ສະຫຼຸບວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

0
1957

ຄະນະຮັບຜິດຊອບ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສະຫຼຸບວຽກງານ 6 ເດືອນ ຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2020 ໃນວັນທີ 4 ມິຖຸນາ ຜ່ານມາ, ເປັນປະທານໂດຍ ທ່ານ ປອ ຄໍາພັນ ພົມມະທັດ ຫົວໜ້າຄະນະອົບຮົມສູນກາງພັກ ທັງເປັນ ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ມີຄະນະຮັບຜິດຊອບແຕ່ລະຂົງເຂດ ເຂົ້າຮ່ວມ.

ທ່ານ ປອ ຄໍາພັນ ພົມມະທັດ ຫົວໜ້າຄະນະອົບຮົມສູນກາງພັກ

ທ່ານ ປອ ດາວສະຫວັນ ເຄືອມີໄຊ ຮັກສາການ ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ທັງເປັນ ຫົວໜ້າຄະນະຮັບຜິດຊອບ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່າວວ່າ: ຄະນະຮັບຜິດຊອບ ໄດ້ຊີ້ນໍາ, ຊຸກຍູ້ການຄົ້ນຄວ້າ ໃນຫົວຂໍ້ວິທະຍາສາດທີ່ຮັບຮອງໃນ 5 ຂົງເຂດ ດັ່ງນີ້:

ທ່ານ ປອ ດາວສະຫວັນ ເຄືອມີໄຊ ຮັກສາການ ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ
  • ແນວຄິດ ໄກສອນ ພົມວິຫານ ຂົງເຂດວຽກງານພັກ, ພະນັກງານ, ແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ ປະກອບມີ 7 ຫົວຂໍ້ຍ່ອຍ, ປັດຈຸບັນແມ່ນ ຂຽນສໍາເລັດແລ້ວ 100%
  • ແນວຄິດ ໄກສອນ ພົມວິຫານ ຕໍ່ກັບການປ່ຽນແປງໃໝ່ທາງດ້ານເສດຖະກິດ ມີ 8 ຫົວຂໍ້ຍ່ອຍ, ຂຽນສໍາເລັດແລ້ວ 100%
  • ແນວຄິດ ໄກສອນ ພົມວິຫານ ຕໍ່ກັບຂົງເຂດວຽກງານວັດທະນະທໍາ-ສັງຄົມ
  • ແນວຄິດ ໄກສອນ ພົມວິຫານ ຕໍ່ກັບຂົງເຂດອໍານາດລັດ
  • ແນວຄິດ ໄກສອນ ພົມວິຫານ ຕໍ່ກັບຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂົງເຂດວຽກງານການຕ່າງປະເທດ

ສໍາເລັດການຈັດແບ່ງຄວາມຮັບຜິດຊອບ ໃນການຄົ້ນຄວ້າຫົວຂໍ້: ຄຸນສົມບັດສິນທໍາປະຕິວັດອັນສູງສົ່ງຂອງ ປະທານ ໄກສອນ ພົມວິຫານ ໂດຍມີ 7 ຫົວຂໍ້ຍ່ອຍ ແລະ ໄດ້ແບ່ງໃຫ້ 7 ພາກສ່ວນຮັບຜິດຊອບ, ສໍາເລັດການຄົ້ນຄວ້າຮັບຮອງຫົວຂໍ້ຄົ້ນຄວ້າ ຫຼັງປີ 2020 ເຊິ່ງປະກອບມີ 8 ຫົວຂໍ້ວິທະຍາສາດ ໃນນັ້ນມີຫົວຂໍ້ລົງເລິກ 5 ຫົວຂໍ້:

ຫົວຂໍ້ກ່ຽວກັບ ຊີວິດ ແລະ ພາລະກິດ ປະທານ ໄກສອນ ພົມວິຫານ ຈໍານວນ 3 ຫົວຂໍ້, ຄົ້ນຄວ້າຮັບຮອງເອົາໂຄງຮ່າງບົດນິພົນຄົບຊຸດ, ຄາດຄະເນຈະສ້າງນິພົນຄົບຊຸດ ໄກສອນ ພົມວິຫານ ຈໍານວນ 13 ເຫຼັ້ມ, ການເກັບກໍາເອກະສານທີ່ເປັນບົດຂຽນ, ບົດໂອ້ລົມ, ບົດປາໄສຂອງ ປະທານ ໄກສອນ ພົມວິຫານ ໄດ້ຈໍານວນ 500 ກວ່າລາຍການ, ລວມມີ 14.096 ໜ້າ, ເກັບກໍາປື້ມຂຽນທີ່ພົວພັນເຖິງ ປະທານ ໄກສອນ ພົມວິຫານ ໄດ້ຈໍານວນໜຶ່ງ.

ທິດທາງໃນ 6 ເດືອນຕໍ່ໜ້າ, ຄະນະຮັບຜິດຊອບ ຈະສຸມໃສ່ບາງບັນຫາດັ່ງນີ້: ກະກຽມຈັດສໍາມະນາວິທະຍາສາດ ລະດັບຊາດ ຈໍານວນ 6 ກອງປະຊຸມ, ສໍາມະນາໃນ 6 ຫົວຂໍ້ ທີ່ຖືກຮັບຮອງ ເພື່ອປະກອບສ່ວນສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.

ນອກຈາກນັ້ນ, ຍັງຈະໄດ້ຄົ້ນຄວ້າແບ່ງຄວາມຮັບຜິດຊອບ ໃນການຄົ້ນຄວ້າຫົວຂໍ້ລົງເລິກ ແລະ ຫົວຂໍ້: ຊີວິດ ແລະ ພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ, ສືບຕໍ່ລົງເລິກເກັບກໍາຂໍ້ມູນ, ເອກະສານທີ່ພົວພັນກັບ ປະທານ ໄກສອນ ພົມວິຫານ ຢູ່ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ພ້ອມທັງກະກຽມຈັດພິມສະບັບຮ່າງນິພົນຄົບຊຸດ, ກະກຽມພິມຈໍາໜ່າຍຜະລິດຕະພັນຈໍານວນໜຶ່ງ ເພື່ອສະເຫຼີມສະຫຼອງ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.