ທ່ານ ປອ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຮງງານ ແວດໂຊ ລາວ ຈໍາກັດ ແລະ ບໍລິສັດ ຊີເຄເອວ ຈໍາກັດ ໃນວັນທີ 9 ມິຖຸນາ 2020 ເພື່ອເປັນການໃຫ້ກໍາລັງໃຈຕໍ່ຄະນະຜູ້ບໍລິຫານໂຮງງານ ໃນໄລຍະທີ່ຖືກຜົນກະທົບຈາກພະຍາດໂຄວິດ-19 ແລະ ຮັບຟັງຂໍ້ສະເໜີ ເພື່ອນໍາໄປພິຈາລະນາ ແລະ ຫາວິທີແກ້ໄຂໃນຕໍ່ໜ້າ.

ທ່ານ ໄມເຄິນ ຊິນຄວກ ຜູ້ບໍລິຫານໃຫຍ່ຝ່າຍລາວ ໄດ້ລາຍງານ ວ່າ:

ໂຮງງານ ແວດໂຊ ລາວ ຈໍາກັດ ແມ່ນໂຮງງານທີ່ແປຮູບເຫຼັກ, ເຫຼັກຮູບປະພັນ (ເຮັດທໍ່ສົ່ງນໍ້າ) ແລະ ສະໜອງອຸປະກອນປະເພດວາວນໍ້າ ໃຫ້ແກ່ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ, ໂຄງການບໍ່ແຮ່, ໂຄງການທໍ່ສົ່ງນໍ້າມັນ ແລະ ອາຍກາສ ເຊິ່ງຕັ້ງຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໃນໄລຍະພະຍາດໂຄວິດ-19 ແພ່ລະບາດໃນທົ່ວໂລກ ກໍຄື ສປປ ລາວ ທາງໂຮງງານໄດ້ຢຸດເຊົາການຜະລິດ ແຕ່ວັນທີ 1-24 ເມສາ 2020 ເຮັດໃຫ້ມີຜົນກະທົບໃນການນໍາເນີນທຸລະກິດ ປະມານ 70% ມີມູນຄ່າຄວາມເສຍຫາຍປະມານ 100.000 ໂດລາສະຫະລັດ ເປັນຕົ້ນແມ່ນ ການນໍາເຂົ້າວັດຖຸດິບ, ການນໍາເຂົ້າອຸປະກອນ, ການສະໜອງຜະລິດຕະພັນ, ການຈ້າງງານ, ຄ່າໄຟຟ້າ ແລະອື່ນໆ, ສ່ວນຄ່າແຮງງານຂອງພະນັກງານ ແລະ ກໍາມະກອນ ແມ່ນໄດ້ຈ່າຍເຕັມ 100%.

ຈາກນັ້ນ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ບໍລິສັດ ຊີເຄເອວ ຈໍາກັດ ທີ່ບ້ານຊຽງດາ ເມືອງໄຊເສດຖາ ເຊິ່ງເປັນບໍລິສັດຜະລິດເກີບ ເພື່ອການສົ່ງອອກ. ສໍາລັບຜົນກະທົບໃນໄລຍະພະຍາດໂຄວິດ-19 ລະບາດ ແມ່ນທາງບໍລິສັດໄດ້ຮັບຜົນກະທົບຄື ຍອດການສັ່ງຊື້ຫຼຸດລົງ ເພາະການສົ່ງອອກດັ່ງກ່າວແມ່ນຢູ່ໃນເຂດເອີຣົບ ແລະ ອາເມລິກາ ເຊິ່ງແມ່ນເປັນປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ໃນການແພ່ລະບາດຂອງເຊື້ອພະຍາດດັ່ງກ່າວ.

ສໍາລັບນະໂຍບາຍຕໍ່ພະນັກງານ ພາຍຫຼັງລັດຖະບານໄດ້ອອກມາດຕະການໃຫ້ຢຸດເຊົາ ໃນໄລຍະພະຍາດລະບາດ, ທາງບໍລິສັດກໍໄດ້ຈ່າຍຄ່າແຮງງານໃຫ້ພະນັກງານເຕັມ 100% ແລະ ໄດ້ມີການປ່ອຍເງິນກູ້ຢືມໃຫ້ພະນັກງານໃຊ້ຈ່າຍ ໃນຊີວິດປະຈໍາວັນ ໂດຍບໍ່ມີດອກເບ້ຍ ໃນກໍານົດເວລາ 3 ເດືອນ-6 ເດືອນ; ພ້ອມນີ້, ຍັງໄດ້ເປີດຮ້ານຄ້າທີ່ມີລາຄາຖືກກວ່າຢູ່ໃນຕະຫຼາດ ເພື່ອຊ່ວຍເຫຼືອຄ່າຄອງຊີບໃຫ້ພະນັກງານ ເຊິ່ງພະນັກງານສາມາດນໍາເອົາສິນຄ້າໄປຊົມໃຊ້ກ່ອນ ເມື່ອໄດ້ຮັບເງິນເດືອນຈຶ່ງນໍາມາຈ່າຍໃຫ້ບໍລິສັດກໍໄດ້.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ນະຄອນຫຼວງວຽງຈັນ

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ:

ຈຸດປະສົງການລົງມາຄັ້ງນີ້ ແມ່ນເປັນການຊຸກຍູ້ສົ່ງເສີມ ແລະ ເປັນການໃຫ້ກໍາລັງໃຈຜູ້ປະກອບການ ພາຍຫຼັງມາດຕະການຄຸມເຂັ້ມ ໃນການປ້ອງກັນພະຍາດໂຄວິດ-19, ໄລຍະນີ້ ກໍມີການຜ່ອນຄາຍ ເຊິ່ງໄດ້ມາເບິ່ງຜູ້ທໍາການຜະລິດມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນດ້ານໃດແດ່ ເພື່ອນໍາໄປຫາແກ້ໄຂໃຫ້ສາມາດດໍາເນີນທຸລະກິດ, ສາມາດຜະລິດ.

ໃນດ້ານການຮັບຜິດຊອບຕໍ່ແຮງງານ ພາຍໃນສອງບໍລິສັດດັ່ງກ່າວ ເຫັນໄດ້ວ່າ: ທັງສອງບໍລິສັດ ແມ່ນມີຄວາມສາມາດໃນການປ້ອງກັນພະຍາດ, ທາງດ້ານແຮງງານ ກໍໄດ້ມີຄວາມຮັບຜິດຊອບຕໍ່ພະນັກງານ ແລະ ມີສະຫວັດດີການຈໍານວນໜຶ່ງ ເຊິ່ງເປັນຈຸດດີ, ສໍາລັບໂຕເລກການຜະລິດ ທັງສອງບໍລິສັດກໍສາມາດດຳເນີນການຜະລິດຕໍ່ໄດ້; ສ່ວນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ຮ່ວມກັນແກ້ໄຂ ແມ່ນຂອດອໍານວຍຄວາມສະດວກ ໃນການອະນຸຍາດການນໍາເຂົ້າ-ການສົ່ງອອກ ເພື່ອໃຫ້ມີຄວາມສະດວກວ່ອງໄວຂຶ້ນກວ່າເກົ່າ.