ພິທີ ມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະທານ, ນາຍ ແລະ ພົນຕຳຫຼວດ
ພິທີ ມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະທານ, ນາຍ ແລະ ພົນຕຳຫຼວດ

ໃນວັນທີ 3 ມິຖຸນາ 2020 ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງລອງ ໄດ້ຈັດ ພິທີ ມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະທານ, ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບນະໂຍບາຍ ອອກພັກການ, ຮັບອຸດໜູນບຳນານ, ເສຍອົງຄະຍ້ອນສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ໃຫ້ກອງບັນຊາການ ປກຊ-ປກສ ເມືອງລອງ; ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຈັນ ສຸດທິປັນຍາ ເຈົ້າເມືອງໆລອງ, ມີຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ທ່ານຫົວໜ້າຄະນະກອງບັນຊາ ການ ປກຊ-ປກສ ເມືອງ ແລະ ພະນັກງານບຳນານຂອງສອງກຳລັງ ເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ເລກທີ 212/ຈມ, ລົງວັນທີ 1 ມິຖຸນາ 2020 ວ່າດ້ວຍການມອບ-ຮັບວຽກງານນະໂຍບາຍບາງປະເພດໃຫ້ຂຶ້ນກັບການຄຸ້ມຄອງຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ; ຈາກນັ້ນ, ແຕ່ລະພາກສ່ວນທີ່ກ່ຽວຂ້ອງໄດ້ພ້ອມກັນລົງລາຍເຊັນໃນບົດບັນທຶກມອບ-ຮັບການຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບນະໂຍບາຍອອກພັກການຮັບອຸດໜູນບຳນານ, ເສຍອົງຄະຍ້ອນສູ້ຮົບ ແລະ ຮັບໃຊ້ການສູ້ຮົບລະຫວ່າງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ແລະ ສອງກອງບັນຊາການ ປກຊ-ປກສ ເມືອງ ໂດຍຊ້ອງໜ້າທ່ານເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ; ສຳລັບກອງບັນຊາການ ປກຊ ເມືອງລອງ ມີທັງໝົດ 12 ທ່ານ, ເສຍອົງ ຄະບຳນານ 4 ທ່ານ ແລະ ກອງບັນ ຊາການ ປກສ ເມືອງລອງ ມີ 1 ທ່ານ.

ໃນຕອນທ້າຍ, ທ່ານເຈົ້າເມືອງ ໄດ້ສະແດງຄວາມຂອບໃຈອວຍພອນໄຊແດ່ພະນັກງານບຳນານເສຍອົງຄະທັງສອງກອງບັນຊາການ ທີ່ໄດ້ປະກອບສ່ວນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລະຍະທີຜ່ານມາ ແລະ ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດບ້ານເມືອງເຮົາໃຫ້ມີຄວາມສຸກຈະ ເລີນຂຶ້ນເລື້ອຍໆໄປ.