ການເພີ່ມຂຶ້ນຂອງຄ່າກະແສໄຟຟ້າຢູ່ໃນຄົວເຮືອນໃນໄລຍະເດືອນເມສາ ແລະ ເດືອນພຶດສະພານີ້ ເຫັນວ່າເປັນ
ກະແສຂ່າວທີ່ສັງຄົມ ກໍຄືປະຊາຊົນໄດ້ອອກມາວິພາກວິຈານຢ່າງກວ້າງຂວາງທາງສື່ອອນອອນລາຍ ຍ້ອນວ່າຄ່າກະແສຊົມໃຊ້ໄຟຟ້າຂອງຫຼາຍຄົວເຮືອນໄດ້ເພີ່ມແບບທະວີຄູນ ອັນໄດ້ສົ່ງຜົນກະທົບ ໂດຍກົງຕໍ່ລາຍຈ່າຍຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ຜູ້ທີ່ລາຍຮັບຕໍ່າ ແລະ ປີນີ້ ກໍມີການລະບາດຂອງພະຍາດອັກ ເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຈຶ່ງໄດ້ມີມາດຕະການກັກຕົວຢູ່ເຮືອນ ບວກກັບສະພາບອາກາດທີ່ຮ້ອນອົບເອົ້າຫຼາຍ ເຮັດໃຫ້ມີການຊົມໃຊ້ໄຟຟ້າໃນຄົວເຮືອນເພີ່ມຂຶ້ນ ຈຶ່ງເຮັດໃຫ້ຄ່າໄຟ
ຟ້າແພງຂຶ້ນ, ເຊິ່ງຫຼາຍຄົນບໍ່ພໍໃຈຕໍ່ກັບການຄິດໄລ່ລາຄາດັ່ງກ່າວ ເປັນຫຍັງຄືແພງຂຶ້ນ.

ໃນຄວາມເປັນຈິງການຊົມໃຊ້ໄຟຟ້າຂອງປະຊາຊົນໃນໄລຍະເດືອນເມສາ ຫາເດືອນມິຖຸນາ ຂອງທຸກໆປີແມ່ນ ຈະເພີ່ມຂຶ້ນ ເນື່ອງຈາກເປັນໄລຍະທີ່ມີອາກາດຮ້ອນອົບເອົ້າທີ່ສຸດຂອງປີ, ເຮັດໃຫ້ມີການນໍາໃຊ້ເຄື່ອງໄຟຟ້າຫຼາຍເຊັ່ນ: ພັດລົມ, ແອ, ຕູ້ເຢັນ ແລະ ເຄື່ອງໃຊ້ໄຟຟ້າອື່ນໆ; ເຊິ່ງເຄື່ອງໃຊ້ໄຟຟ້າເຫຼົ່ານີ້ ຈະເຮັດວຽກໜັກຂຶ້ນ. ອີກຢ່າງໜຶ່ງ, ປີນີ້ປະຊາຊົນ ກໍໄດ້ມີການກັກຕົວຢູ່ເຮືອນ ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຍິ່ງໃຊ້ໄຟຫຼາຍກວ່າທຸກໆປີ ຈົນເກີດມີຫ່າງສຽງຈົມວ່າໄປໃນທາງທີ່ບໍດີໃນການຄິດໄລ່ຄ່າໄຟຟ້າ, ເຊິ່ງບາງບ່ອນຕົວເລກການຊົມໃຊ້ໄຟຟ້າຂອງປະຊາຊົນກໍກົງກັນກັບໝໍ້ນັບໄຟຕົວຈິງ ເນື່ອງຈາກມີການຈົດຕົວເລກການຊົມໃຊ້ໄຟໃນແຕ່ລະເດືອນບໍ່ຖືກຕົວຈິງກໍມີ, ບາງບ່ອນມີການຄາດເດົາເອົາ ເຮັດໃຫ້ການຄິດໄລ່ລາຄາໄຟຟ້າແພງກວ່າເກົ່າ.

ຕໍ່ກັບຫາງສຽງຂອງປະຊາຊົນ ກໍຄືສັງຄົມ. ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍາ ນວຍການໃຫຍ່ລັດວິສາຫະ ກິດໄຟຟ້າລາວ ອອກມາຊີ້ແຈງຕໍ່ສັງຄົມຜ່ານສື່ມວນຊົນ ໃນວັນທີ 20 ພຶດສະພາ 2020 ວ່າ: ປົກກະຕິແລ້ວ ການຊົມໃຊ້ໄຟຟ້າ ໂດຍສະເພາະປະເພດທີ່ຢູ່ອາໄສ ໃນລະຫວ່າງເດືອນເມສາ ຫາ ມິຖຸນາ ຂອງທຸກໆປີແມ່ນຈະມີການໃຊ້ໄຟຟ້າເພີ່ມຂຶ້ນ ສະເລ່ຍປະມານ 25-30% ເມື່ອທຽບໃສ່ເດືອນມີນາ ອັນໄດ້ສົ່ງຜົນໃຫ້ຫຼາຍພາກ ສ່ວນອ້າງວ່າລາຄາໄຟຟ້າແພງຂຶ້ນ, ແຕ່ໃນຄວາມເປັນຈິງແລ້ວ ແມ່ນເປັນການຊົມໃຊ້ພະລັງງານເພີ່ມຂຶ້ນ. ພິເສດໃນເດືອນເມສາປີນີ້ ແມ່ນຖືກໄລຍະທີ່ພວກເຮົາກັກຕົວຢູ່ເຮືອນ ຍ້ອນສະພາບການແພ່ລະບາດຂອງພະຍາດໂຄວິດ-19, ເຊິ່ງອາດເປັນສາເຫດທີ່ເຮັດໃຫ້ໃຊ້ໄຟຟ້າສູງຂຶ້ນ. ນອກຈາກນີ້, ຍັງຂຶ້ນກັບພຶດຕິກຳການຊົມໃຊ້ເຄື່ອງໃຊ້ໄຟຟ້າ ເຊັ່ນ: ພັດລົມ ຫຼື ເຄື່ອງປັບອາກາດເປັນເວລາດົນຂຶ້ນກວ່າປົກກະຕິ, ເຄື່ອງໃຊ້ໄຟຟ້າເກົ່າແກ່ ຫຼື ຂາດການບຳລຸງຮັກສາທຳຄວາມສະອາດ ເຮັດໃຫ້ກິນໄຟຫຼາຍ, ນຳໃຊ້ຕູ້ເຢັນ-ຕູ້ແຊ່ໃສ່ເຄື່ອງຫຼາຍຈົນເກີນໄປ ເຮັດໃຫ້ເຄື່ອງໃຊ້ເຮັດວຽກໜັກຂຶ້ນ ແລະ ເປັນເລື່ອງປົກກະຕິຂອງການຊົມໃຊ້ພະລັງງານໄຟຟ້າຈະເພີ່ມຂຶ້ນເປັນຈຳ ນວນຫຼາຍ ນັບແຕ່ເດືອນມີນາ ຮອດເດືອນພຶດສະພາ ແລະ ຄ່ອຍໆຫຼຸດລົງ ໃນເດືອນມິຖຸນາ ຂອງທຸກໆປີ.

ຢ່າງໃດກໍຕາມ, ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພຶດສະພາ 2020 ໄດ້ຈັດຂຶ້ນໃນວັນທີ 21-22 ພຶດສະພາ 2020, ໜຶ່ງໃນວຽກງານທີ່ລັດຖະບານໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂຮີບດ່ວນ ກໍຄື: ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ກວດກາຄືນກ່ຽວກັບຄ່າກະແສໄຟຟ້າ ເຫັນວ່າ ສັງຄົມມີຄວາມສົນໃຈຫຼາຍ. ເນື່ອງຈາກຄ່າບໍລິການຊົມໃຊ້ກະແສໄຟຟ້າເພີ່ມຂຶ້ນສູງ. ພ້ອມນີ້, ກໍໃຫ້ອະທິບາຍຊີ້ແຈງຢ່າງສົມເຫດສົມຜົນ ກ່ຽວກັບຄ່າກະແສໄຟຟ້າໃຫ້ສັງຄົມມີຄວາມເຂົ້າໃຈ ແລະ ມີຄວາມສະຫງົບ; ພ້ອມນັ້ນ, ກໍໃຫ້ກວດຄືນລະບົບການຕິດຕັ້ງ ແລະ ເດີນສາຍໄຟຟ້າໃນໄລຍະຜ່ານມານີ້ ເຫັນວ່າຈໍານວນອັກຄີໄພເພີ່ມຫຼາຍຂຶ້ນ ໂດຍສະເພາະໄຟຟ້າລັດວົງຈອນ ເຮັດໃຫ້ບ້ານ ເຮືອນຂອງປະຊາຊົນຖືກໄຟໄໝ້ ແລະ ກະທົບຕໍ່ການດໍາລົງຊີວິດຂອງເຂົາເຈົ້າ.

ທ່ານ ບຸນອູ້ມ ສີວັນເພັງ ໃຫ້ຮູ້ວ່າ: ການຊົມໃຊ້ໂຄງສ້າງລາຄາໄຟຟ້າໃໝ່ ກໍເປັນລາຄາທີ່ແພງຂຶ້ນ ແລະ ຖືກລົງ ຈາກລາຄາເດີມຂອງຜູ້ຊົມໃຊ້ບາງກຸ່ມ ຕົວຢ່າງ: ຜູ້ຊົມໃຊ້ໄຟຟ້າ 0-150 KWh ແມ່ນລາຄາ 355 ກີບ/KWh, ເຊິ່ງໄດ້ຫຼຸດ 50% ຈາກລາຄາ 710 ກີບ/KWh ໂດຍຜູ້ຊົມໃຊ້ກຸ່ມນີ້ ກວມເອົາປະມານ 80% ຂອງຜູ້ຊົມໃຊ້ໄຟຟ້າທັງໝົດໃນທົ່ວປະເທດ ຫຼື ເທົ່າກັບ 1 ລ້ານຄົວເຮືອນ. ສ່ວນທີ່ຜູ້ຊົມໃຊ້ 151-461 kWh ແມ່ນລາຄາຈະເພີ່ມຂຶ້ນສະເລ່ຍ 30.000 ເຖິງ 50.000ກີບ. ຂະນະຜູ້ທີ່ຊົມໃຊ້ 462 KWh ຂຶ້ນໄປແມ່ນຈະໄດ້ຫຼຸດຄ່າໄຟຟ້າລົງຈາກລາຄາເກົ່າຕາມລໍາດັບ, ຕົວຢ່າງ ຜູ້ທີ່ໃຊ້ໄຟເຖິງ 1.000 KWh/ເດືອນ ຈະໄດ້ຫຼຸດປະມານ 170.000 ກີບ ຖ້າທຽບກັບລາຄາເກົ່າ. ເນື່ອງຈາກໃນໄລຍະມໍ່ໆມານີ້ ມີບາງສື່ສັງຄົມອອນລາຍອອກຂ່າວວ່າ ລັດຖະບານຈະຫຼຸດຄ່າໄຟຟ້າ 50% ໃຫ້ຜູ້ຊົມໃຊ້ 0-150 KWh/ເດືອນ ແມ່ນອາດຈະເກີດຄວາມເຂົ້າໃຈຜິດທາງດ້ານເນື້ອໃນ ແລະ ສົ່ງຜົນໃຫ້ຜູ້ທີ່ຕິດຕາມເຂົ້າໃຈຜິດໄປຕາມໆກັນ, ຄວາມເປັນຈິງແລ້ວ ຖ້າຜູ້ຊົມໃຊ້ 0-150 KWh ແມ່ນຈະຄິດໄລ່ເທົ່າກັບ 335 ກີບ/KWh ກໍຄືຫຼຸດ 50% ຂອງລາຄາດຽວ ຄື 710 ກີບ/KWh ນັ້ນເອງ.

ທ່ານ ບຸນອູ້ມ ສີວັນເພັງ ໄດ້ຢັ້ງຢືນວ່າ ລັດວິສາຫະກິດໄຟຟ້າລາວ ບໍ່ໄດ້ມີເຈດຕະນາຕົ້ມຕຸນ ຫຼື ຕົວະພໍ່-ແມ່ປະ
ຊາຊົນ, ຖ້າຫາກພໍ່-ແມ່ປະຊາຊົນຜູ້ໃດ ຫາກມີຂໍ້ສົງໄສ ຫຼື ກວດພົບວ່າການບັນ ທຶກຕົວເລກໝໍ້ນັບໄຟຜິດ ສາ ມາດສະເໜີຫາລັດວິສາຫະກິດໄຟຟ້າລາວ ເພື່ອໃຫ້ໄປກວດສອບ ຫຼື ໂທລະສັບສອບຖາມສູນບໍລິການ 1199 ຕະຫຼອດ 24 ຊົ່ວໂມງ. ຢ່າງໃດກໍຕາມ, ສັງຄົມຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີການກວດກາກັນໃຫ້ລະອຽດຄັກແນ ເພື່ອໃຫ້ຮູ້ວ່າເປັນຍ້ອນສາເຫດອັນໃດ ແທ້ ເພື່ອຫາວີທີແກ້ໄຂໃຫ້ຖືກຕ້ອງ. ຖ້າເປັນລະບົບກໍຕ້ອງແກ້ໄຂລະບົບ ຫຼື ຖ້າເປັນຍ້ອນພະນັກງານ ກໍຕ້ອງແກ້ໄຂພະນັກງານທີ່ເຮັດຜິດ ເພື່ອຮັບປະກັນບໍ່ໃຫ້ ເຫດການແບບນີ້ເກີດຂຶ້ນອີກ.