ກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກ ກອງບັນຊາການ ປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນາ 2020, ເປັນປະທານໂດຍ ພັອ ສົມພົງ ຂໍາວິລຸນ ເລຂາຄະນະພັກ ຮັກສາການ ຫົວໜ້າກອງບັນຊາການ ປ້ອງກັນສູນກາງ, ເຂົ້າຮ່ວມມີ ພົຕ ວັນທອງ ກອງມະນີ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີຮອງເລຂາຄະນະພັກ, ຄະນະພັກກອງບັນຊາການ, ເລຂາ-ຮອງເລຂາ, ຄະນະພັກຫ້ອງ, ກອງຮ້ອຍ, ໂຮງຮຽນ, ສະມາຊິກພັກ ເຂົ້າຮ່ວມ.

ພັອ ສົມພົງ ຂໍາວິລຸນ ກ່າວວ່າ:

ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະພັກ ກອງບັນຊາການ ປ້ອງກັນສູນກາງ ຊຸດທີ V ໄດ້ເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ, ທັງໄດ້ເອົາໃຈໃສ່ປັບປຸງ-ກໍ່ສ້າງພັກ, ກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບ ເປັນຕົ້ນ: ດ້ານການເມືອງ-ນໍາພາແນວຄິດ, ວຽກງານກໍ່ສ້າງພັກ, ວຽກງານກໍ່ສ້າງກໍາລັງ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານວິຊາສະເພາະ, ວຽກງານນະໂຍບາຍ, ວຽກງານພະລາທິການ, ວຽກງານປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍພາຍໃນ ແລະ ວຽກງານພົວພັນຕ່າງປະເທດ.

ເຊິ່ງວຽກງານທັງໝົດນີ້ ໄດ້ມີການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຕ່າງໆຂອງພັກ, ຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບ ໃນແຕ່ລະໄລຍະຢ່າງຕໍ່ເນື່ອງ ແລະ ທົ່ວເຖິງ, ນໍາພາຮ່ວມຊີວິດພາຍໃນພັກ ແລະ ກົມກອງເປັນປົກກະຕິ, ເອົາໃຈໃສ່ສຶກສາອົບຮົມ-ກໍ່ສ້າງສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນທຸກຂົງເຂດວຽກງານ 5 ປີ ໄດ້ຂະຫຍາຍສະມາຊິກພັກ 255 ສະຫາຍ ຍິງ 42 ສະຫາຍ, ປັບປຸງກົງຈັກການຈັດຕັ້ງ, ບັນຈຸສັບຊ້ອນພະນັກງານເຂົ້າໃນຕໍາແໜ່ງງານ ຖືກຕ້ອງຕາມຄວາມຮູ້-ຄວາມສາມາດ ແລະ ວິຊາສະເພາະທີ່່ໄດ້ຮຽນມາ ພ້ອມທັງສົ່ງພະນັກງານໄປຍົກລະດັບວິຊາສະເພາະຕາມໜ້າທີ່ວຽກງານຮັບຜິດຊອບ, ຄົ້ນຄວ້າຕິດຕາມ, ກວດກາປະຫວັດ, ກໍາແໜ້ນສະພາບແນວຄິດຂອງນາຍ ແລະ ພົນຕໍາຫຼວດ ໂດຍຖືເອົາການຮ່ວມຊີວິດປະຈໍາອາທິດ, ເດືອນ, ປີ, ແນວທາງນະໂຍບາຍຂອງພັກ-ລັດ, ແນວທາງການຕ່າງປະເທດຂອງພັກ ໂດຍສະເພາະແມ່ນໄດ້ຮ່ວມມືກັບຄະນະຜູ້ແທນຂັ້ນສູງຕ່າງປະເທດທີ່ມາເຄື່ອນໄຫວຢ້ຽມຢາມເຮັດວຽກທາງລັດຖະກິດຢູ່ ສປປ ລາວ ມີຄວາມປອດໄພ 100%.

ທິດທາງແຜນການໃນ 5 ປີຕໍ່ໜ້າ ຈະສຸມໃສ່ເພີ່ມວຽກງານການຊີ້ນໍາ-ນໍາພາຂອງຄະນະພັກ ໃຫ້ມີຄວາມເຂັ້ມແຂງ, ແບ່ງໜ້າທີ່ໃຫ້ຄະນະພັກຢ່າງຂາດຕົວໃນການຊີ້ນໍາແຕ່ລະຂົງເຂດວຽກງານ, ປັບປຸງ-ຂະຫຍາຍພັກ, ສະມາຊິກພັກ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ເອົາໃສ່ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍດ້ານຕ່າງໆຕໍ່ສະມາຊິກພັກ, ພະນັກງານ-ນັກຮົບໃຫ້ມີຄວາມວ່ອງໄວ ແລະ ເໝາະສົມທີ່ສຸດ, ຄົ້ນຄວ້າປັບປຸງລະບົບກົງຈັກການຈັດຕັ້ງ ພ້ອມທັງສັບຊ້ອນພະນັກງານທີ່ມີຄວາມຮູ້-ຄວາມສາມາດ ເຂົ້າໃນຕໍາແໜ່ງ-ໜ້າວຽກຕ່າງໆໃຫ້ເໝາະສົມ.

ນອກນີ້, ກອງປະຊຸມ ຍັງໄດ້ມີການປ່ອນບັດຄັດເລືອກເອົາ ຄະນະພັກ ຊຸດໃໝ່ ໃນນີ້ມີຜູ້ລົງສະໝັກ 13 ສະຫາຍ, ເລືອກເອົາ 11 ສະຫາຍ, ເຊິ່ງກອງປະຊຸມໄດ້ເປັນເອກະສັນເລືອກເອົາ:

  • ພັອ ສົມພົງ ຂໍາວິລຸນ ເປັນ ເລຂາຄະນະພັກ
  • ພັອ ຄໍາເຜີຍ ຄໍາດີ ເປັນ ຮອງເລຂາ
  • ພັອ ຄຳເກື່ອງ ຜິວວັນນາ ເປັນ ປະທານກວດກາ
  • ພັທ ສູນເພັງ ສິນທະວອນ ເປັນ ຮອງປະທານກວດກາ