ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວ 7,10% ຕໍ່ປີ

0
2086

ໃນໄລຍະ 5 ປີຜ່ານມາ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍອັດຕາສະເລ່ຍ 7,10% ຕໍ່ປີ ລວມຍອດຜະລິດຕະພັນ ບັນລຸໄດ້ 7.305 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 90,83%.

ສະຫາຍ ຄໍາປະດິດ ເຂັມມານິດ ຄະນະປະຈໍາພັກ ນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງໆໄຊທານີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງໄຊທານີ ຄັ້ງທີ VII ວ່າ:

ຕະຫຼອດໄລຍະ 5 ປີ ຜ່ານມາ, ຄະນະພັກ-ຄະນະນໍາ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດສຸມໃສ່ການພັດທະນາເສດຖະກິດເປັນໃຈກາງ ຕິດພັນກັບ ການພັດທະນາສັງຄົມ ຕາມແຜນນະໂຍບາຍປ່ຽນແປງໃໝ່ຂອງພັກ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາສະເລ່ຍ 7,10% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 7.305 ຕື້ກີບ ທຽບໃສ່ແຜນການ ສາມາດປະຕິບັດໄດ້ 90,83%; ສະເລ່ຍລາຍໄດ້ຕໍ່ຫົວຄົນເທົ່າກັບ 30.758.453 ກີບຕໍ່ຄົນຕໍ່ປີ ຫຼື 3.666 ໂດລາສະຫະລັດຕໍ່ຄົນຕໍ່ປີ.

ໃນນີ້, ກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 1,40% ກວມເອົາ 11,74% ຂອງ GDP, ອຸດສາຫະກໍາ ແລະ ກໍ່ສ້າງ ເພີ່ມຂຶ້ນ 10,99% ກວມເອົາ 45,04% ຂອງ GDP ແລະ ການຄ້າ-ການບໍລິການ ເພີ່ມຂຶ້ນ 4,87% ກວມເອົາ 43,23% ຂອງ GDP.

ການລົງທຶນຂອງລັດ-ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ມີທັງໝົດ 184 ໂຄງການ ມູນຄ່າ 854,29 ຕື້ກີບ ປະຕິບັດໄດ້ 27 ໂຄງການ ມູນຄ່າ 15,29 ຕື້ກີບ ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 14,67% ຂອງໂຄງການ ແລະ ເອົາໃຈໃສ່ຊຸກຍູ້ເກັບລາຍຮັບເຂົ້າງົບປະມານໄດ້ 196.962.308.078 ກີບ ເທົ່າກັບ 92,70% ຂອງແຜນການ.

ພ້ອມນັ້ນ, ທາງດ້ານຂະແໜງອື່ນໆ ກໍສາມາດບັນລຸໄດ້ຄາດໝາຍທີ່ກໍານົດໄວ້ ເປັນຕົ້ນແມ່ນ ການພັດທະນາກະສິກໍາ ແລະ ຄຸ້ມຄອງປ່າໄມ້ ໂດຍຖືເອົາການຜະລິດ ແລະ ສະໜອງສະບຽງອາຫານເປັນສໍາຄັນ ໂດຍທົ່ວເມືອງມີເນື້ອທີ່ຜະລິດເຂົ້າ 19.717 ເຮັກຕາ ຜົນຜະລິດໄດ້ 82.117 ໂຕນ, ອຸດສາຫະກໍາ-ການຄ້າ ມີການຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະ ເກີດມີຜະລິດຕະພັນໃໝ່ຈໍານວນໜຶ່ງ, ສ່ວນດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ຮັບການຄຸ້ມຄອງທາງດ້ານກົດໝາຍເທື່ອລະກ້າວ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນາ 2020 ເຂົ້າຮ່ວມໂດຍ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ມີຄະນະປະຈໍາພັກ, ບັນດາຄະນະພັກຮາກຖານ, ສະມາຊິກພັກສົມບູນທົ່ວເມືອງ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ກອງປະຊຸມໄດ້ດໍາເນີນມາຮອດວັນທີ 12 ມິຖຸນາ ເຊິ່ງກໍໄດ້ປ່ອນບັດຄັດເລືອກເອົາເລຂາພັກເມືອງ, ຄະນະພັກເມືອງໄຊທານີ ເພື່ອສືບຕໍ່ຊີ້ນໍາ-ນໍາພາເມືອງໄຊທານີ ໃຫ້ມີການພັດທະນາໄປເລື້ອຍໆ.