິລາ, ສິລະປະ-ວັນນະຄະດີ ແລະ ອະນາໄມສະຖານທີ່ຕ່າງໆ, ເຊິ່ງຜ່ານຂະບວນການດັ່ງກ່າວ ຈະສາມາດເລືອກໄດ້ການຈັດຕັ້ງພັກ, ຄະນະ ພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ສະມາຊິກພັກຜູ້ດີເດັ່ນ ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ.