ປະກາດການຈັດຕັ້ງ ຂັ້ນຮອງກອງບັນຊາການ ຫົວໜ້າຫ້ອງເຕັກນິກ ຢູ່ ທະຫານ ນວ

0
1421

ພິທີ​ປະກາດ​ການຈັດ​ຕັ້ງ ​ຂັ້ນຮອງ​ກອງ​ບັນຊາການ ແລະ ຫົວໜ້າຫ້ອງ​ເຕັກນິກ ຢູ່​ ກອງ​ບັນຊາ​ການ​ ທະຫານ​ ນະຄອນຫຼວງວຽງຈັນ (ນວ) ໄດ້​ຈັດ​ຂຶ້ນ​ໃນວັນທີ 11 ມິຖຸນາ 2020, ​ເປັນ​ປະທານໂດຍ ພົຈວ ຄຳ​ພາ ສີ​ພອນ​ໄຊ ຮອງ​ຫົວໜ້າກົມ​ໃຫຍ່​ເຕັກນິກ ​ກອງທັບ, ພ້ອມທັງມີ ພົຈວ ສີ​ພອນ​ ຈັນ​ສົມ​ວົງ ຫົວໜ້າການ​ເມືອງ ກອງ​ບັນຊາ​ການ​ ທະຫານ​ ນວ, ມີ​ຕາງໜ້າ​ໃຫ້​ ກົມ​​ເສນາ​ເຕັກນິກ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ກອງ​ບັນຊາ​ການ​, ຄະນະ​ບັນຊາຈາກອົງການ 5 ຫ້ອງ ​ແລະ ກົມ​ກອງ​ອ້ອມ​ຂ້າງ ຕະຫຼອດຮອດ ພະ​ແນກ​ການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ພົຈວ ຄຳ​ພາ ສີ​ພອນ​ໄຊ ຮອງ​ຫົວໜ້າກົມ​ໃຫຍ່​ເຕັກນິກ ​ກອງທັບ

​ໃນ​ພິທີດັ່ງກ່າວ, ພັທ ອິນ​ພອນ ​ໄຊ​ຍະ​ສິດ ຫົວໜ້າພະແນກຈັດ​ຕັ້ງ ກົມພະນັກງານ ກົມ​ໃຫຍ່​ການ​ເມືອງ​ ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ ກະຊວງ​ປ້ອງ​ກັນ​ປະ​ເທດ ສະບັບ​ເລກທີ 2385/ກປທ ວ່າ​ດ້ວຍ ການຍົກຍ້າຍ​ນາຍ​ທະຫານ ​ຢູ່​ ກອງ​ບັນຊາ​ການ​ ທະຫານ​ ນວ ​ໄປ​ໃຫ້​ ວິທະຍາຄານ​ເຕັກນິກ​ການ​ທະຫານ​, ເຊິ່ງ​ໄດ້​ຕົກລົງໂຍກຍ້າຍ:

  • ​ພັທ ວົງ​ຈິດ ​ໄຟ​ສະຫວ່າງ ຮອງ​ຫົວໜ້າກອງ​ບັນຊາ​ການ​ ຮັບຜິດຊອບ​ວຽກງານ​ເຕັກນິກ ທັງເປັນ ຫົວໜ້າຫ້ອງ​ເຕັກນິກ​ ກອງ​ບັນຊາ​ການ​ ທະຫານ ​ນວ ​ໄປ​ໃຫ້ ​ວິທະຍາຄານ​ເຕັກນິກ​ການ​ທະຫານ.

ພ້ອມ​ນີ້​, ຍັງໄດ້​ຜ່ານ​ຂໍ້ຕົກລົງ​ ວ່າ​ດ້ວຍ​ ການ​ແຕ່ງ​ຕັ້ງ​ ຮອງ​ຮັບຜິດຊອບ​ວຽກງານ​ເຕັກນິກ​ ຂອງ​ ກອງ​ບັນຊາ​ການ​ ທະຫານ​ ນະຄອນຫຼວງວຽງຈັນ ຈຶ່ງ​ໄດ້​ຕົກລົງ​ແຕ່ງ​ຕັ້ງ:

  • ພັທ ສີວ​ອນ ດາວ​ມະນີ​ຈັນ ​ເປັນ​ ຮອງຫົວໜ້າ​ກອງ​ບັນຊາ​ການ ​ຮັບ​ຜິດ​ຊອບ​ວຽກງານ​ເຕັກນິກ ທັງ​ເປັນ ​ຫົວໜ້າຫ້ອງ​ເຕັກນິກ ຂອງ​ ກອງ​ບັນຊາ​ການ​ ທະຫານ​ ນວ.

​ໃນ​ໂອກາດ​ນີ້, ພົຈວ ຄຳ​ພາ ສີ​ພອນ​ໄຊ ​ໄດ້ເນັ້ນໃຫ້ຜູ້ທີ່ຖືກ​ໂຍກຍ້າຍ ​ແລະ ຜູ້​ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງພາລະບົດບາດການຊີ້ນຳ-ນຳພາບັນຊາຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກວ້າງຂວາງ; ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານ ໃຫ້ມີປະສິດທິຜົນສູງ, ເອົາໃຈໃສ່ສຶກສາອົບຮົມ ການເມືອງນຳພາແນວຄິດໃຫ້ເຂັ້ມແຂງ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃນການຊອກຮູ້ຮ່ຳຮຽນ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນ ໃຫ້ສູງຂຶ້ນເປັນກ້າວໆ, ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນການນຳພາເຮັດວຽກ ລວມສູນປະຊາທິປະໄຕເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສຳເລັດໜ້າທີ່ທີ່ພັກ-ລັດ ກໍຄື ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ເປັນຢ່າງດີ.