ສະ​ຫາຍ ພັອ ປອ ວັນ​ສົມ ສີ​ສົມ​ບັດ ເລ​ຂາ​ອົງ​ຄະ​ນະ​ພັກ ວສປ
ສະ​ຫາຍ ພັອ ປອ ວັນ​ສົມ ສີ​ສົມ​ບັດ ເລ​ຂາ​ອົງ​ຄະ​ນະ​ພັກ ວສປ

ວັນ​ທີ 19 ພຶດ​ສະ​ພາ 2020 ຢູ່​ວິ​ທະ​ຍາ​ຄານສັນ​ຕິ​ບານປະ​ຊາ​ຊົນ​​ (ວສປ) ໄດ້ມີ​ພິ​ທີ​ປະ​ກາດ​ມະ​ຕິ​ຕົກ​ລົງ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ ​ປະ​ຈຳ​ປີ 2019; ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ສະ​ຫາຍ ພັອ ປອ ວັນ​ສົມ ສີ​ສົມ​ບັດ ເລ​ຂາ​ອົງ​ຄະ​ນະ​ພັກ​ ຮັກ​ສາ​ການ​ຫົວ​ໜ້າ ວສປ, ມີ​ຄະ​ນະ​ພັກ-ຄະ​ນະ​ວິ​ທະ​ຍາ​ຄານ, ຕາງ​ໜ້າ​ຄະ​ນະ​ໜ່ວຍ​ພັກ 6 ຫ້ອງ​ບໍ​ລິ​ຫານ, 1 ຂໍ້​ມູນ​ຂ່າວ​ສານ-ການ​ສຶກ​ສາ, ພ້ອມ​ດ້ວຍພະ​ນັກ​ງານຄູ-ອາ​ຈານ ແລະ ​ນັກ​ສຶກ​ສາ​ເຂົ້າ​ຮ່ວມ.

ສະ​ຫາຍ ພັອ ປອ ສີ​ພອນ ພັນ​ທະ​ວົງ ຫົວ​ໜ້າຫ້ອງ​ການ​ເມືອງ ວ​ສ​ປ, ໄດ້​​ຜ່ານ​ຂໍ້​ຕົກ​ລົງ​ເລກ​ທີ 92/ຄ​ພ​ປກ​ສ, ລົງ​ທີ 14 ມັງ​ກອນ 2020 ວ່າ​ດ້ວຍ​ການ​ຮັບ​ຮອງ​ໜ່ວຍ​ພັກ​ປອດ, ເຂັ້ມ​ແຂງ, ໜັກ​ແໜ້ນ​ ປະ​ຈຳ​ປີ 2019; ໃນ​ນີ້,​ ທົ່ວ ວສ​ປ ໄດ້​ຮັບນາມມະຍົົດດັ່ງກ່າວ ລວມ​ມີ 15 ໜ່ວຍພັກ ຄື: ໜ່ວຍ​ພັກ 802, ໜ່ວຍ​ພັກ 805, ໜ່ວຍ​ພັກ 808, ໜ່ວຍ​ພັກ 809, ໜ່ວຍ​ພັກ 810, ໜ່ວຍ​ 817, ​ໜ່ວຍ​ພັກ 818, ໜ່ວຍ​ພັກ 813, ໜ່ວຍ​ພັກ 816, ໜ່ວຍ​ພັກ 815, ໜ່ວຍ​ພັກ 512, ໜ່ວຍ​ພັກສຶກ​ສາຂະ​ແໜງ 815 ມີ 2 ໜ່ວຍ​ພັກ, ໜ່ວຍ​ພັກນັກ​ສຶກ​ສາ​ຂະ​ແໜງ 813 ແລະ​ໜ່ວຍ​ພັກນັກ​ສຶກ​ສາ 814; ໃຫ້​ກຽດ​ມອບ​ໃບ​ຢັ້ງ​ຢືນໂດຍ ​ສະ​ຫາຍ ພັອ ປອ ວັນ​ສົມ ສີ​ສົມ​ບັດ.

ຈາກນັ້ນ, ສະຫາຍ ພັອ ປອ ສີ​ພອນ ພັນ​ທະ​ວົງ ໄດ້​​ຜ່ານຂໍ້​ຕົກ​ລົງ​ຂອງທ່ານຮັກ​ສາ​ການ​​ຫົວ​ໜ້າ ວສປ ເລກ​ທີ 227/ວ​ສ​ປ,ລົງ​ວັນ​ທີ 13 ພຶດ​ສະ​ພາ 2020 ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ ແລະ ​ພົນ​ຕຳຫຼວດ​ຢູ່​ ວສປ.; ໃນ​ນີ້​, ເລື່ອນ​ຊັ້ນ ສິບເອກ ຂຶ້ນ ​ວາ​ທີ​ 2 ສະ​ຫາຍ ຍິງ 2 ສະ​ຫາຍ; ສິບໂທ ຂຶ້ນ ສິບເອກ 10 ສະ​ຫາຍ ຍິງ 3 ສະ​ຫາຍ; ສິບຕີ ຂຶ້ນ​ ​ສິບໂ​ທ 1 ສະ​ຫາຍ; ເລື່ອນ​ຊັ້ນ II ຂຶ້ນ​ ຊັ້ນ I 1 ສະ​ຫາຍ.

ຂໍ້​ຕົກ​ລົງ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ເລກ​ທີ937/ປກ​ສ, ເລກ​ທີ 975-976/ປກ​ສ ລົງ​ວັນ​ທີ 12 ພຶດ​ສະ​ພາ 2020 ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ ແລະ ​ພົນ​ຕຳຫຼວດຢູ່​ວິ​ທະ​ຍາ​ຄານ​ສັນ​ຕິ​ບານ​ປະ​ຊາ​ຊົນ; ໃນ​ນີ້, ​ເລື່ອນ​ຊັ້ນ​ຮ້ອຍໂທ ຂຶ້ນ ຮ້ອຍເອກ  20 ສະ​ຫາຍ ຍິງ 1 ສະ​ຫາຍ; ເລື່ອນ​ຊັ້ນຮ້ອຍເອກ ຂຶ້ນ​​ ພັນ​ຕີ  9 ສະ​ຫາຍ ຍິງ 2 ສະ​ຫາຍ ແລະ ​ເລື່ອນ​ຊັ້ນພັ​ນຕີ ຂຶ້ນ​ພັນ​ໂທ 5 ສະ​ຫາຍ ຍິງ 2 ສະ​ຫາຍ. ໃຫ້​ກຽດ​ປະ​ດັບ​ຊັ້ນ​ໃນ​ຄັ້ງ​ນີ້ໂດຍ ພັອ ປອ ວັນ​ສົມ ສີ​ສົມ​ບັດ.