ອົງການຈັດຕັ້ງທາງສັງຄົມລາວ ຊ່ວຍສາທາເມືອງປາກງື່ມ ປ້ອງກັນໂຄວິດ-19
ອົງການຈັດຕັ້ງທາງສັງຄົມລາວ ຊ່ວຍສາທາເມືອງປາກງື່ມ ປ້ອງກັນໂຄວິດ-19

ອົງການຈັດຕັ້ງທາງສັງຄົມລາວ ໄດ້ມອບອຸປະກອນຊ່ວຍເຫຼືອ ເພື່ອປ້ອງກັນພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ລວມມູນຄ່າ 41.800.000 ກີບ ໃຫ້ຫ້ອງການສາທາລະນະສຸກເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃນວັນທີ 13 ພຶດສະພາ 2020; ຕາງໜ້າມອບໂດຍ ທ່ານ ພັນທະມິດ ແສງປັນຍາ ຜູ້ອຳນວຍການສະມາຄົມຊ່ວຍເຫຼືອຜູ້ຕິດເຊື້ອ HIV/AID ແລະ ຮັບໂດຍ ທ່ານ ດຣ ແສງຈັນ ພົມມະຈັນທອນ ຮອງຫົວໜ້າຫ້ອງການສາທາເມືອງປາກງື່ມ, ມີບັນດາພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ພັນທະມິດ ແສງປັນຍາ ກ່າວວ່າ: ອົງການຈັດຕັ້ງທາງສັງຄົມ ປະກອບມີ 5 ສະມາຄົມຄື: ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ສຶກສາກົດໝາຍ, ສະມາຄົມເຄື່ອຂ່າຍຜູ້ຕິດເຊື້ອເຮັສໄອວີ/ເອດ, ສະມາຄົມພັດທະນາຊຸມຊົນ ແລະ ສິ່ງແວດລ້ອມ, ສະມາຄົມພັດທະນາບົດບາດຍິງ-ຊາຍ ແລະ ສະມາຄົມສົ່ງເສີມສຸຂະພາບຄອບຄົວ; ໄດ້ຮ່ວມມືປະສານງານກັບອົງການຄູ່ຮ່ວມງານ ອົງການແຄຣນານາຊາດ ປະຈຳ ສປປ ລາວ ເພື່ອຈັດສັນງົບປະມານໂຄງການຈັດຊື້ອຸປະກອນທີ່ຈຳເປັນ ປະກອບມີ:

ບາຫຼອດວັດອຸນະພູມ ເລເຊີ 20 ເຄື່ອງ, ຜ້າອັດປາກ 70 ກັບ, ຖົງມື 60 ກັບ, ຊຸດປ້ອງກັນຂອງແພດ 10 ຊຸດ, ເຈວລ້າງມື 50 ກ່ອງ, ເຫຼົ້າ 90 ຈຳນວນ 60 ລິດ, ໜ້າກາກປ້ອງກັນ 45 ອັນ ລວມມູນຄ່າທັງໝົດ 41.800.000 ກີບ; ເພື່ອປະກອບສ່ວນຕໍ່ແຜນງານປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ຂອງລັດຖະບານ ສປປ ລາວ, ທັງນີ້ ກໍເພື່ອຊ່ວຍແບ່ງເບົາຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານການປ້ອງກັນການລະບາດຂອງໂຄວິດ-19 ພາຍໃນເມືອງປາກງື່ມ.

ທ່ານ ດຣ ແສງຈັນ ພົມມະຈັນທອນ ໄດ້ສະແດງຄວມຂອບໃຈຕໍ່ອົງການຈັດຕັ້ງທາງສັງຄົມ, ພ້ອມທັງກ່າວວ່າ: ຈະນໍາເອົາເຄື່ອງດັ່ງກ່າວ ມອບໃຫ້ແກ່ໂຮງໝໍນ້ອຍ (ສຸກສາລາເມືອງ) ຈຳນວນ 6 ແຫ່ງ ແລະ ໂຮງໝໍຊຸມຊົນ ເມືອງ 1 ແຫ່ງ; ເພື່ອໃຫ້ພະນັກງານແພດ ແລະ ພະນັກງານ-ອາສາສະໝັກທີ່ເຮັດວຽກຕ້ານການລະບາດອັກເສບປອດ ຢູ່ບ້ານ, ເຂດ, ເມືອງ ແລະ ພໍ່-ແມ່ປະຊາຊົນ ຜູ້ທີ່ມີຄວາມສ່ຽງຕໍ່ພະຍາດ Covid-19, ລວມທັງແຮງງານຍິງ-ຊາຍ ກັບບ້ານທີ່ຢູ່ສູນກັກກັນ ແລະ ຢູ່ບ້ານເປົ້າໝາຍ ມີອຸປະກອນໃນການປ້ອງກັນພະຍາດດັ່ງກ່າວ.