ຂະບວນລົດແຫ່ສົບຂອງ ສະຫາຍ ພົອ ສີສະຫວາດ ແກ້ວ ບຸນພັນ ເຄື່ອນເຂົ້າສູ່ບ່ອນວາງເພີງ
ຂະບວນລົດແຫ່ສົບຂອງ ສະຫາຍ ພົອ ສີສະຫວາດ ແກ້ວ ບຸນພັນ ເຄື່ອນເຂົ້າສູ່ບ່ອນວາງເພີງ
ແຂກທີ່ມາຮ່ວມງານຕ້ອງຜ່ານການກວດ ແລະ ວັດແທກອຸນຫະພູມຢ່າງລະອຽດ ເພື່ອປ້ອງກັນພະຍາດໂຄວິດ-19
ແຂກທີ່ມາຮ່ວມງານຕ້ອງຜ່ານການກວດ ແລະ ວັດແທກອຸນຫະພູມຢ່າງລະອຽດ ເພື່ອປ້ອງກັນພະຍາດໂຄວິດ-19

ພິທີຊາປະນາກິດສົບ ສະຫາຍ ພົອ ສີສະຫວາດ ແກ້ວບຸນພັນ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 16 ພຶດສະພາ 2020 ທີ່ເດີ່ນພຣະທາດຫຼວງ; ໂດຍມີສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ພ້ອມດ້ວຍບັນດາສະຫາຍການນຳພັກ-ລັດ, ບັນດາທູຕານຸທູດປະຈຳລາວ, ສະມາຊິກພັກ, ພະນັກງານ-ນັກຮົບ, ຄອບຄົວ-ລູກຫຼານ ແລະ ຍາດພີ່ນ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ປະທານຄະນະຮັບຜິດຊອບງານຊາປະນາກິດສົບສະຫາຍ ພົອ ສີສະຫວາດ ແກ້ວບຸນພັນ ໄດ້ໃຫ້ກຽດຂຶ້ນກ່າວສະດຸດີ ແລະ ອ່ານປະຫວັດຫຍໍ້ຂອງສະຫາຍ ພົອ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການສູນກາງພັກສະໄໝທີ I; II; III; IV; V; VI; VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກຳມະການປົກຄອງກຳແພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ; ເຊິ່ງສະຫາຍໄດ້ສິ້ນລົມຫາຍໃຈໃນເວລາ 7 ໂມງເຊົ້າຂອງວັນທີ 12 ພຶດສະພາ 2020, ລວມອາຍຸໄດ້ 92 ປີ.

ດ້ວຍຜົນງານ ແລະ ຄຸນງາມຄວາມດີທີ່ສະແດງອອກເຖິງຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ ແລະ ຄວາມຮັກເຊື້ອງແພງຊາດ, ສະຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບຮັກແພງຈາກສະມາຊິກພັກ, ພະນັກງານ-ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືປະເທດເພື່ອນມິດຢ່າງກວ້າງຂວາງ, ເພື່ອເປັນການສັນລະເສີນກຽດຕິຄຸນຂອງສະຫາຍ, ພັກ ແລະ ລັດຖະບານ ໄດ້ຕົກລົງມອບຫຼຽນໄຊຂັ້ນສູງປະເພດຕ່າງໆໃຫ້ແກ່ສະຫາຍ.

ພິທີຊາປະນາກິດສົບ ສະຫາຍ ພົອ ສີສະຫວາດ ແກ້ວບຸນພັນ
ພິທີຊາປະນາກິດສົບ ສະຫາຍ ພົອ ສີສະຫວາດ ແກ້ວບຸນພັນ

ຈາກນັ້ນ, ກໍແມ່ນພິທີທາງສາສະໜາ ເປັນຕົ້ນແມ່ນ: ພະສົງສູດສັກອານິຈາ, ພິທີວາງຜ້າໄກ, ວາງດອກໄມ້ທູບ-ທຽນຂອງພະສົງ, ແມ່ຂາວ, ຄະນະຊາປະນກິດສົບ ແລະ ບັນດາຜູ້ຕາງໜ້າຄອບຄົວ, ບັນດາທ່ານຜູ້ນຳພັກ-ລັດ ແລະ ອະດີດການນຳຂັ້ນສູງ, ບັນດາທ່ານລັດຖະມົນຕີ, ເຈົ້າແຂວງ, ປະທານອົງການທຽບເທົ່າກະຊວງ ແລະ ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງປະທານອົງການທຽບເທົ່າກະຊວງ ພ້ອມດ້ວຍບັນດາທ່ານທີ່ເຂົ້າຮ່ວມ.

ຄອບຄົວ, ລູກ-ຫຼານ ດຳເນີນຕາມຂັ້ນຕອນສາສະໜາກ່ອນມີການເຜົາສົບ
ຄອບຄົວ, ລູກ-ຫຼານ ດຳເນີນຕາມຂັ້ນຕອນສາສະໜາກ່ອນມີການເຜົາສົບ

ສະຫາຍ ພົອ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນຳຮຸ່ນທຳອິດຂອງພັກ ແລະ ລັດ ທີ່ໄດ້ອຸທິດຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ສະຫາຍແມ່ນນັກຮົບປະຕິວັດຜູ້ອົງອາດທີ່ເກັ່ງກ້າສາມາດ, ມີນຳ້ໃຈເສຍສະລະອັງສູງສົ່ງ ເປັນທີ່ເຄົາລົບຮັກຂອງກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນພະນັກງານການນຳທີ່ມີແບບແຜນນຳພາທີ່ດີ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຢຶດໝັ້ນໃນອຸດົມການປະຕິວັດຢ່າງສູງສົ່ງໃນພາລະກິດປະຕິວັດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່, ພວກເຮົາປວງຊົນລາວທັງຊາດ ຂໍລະນຶກເຖິງຄຸນງາມຄວາມດີຂອງສະຫາຍຢູ່ໃນຄວາມຊົງຈຳຕະຫຼອດໄປ.

ຄອບຄົວ, ລູກ-ຫຼານ ດຳເນີນຕາມຂັ້ນຕອນສາສະໜາກ່ອນມີການເຜົາສົບ
ຄອບຄົວ, ລູກ-ຫຼານ ດຳເນີນຕາມຂັ້ນຕອນສາສະໜາກ່ອນມີການເຜົາສົບ