ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ອົງຄະນະພັກ ຫ້ອງວ່າການ ກະຊວງ ປກສ

0
2247

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ອົງຄະນະພັກ ຫ້ອງວ່າການ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2020, ໃຫ້ກຽດເຂົ້າຮ່ວມໂດຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະປະຈຳພັກ, ຄະນະພັກ, ຮອງລັດຖະມົນຕີ, ຜູ້ຊ່ວຍລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍແຂກຮັບເຊີນ, ພະນັກງານສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງ ປກສ

ພົຈວ ສົມວັນ ສາຍລ້ອງພາ ຄະນະພັກກະຊວງ ເລຂາອົງຄະນະພັກ ຫ້ອງວ່າການ, ຫົວໜ້າຫ້ອງວ່າການ ກະຊວງ ປກສ, ປະທານກອງປະຊຸມ ໄດ້ຜ່ານບົດສະຫຼຸບວຽກງານການນຳພາຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ 5 ປີ ຕໍ່ໜ້າ ວ່າ:

ຄະນະພັກ ຫ້ອງວ່າການ ໄດ້ເອົາໃຈໃສຊີ້ນໍາ-ນຳພາ ແລະ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ທົ່ວຫ້ອງວ່າການ ດ້ວຍຫຼາຍຮູບການ ເພື່ອກຳແໜ້ນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂນບາຍຂອງພັກ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ.

ໂດຍໄປຄຽງຄູ່ກັບ ການນຳພາວຽກງານວິຊາສະເພາະ ໃນການເປັນເສນາທິການຮອບດ້ານ ໃຫ້ແກ່ ຄະນະພັກ ຫ້ອງວ່າການ ກະຊວງ ໃນການຈັດຕັ້ງປະຕິບັດວຽກງານການເມືອງ ເປັນຕົ້ນແມ່ນ: ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ການກໍ່ສ້າງພັກ-ກໍ່ສ້າງພະນັກງານ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານຈັດຕັ້ງ-ພະນັກງານ, ວຽກງານໂຄສະນາ-ຂ່າວສານ, ຄຸ້ມຄອງ, ປ້ອງກັນ, ກວດກາສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ, ຕິດຕາມ, ຊຸກຍູ້ການປະຕິບັດແຜນການວຽກງານພັກ, ວຽກງານການເມືອງ, ຄົ້ນຄວ້າສະຫຼຸບສະພາບການເມືອງ-ແນວຄິດ, ສ່ອງແສງລາຍງານ, ຄົ້ນຄວ້າຈັດຕັ້ງນະໂຍບາຍດ້ານຕ່າງໆ ແລະ ວຽກງານປະສານສັງຄົມ, ປະສານສົມທົບວຽກງານປິ່ນອ້ອມອື່ນໆ ກັບພາກສ່ວນທີ່ກຽວຂ້ອງ ແລ້ວນຳສະເໜີຂັ້ນເທິງພິຈະລະນາຕົກລົງແກ້ໄຂ ແຕ່ລະວຽກງານ ໃນແຕ່ລະໄລຍະ ໄດ້ຮັບຜົນສຳເລັດເປັນຢ່າງດີ.

+ ເຊິ່ງທັງໝົດນັ້ນ ໄດ້ສະແດງອອກຄື:

  • ໄດ້ຄົ້ນຄວ້າເກັບກຳຂ່າວ-ລາຍງານຂ່າວປະຈຳວັນ ມີ 99.127 ສະບັບ
  • ເຮັດບົດສະຫຼຸບປະຈຳອາທິດ ຂອງ ກະຊວງ ປກສ ມີ 6.576 ສະບັບ
  • ສ້າງບົດສະຫຼຸບ ແລະ ທິດທາງແຜນການ ເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ 3-6 ເດືອນ ແລະ 1 ປີ ຈໍານວນ 455 ສະບັບ
  • ເຮັດແຈ້ງການເຖິງບັນດາກະຊວງ ແລະ ກົມກອງອ້ອມຂ້າງ ໄດ້ 108 ສະບັບ
  • ເຮັດບົດລາຍງານໃຫ້ການນຳກະຊວງລວມ 270 ສະບັບ
  • ງານພິທີສໍາຄັນຕ່າງໆ ທັງລະດັບຊາດ ແລະ ສາກົນ ລວມ 460 ຄັ້ງ
  • ກວດກາວຽກງານປ້ອງກັນໂຄງການສ້າງທາງລົດໄຟ ລາວ-ຈີນ ມີ 38 ຄັ້ງ
  • ໄດ້ປະສານສົມທົບກັບ ກົມກອງອ້ອມຂ້າງກະຊວງ, ປກສ ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີ 1.158 ຄັ້ງ
  • ໄດ້ຈັດຕັ້ງການປະຈຳການຕະຫຼອດ 24 ຊົ່ວໂມງ ມີ 3.600 ຄົນ

ໃນຕໍ່ໜ້າ, ຄະນະພັກ ຫ້ອງວ່າການ ຈະສືບຕໍ່ເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການໃນການຄົ້ນຄວ້າ, ວິເຄາະ-ວິໄຈບັນຫາ, ການສັງລວມສະພາບການ, ການສ້າງແຜນການ, ການສະຫຼຸບຕີລາຄາການເຄື່ອນໄຫວວຽກງານ, ການກະກຽມເອກະສານຮັບໃຊ້ກອງປະຊຸມຕ່າງໆ ໃຫ້ມີປະສິທິພາບ ແລະ ທັນເວລາ.

ພ້ອມນັ້ນ, ຍັງຈະໄດ້ເອົາໃຈໃສ່ການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ ທີ່ພົວພັນເຖິງ ວຽກງານປ້ອງກັນຄວາມສະຫງົບ ແລະ ຫ້ອງວ່າການ ໃຫ້ຄົບຖ້ວນ ແລະ ສອດຄ່ອງກັບສະພາບຕົວຈິງ ເພື່ອເປັນບ່ອນອີງໃນການປະຕິບັດໜ້າທີ່ການເມືອງ ຂອງ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ; ບໍ່ພຽງເທົ່ານີ້, ຈະຕ້ອງຫັນວຽກງານຫ້ອງວ່າການ ໃຫ້ທັນສະໄໝຂຶ້ນຕື່ມ ດ້ວຍການນໍາໃຊ້ລະບົບເຕັກໂນໂລຊີ ໃນການສະໜອງ ແລະ ກັ່ນຕອງຂໍ້ມູນຂ່າວສານໃຫ້ຖືກຕ້ອງ, ວ່ອງໄວ, ຊັດເຈນ, ທັນກັບເວລາ ແລະ ເຫດການ ພ້ອມທັງຮັກສາຄວາມລັບ ແລະ ຄວາມປອດໄພຮອບດ້ານ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ອົງຄະນະພັກ ຫ້ອງວ່າການ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 13 ສະຫາຍ ເລືອກເອົາ 11 ສະຫາຍ ເຊິ່ງເລືອກໄດ້ດັ່ງນີ້:

  • ພົຈວ ສົມວັນ ສາຍລ້ອງພາ ເປັນ ເລຂາຄະນະພັກ
  • ສະຫາຍ ພັອ ສຸລິນະ ແກ້ວປະເສີດ ເປັນ ຮອງເລຂາ
  • ສະຫາຍ ພັອ ອານຸເດດ ຄຸນຄຳ ເປັນ ປະທານກວດກາ