ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ

ໃນວັນທີ 6 ມິຖຸນາ 2020, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ເຂົ້າຮ່ວມ.

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ໄດ້ລາຍງານຫຍໍ້ກ່ຽວກັບ ສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ເຊິ່ງບາງຕອນທ່ານໄດ້ກ່າວວ່າ:

ແຂວງໄຊຍະບູລີ ແມ່ນໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງໜັກໜ່ວງ, ບົ້ງຝູງທໍາລາຍເຄື່ອງປູກ ແລະ ຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19, ອັນເປັນສາເຫດເຮັດໃຫ້ອັດຕາການເຕີບໂຕເສດຖະກິດຂອງແຂວງ ບໍ່ບັນລຸຄາດໝາຍທີ່ວາງໄວ້ (8,2%), ລາຍໄດ້ສະເລ່ຍຕໍ່ຫົວຄົນ 3.315 ໂດລາສະຫະລັດ.

ສໍາລັບ 5 ເດືອນຕົ້ນປີ 2020, ແຂວງໄຊຍະບູລີ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 451,31 ຕື້ກີບ, ເທົ່າກັບ 43,05% ຂອງແຜນການປີ. ໂດຍປັດໄຈພົ້ນເດັ່ນແມ່ນ ການປູກພືດລະດູແລ້ງຂອງປະຊາຊົນ ແລະ ການເຮັດຟາມສັດ, ເຊິ່ງມາຮອດປັດຈຸບັນ ມີຟາມໄກ່ 22 ຟາມ, ຟາມໝູ 35 ຟາມ ແລະ ຟາມງົວ-ຄວາຍ ຕິດພັນກັບ ການປູກຫຍ້າ 44 ຟາມ, ສາມາດຕອບສະໜອງການບໍລິໂພກຢູ່ພາຍໃນ ແລະ ສົ່ງອອກໄປຕ່າງແຂວງໄດ້ຈໍານວນໜຶ່ງ.

ສ່ວນບັນຫາຫຍຸ້ງຍາກທີ່ພວມປະເຊີນຢູ່ແມ່ນ ໄພແຫ້ງແລ້ງ ທີ່ແກ່ຍາວໜັກໜ່ວງກວ່າຊຸມປີຜ່ານມາ, ເຮັດໃຫ້ປະລິມານນໍ້າຫ້ວຍ, ນໍ້າໜ້າອ່າງບົກແຫ້ງຜິດປົກກະຕິ ປັດຈຸບັນຂາດນໍ້າໃຊ້ເຂົ້າໃນການຜະລິດລະດູປີ.

ດ້ານການລົງທຶນຂອງລັດ ໃນ 3 ເດືອນຜ່ານມາ, ແມ່ນໄດ້ຮັບເພດານການລົງທຶນບ້ວງປົກກະຕິທັງໝົດ 24,3 ຕື້ກີບ (284 ໂຄງການ) ປະຕິບັດໄດ້ 93 ໂຄງການ ມູນຄ່າ 10,17 ຕື້ກີບ.

ສໍາລັບແຜນການຕໍ່ໜ້າ, ແຂວງໄຊຍະບູລີ ຈະສຸມໃສ່ຊຸກຍູ້ການຜະລິດລະດູປີ, ການຜະລິດກະສິກໍາ ຕິດພັນກັບ ການປຸງແຕ່ງຢູ່ພາຍໃນເທື່ອລະກ້າວ, ຊຸກຍູ້ປະຊາຊົນໃຫ້ຫັນມາປູກພືດຊະນິດອື່ນທົດແທນ ແລະ ຕິດຕາມການຊຸກຍູ້ການເປີດການຮຽນ-ການສອນຂອງຊັ້ນຮຽນຕ່າງໆ ທັງຮັບປະກັນການປະຕິບັດມາດຕະການສະກັດກັ້ນ, ການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ແລະ ປ້ອງກັນການລະບາດພະຍາດໄຂ້ຍຸງລາຍ.

ພ້ອມກັນນັ້ນ, ກໍຍັງຈະໄດ້ສືບຕໍ່ກະກຽມ ແລະ ດຳເນີນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ອົງຄະນະບໍລິຫານງານພັກແຂວງ, ກະກຽມຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຊຸກຍູ້ຂະບວນການຮອບດ້ານ ເພື່ອກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ VII.

ໃນໂອກາດນີ້, ທ່ານ ປອ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ການນໍາແຂວງໄຊຍະບູລີ ເອົາໃຈໃສ່ຕິດຕາມກວດກາບັນດາໂຄງການລົງທຶນຂອງລັດ ແລະ ເອກະຊົນ ໃຫ້ລະອຽດ, ເອົາໃຈໃສ່ເບິ່ງຄືນການຄາດຄະເນການເຕີບໂຕຂອງເສດຖະກິດ, ຊຸກຍູ້ ແລະ ອໍານວຍຄວາມສະດວກໃນການດໍາເນີນທຸລະກິດຂະໜາດນ້ອຍ, ຂະໜາດກາງ, ຊຸກຍູ້ການຜະລິດເປັນສິນຄ້າ ຕິດພັນກັບ ການປຸງແຕ່ງ, ຕິດຕາມການລະບາດຂອງສັດຕູພືດ, ຊຸກຍູ້ການລ້ຽງສັດໃຫຍ່ ຕິດພັນກັບ ການປູກຫຍ້າ, ລ້ຽງແບບເປັນຟາມດ້ວຍເຕັກນິກໃໝ່, ເອົາໃຈໃສ່ເຝົ້າລະວັງ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ພ້ອມທັງປ້ອງກັນການລະບາດຂອງພະຍາດໄຂ້ຍຸງລາຍ.

ບໍ່ພຽງເທົ່ານັ້ນ, ຍັງຕ້ອງເອົາໃຈໃສ່ຄຸ້ມຄອງແຮງງານລາວ ທີ່ກັບຈາກຕ່າງປະເທດ ດ້ວຍມາດຕະການກັກຕົວ 14 ວັນ, ເອົາໃຈໃສ່ກະຕຸ້ນບັນດາຂະແໜງການທີ່ມີລາຍຮັບ ເພື່ອຈັດເກັບລາຍຮັບເຂົ້າງົບປະມານ, ເອົາໃຈໃສ່ຕິດຕາມ-ຄຸ້ມຄອງລາຄາສິນຄ້າ ແລະ ຕິດຕາມພະຍາກອນອາກາດ ເພື່ອແຈ້ງເຕືອນປະຊາຊົນ, ພ້ອມທັງສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ໃນໂອກາດດັ່ງກ່າວນີ້, ທ່ານຮອງນາຍົກ ກໍໄດ້ມອບເງິນສົດຈໍານວນ 30 ລ້ານກີບ ໃຫ້ແຂວງໄຊຍະບູລີ ເພື່ອຈັດຊື້ອຸປະກອນໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ອີກດ້ວຍ.