ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ຖວທ ແຂວງໄຊສົມບູນ
ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ຖວທ ແຂວງໄຊສົມບູນ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ແຂວງໄຊສົມບູນ ໄດຈັດຂຶ້ນ ໃນວັນທີ 3 ມິຖຸນາ 2020; ເຂົ້າຮ່ວມໂດຍ ສະຫາຍ ບຸນສຸກ ຈອມວິສານ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊສົມບູນ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາໜ່ວຍພັກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ; ພ້ອມດ້ວຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກກຸ່ມວັດທະນະທໍາ-ສັງຄົມແຂກຮັບເຊີນ, ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທັງ 5 ເມືອງ ແລະ ສະມາຊິກພັກສົມບູນ ພາຍໃນພະ ແນກ ເຂົ້າຮ່ວມ.

ສະຫາຍ ຕົ່ງມົວ ຊົວໂກ້ ກຳມະການພັກແຂວງ ໄດ້ຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການ 5 ປີ; ເຊິ່ງຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະນໍາຂອງພະແນກ ຖວທ ໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນຫາສໍາຄັນ ຄຽງຄູ່ກັບການເຜີຍແຜ່ບັນດາເອກະສານທີ່ສໍາຄັນຂອງພັກ; ໂດຍສະເພາະມະຕິກອງປະຊຸມໃຫຍ່ ຄັ້ງທີ x ຂອງ ພັກ, ມະຕິກອງປະຊຸມໃຫຍ່ຕົວແທນສະມາຊິກພັກ ທົ່ວແຂວງໄຊສົມບູນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ເພື່ອໃຫ້ພະນັກງານສະມາຊິກພັກໄດ້ກໍາແໜ້ນ ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕິດພັນກັບການເອົາໃຈໃສ່ຈັດຕັ້ງປະຕິບັດມະຕິຂອງໜ່ວຍພັກດ້ວຍຈິດໃຈບຸກທະລຸທັງ 4 ດ້ານ ຢ່າງຕັ້ງໜ້າ.

ຂະນະດຽວກັນວຽກງານສື່ມວນຊົນ ກໍສາມາດເກັບກໍາ ຂ່າວໄດ້ 2.097 ຂ່າວ, ເທົ່າກັບ 75,4% ຂອງແຜນການ; ອອກໂທລະໂຄ່ງຂອງແຂວງ 2.097 ຂ່າວ, ອອກຜ່ານໂທລະພາບຊ່ອງ 1 ຈໍາ ນວນ 1089 ຂ່າວ, ຂຽນບົດສົ່ງ ອອກໂທລະພາບແຫ່ງຊາດ ແລະ ໂທລະພາບ ປກສ ໄດ້ 92 ບົດ; ຜະລິດລາຍການໄຊສົມບູນພັດ ທະນາ ສົ່ງໂທລະພາບແຫ່ງຊາດ ແລະ ໂທລະພາບ ປກສ ໄດ້ 144 ລາຍການ; ສົ່ງຂ່າວ, ບົດເລື່ອງ ແລະ ບົດກອນອອກໜັງສືພິມ ຕ່າງໆ ໄດ້ 306 ເລື່ອງ ແລະ ໄດ້ສ້າງສາລະຄະດີແຫຼ່ງທ່ອງທ່ຽວ ແລະ ສາລະຄະດີສອງວັນປະຫວັດ ສາດຂອງແຂວງ; ຄຽງຄູ່ກັນນັ້ນ, ວຽກງານວັດທະນະທໍາ ກໍສາມາດ ສ້າງບ້ານວັດທະນະທໍາ ໄດ້ທັງໝົດ 59 ບ້ານ ເທົ່າກັບ 66,29% ຂອງ ຈໍານວນບ້ານໃນທົ່ວແຂວງ ທັງສາ ມາດສ້າງຄອບຄົວວັດທະນະທໍາ ໄດ້ 9.292 ຄອບຄົວ, ເທົ່າກັບ 60,48% ຂອງຄອບຄົວທັງໝົດໃນທົ່ວແຂວງ ແລະ ສາມາດສ້າງກຸ່ມບ້ານວັດທະນະທໍາໄດ້ 2 ກຸ່ມບ້ານ ເທົ່າກັບ 11,8%; ພ້ອມນີ້ຍັງ ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ສວນໄຊຊະນະ-ຫໍຫຼັກເມືອງ ສໍາ ເລັດແລ້ວ 53% ຂອງໜ້າວຽກທັງໝົດ.

ໃນນັ້ນ, ວຽກງານສູນວັດ ທະນະທໍາເດັກ ແລະ ຫໍພິພິທະພັນ, ຫໍສະໝຸດ ກໍໄດ້ເຄື່ອນໄຫວກິດຈະກໍາ ແລະ ລົງເຜີຍແຜ່ເອກະສານກ່ຽວກັບສິດທິເດັກ ແລະ ເອກະສານການຢຸດໃຊ້ຄວາມຮຸນແຮງຕໍ່ເດັກ ໄດ້ 15 ຄັ້ງ; ແຕ່ງບົດຟ້ອນຮັບໃຊ້ງານຕ່າງໆຂອງແຂວງ ໄດ້ 45 ບົດ; ສໍາລັບວຽກງານທ່ອງທ່ຽວ ໄດ້ຂຶ້ນບັນຊີແຫຼ່ງທ່ອງທ່ຽວ ໄດ້ 73 ແຫ່ງ; ໃນນັ້ນ, ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ 57 ແຫ່ງ; ປະຫວັດສາດ 10 ແຫ່ງ ແລະ ແຫຼ່ງ ທ່ອງທ່ຽວທາງວັດທະນະທໍາ 6 ແຫ່ງ; ເຊິ່ງມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງໄຊສົມບູນ ທັງໝົດ 113.323 ຄົນ ສາມາດສ້າງລາຍ ຮັບໄດ້ 1.537.515 ໂດລາສະຫະລັດ ແລະ ວຽກງານອື່ນໆກໍບັນ ລຸຜົນສຳເລັດຕາມລະດັບຄາດໝາຍ.

ຈາກນັ້ນ, ຜູ້ແທນສົມບູນກໍໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກເອົາຄະນະພັກຊຸດໃໝ່ ເຊິ່ງມີຜູ້ຮັບສະໝັກທັງ ໝົດ 5 ສະຫາຍ ຍິງ 1 ສະຫາຍ ແລະ ເລືອກເອົາ 3 ສະຫາຍ; ເຊິ່ງກອງປະຊຸມໄດ້ເປັນເອກະສັນຢ່າງປະຊາທິປະໄຕເລືອກເອົາ ສະຫາຍ ຕົ່ງມົວ ຊົວໂກ້ ເປັນເລຂາໜ່ວຍ ພັກ, ສະຫາຍ ທົງສະຫວັນໂພສະ ຫລາດ ເປັນຮອງເລຂາ ທັງເປັນປະ ທານກວດກາ ແລະ ສະຫາຍໄມ ພອນ ເສນາມົນຕີ ເປັນຄະນະ.