ກອງປະຊຸມໃຫຍ່ ຄັ້ງທີ I ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ມິຖຸນາ 2020; ເປັນປະທານໂດຍ ສະຫາຍ ເພັດສະໝອນ ຄອນປະສິດ ເລຂາຄະນະພັກຮາກຖານ ພະ ແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ; ເຂົ້າຮ່ວມມີ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງເຊກອງ, ມີຄະນະຈັດຕັ້ງແຂວງ, ເລຂາ-ຮອງເລຂາໜ່ວຍພັກ, ສະມາຊິກພັກສົມບູນ-ສຳຮອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງລາຍງານການເມືອງ ແລະ ບົດສໍາຫຼວດການຊີ້ນໍາໆພາລວມຮອບດ້ານຂອງຄະນະພັກໃນໄລຍະ 4 ປີຜ່ານມາ, ຄະນະພັກໄດ້ເສີມຂະຫຍາຍບົດບາດ ການຊີ້ນໍາໆພາຂອງຕົນ, ໂດຍໄດ້ຖືເອົາການ ສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສໍາຄັນຕົ້ນຕໍສອດຫ້ອຍເຂົ້າທຸກການເຄື່ອນໄຫວວຽກງານ, ຈັດຕັ້ງການຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ອັນໄດ້ເຮັດໃຫ້ຖັນແຖວພະນັກງານ ແລະ ສະມາຊິກພັກເຮັດສໍາເລັດ ໜ້າທີ່ການເມືອງຂອງຕົນດ້ວຍດີສະເໝີມາ.

ຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ມີ 3 ໜ່ວຍພັກທີ່ຂຶ້ນກັບຄື: ໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່; ໜ່ວຍພັກເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ແລະ ໜ່ວຍພັກລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງເຊກອງ, ມີສະມາຊິກພັກທັງໝົດ 78 ສະຫາຍ ຍິງ 9 ສະຫາຍ ໃນນີ້, ສະມາຊິກພັກ ສໍາຮອງ 15 ສະຫາຍ ຍິງ 2 ສະຫາຍ.

ໃນໄລຍະຜ່ານມາ ຄະນະພັກຮາກຖານ ໄດ້ເອົາໃຈໃສ່ນໍາພາການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາການ-ວິຊາສະເພາະ ແລະ ສາ ມາດຍາດໄດ້ຜົນງານທີ່ພົ້ນເດັ່ນ; ໂດຍສະເພາະແມ່ນການຂະຫຍາຍຕາຂ່າຍໄຟຟ້າເຂົ້າຫາປະ ຊາຊົນທັງຢູ່ໃນຕົວເມືອງ ແລະ ຊົນນະບົດເຂດ ຫ່າງໄກສອກຫຼີກ ຊຶ່ງເຮັດໃຫ້ເວລານີ້ ທົ່ວແຂວງມີບ້ານທີ່ໄດ້ຊົມໃຊ້ກະແສໄຟຟ້າລະບົບຖາວອນທັງໝົດ 137 ບ້ານ ກວມເອົາ 70% ແລະ ຄອບຄົວ 17.052 ຄອບຄົວ ກວມເອົາ 74% ຂອງຄອບຄົວທັງໝົດທົ່ວແຂວງ.

ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ຊຸດໃໝ່
ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ຊຸດໃໝ່

ກອງປະຊຸມໄດ້ພ້ອມກັນ, ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດ ໃໝ່ ປະກອບດ້ວຍ 7 ສະຫາຍ ແລະ ກອງປະຊຸມໄດ້ເລືອກເອົາ ສະຫາຍ ເພັດສະໝອນ ຄອນປະສິດ ເປັນເລຂາ; ສະຫາຍ ອ່ອນສີ ປັດຖໍາມະວົງ ເປັນຮອງເລຂາ; ສະຫາຍ ພິມວົງ ຊວງມະນີ ເປັນປະທານກວດກາ; ສະຫາຍ ຄໍາປະສົງ ທະນົງສິນ ເປັນຮອງປະທານກວດກາ, ສ່ວນສະຫາຍ ຄໍາແສນ ພະສະແຫວງ, ສະຫາຍ ຈັນທະອຸດອນ ແກ້ວມະ ນີວົງ, ສະຫາຍ ພົງສະຫວັນ ສຸວັນນະຮັກ ເປັນກໍາ ມະການຄະນະພັກຮາກຖານ.