ກອງປະຊຸມທາບທາມເອົາບຸກຄະລາກອນເຂົ້າເປັນຄະນະພັກຮາກຖານ​ໂຮງໝໍທະຫານນະຄອນຫຼວງວຽງຈັນ ຮອບທີ 1 ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ 2020 ເປັນປະທານໂດຍສະຫາຍ ພັອ ບຸນ​ເຈີ ຄຳ​ມະ​ວົງ ເລຂາຄະນະພັກຮາກຖານ ຫ້ອງພະລາທິການທະຫານນະຄອນຫຼວງວຽງຈັນ, ມີພະ​ແນ​ກການ​ທີ່​ກ່ຽວຂ້ອງ, ຄະນະພັກຮາກຖານ, ສະມາຊິກພັກສົມບູນ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ສະຫາຍ ພັທ ບຸນຖົມ ໄຊສັງທອງ ຮອງຫົວໜ້າຫ້ອງການ​ເມືອງ ໄດ້ຂຶ້ນຜ່ານມາດຖານ, ເງື່ອນໄຂ ຂອງຜູ້ທີ່ຈະເຂົ້າສະໝັກຄະນະພັກຮາກຖານ ຊຸດໃໝ່ ໃນ 5 ມາດຖານ ເປັນຕົ້ນແມ່ນ ຕ້ອງມີຄຸນທາດການເມືອງໜັກແໜ້ນ ມີນໍ້າໃຈເສຍສະຫຼະເພື່ອປະເທດຊາດເພື່ອປະຊາຊົນ, ຄຸນສົມບັດສິນທໍາປະຕິວັດ ຕ້ອງມີຄວາມຊັດຊື່ບໍລິສຸດ ມີແບບແຜນດຳລົງຊີວິດປອດໃສຂາວສະອາດເປັນແບບຢ່າງນຳໜ້າໃຫ້ກັບມາຫາຊົນໃນການນຳພາ, ຕ້ອງມີຄວາມຮູ້-ຄວາມສາມາດໃນການເຮັດວຽກມີລະດັບວິຊາສະເພາະທີ່ແນ່ນອນ ມີຄວາມສາມັກ ຄີພາຍໃນຢ່າງແໜ້ນແຟ້ນ, ສາມາດກຳໄດ້ທາງດ້ານທິດສະດີມາກ-ເລນິນ ປະຕິບັດຕາມຄຳສັ່ງຂອງຂັ້ນເທິງທີ່ມອບໝາຍໃຫ້, ມີແບບແຜນວິທີນຳພາຢ່າງຖືກຕ້ອງເຮັດວຽກແບບລວມສູນປະຊາທິປະໄຕຢ່າງເຂັ້ມງວດ  ເປັນຕົ້ນແມ່ນ ການປະຕິບັດລະບອບການນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບມີການແບ່ງງານຢ່າງລະອຽດ, ຮູ້ປະສານສົມທົບລະຫວ່າງຂັ້ນເທິງຕໍ່ຂັ້ນລຸ່ມ ມີການສະຫຼຸບຕີລາຄາ ແລະ ສ່ອງແສງລາຍງານ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ,ມີທັດສະນະມະຫາຊົນຖືກຕ້ອງ, ມີສຸຂະພາບແຂງແຮງດີສາມາດປະຕິບັດໜ້າທີ່ວຽກງານໄດ້ຕະຫຼອດສະໄໝ ແລະ ຖືກຕ້ອງຄົບຕາມມາດຖານເງື່ອນໄຂທີ່ໄດ້ວາງໄວ້.

ກອງປະຊຸມໄດ້ມີ ການປ່ອນບັດທາບທາມ ຢັ່ງເບິ່ງຫາງສຽງ ​ເພື່ອຄົ້ນຄວ້າເອົາເປົ້າໝາຍເກົ່າ ແລະ ໃໝ່ ໂດຍແມ່ນຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ເພື່ອກະກຽມ​ເຂົ້າສະໝັກ​ເລືອກ​ຕັ້ງຄະນະຮາກຖານ ໂຮງໝໍທະຫານນະຄອນຫຼວງວຽງຈັນ ຊຸດໃໝ່.

ຮທ ແສງ​ດາລາ ​ໄຊ​ຍະ​ລາດ (ນັກ​ຂ່າວ​ທະຫານ​ນະຄອນຫຼວງວຽງຈັນ)