ວັນທີ 3 ມິຖຸນາ ທີ່ຜ່ານມາ, ເຈົ້າໜ້າທີ່ກອງຕໍາຫຼວດຈະລາຈອນ ປກສ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ສຶກສາອົບຮົມກຸ່ມແກ້ງທີ່ດັດແປງສະພາບເຕັກນິກລົດ ແລະ ຂັບຂີ່ລົດໃຊ້ສຽງເນືອງນັນກວນເມືອງ; ເຂົ້າຮ່ວມ ໂດຍ ພັທ ພິມມະຈັນ ລາດມົນຕີ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊຍະບູລີ ມີພໍ່-ແມ່ຜູ້ປົກຄອງ ພ້ອມດ້ວຍຜູ້ລະເມີດລະບຽບຈະລາຈອນ ເຂົ້າຮ່ວມ.

ພັຕ ໄຊສະນະ ເພັດສະໄຫວ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊຍະບູລີ ຜູ້ຊີ້ນໍາວຽກງານຈະລາຈອນ ໄດ້ຍົກໃຫ້ເຫັນກົດໝາຍບາງມາດຕາກ່ຽວກັບມາດຕະການຕໍ່ຜູ້ລະເມີດກົດລະບຽບການສັນຈອນ ທີ່ດັດແປງສະ ພາບເຕັກນິກ-ໃຊ້ສຽງດັງກວນເມືອງເກີນຂອບເຂດ, ບໍ່ໃສ່ໝວກກັນກະທົບ, ບໍ່ມີແວ່ນສ່ອງຫ້ອງ,ໃຊ້ເສັ້ນທາງຫຼວງ ທີ່ບໍ່ຖືກຕ້ອງ ແລະ ບັນຫາອື່ນໆ ທີ່ຜິດຕໍ່ລະບຽບຈະລາຈອນໃຫ້ຜູ້ທີ່ລະເມີດໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງໄດ້ຮຽກຮ້ອງໃຫ້ນັກຂັບຂີ່ແຕ່ລະຄົນ ຈົ່ງພ້ອມກັນນໍາໄປປະຕິບັດໃຫ້ຢ່າງເຂັ້ມງວດ.

ບັນດາລົດທີ່ເຈົ້າໜ້າທີ່ກັກມາໄດ້ໃນຄັ້ງນີ້ມີ ຈໍານວນ 7 ຄັນ. ໃນນັ້ນ, ດັດແປງ ສະພາບເຕັກນິກໃຊ້ສຽງດັງເກີນຂອບເຂດ ( ໃສ່ທໍ່ສູບ ) ຈໍານວນ 6 ຄັນ. ພ້ອມນີ້, ເຈົ້າໜ້າທີ່ຍັງໄດ້ເນັ້ນໜັກໃຫ້ພໍ່-ແມ່ຜູ້ປົກຄອງ ຈົ່ງຕັ້ງໜ້າສຶກສາອົບຮົມບົ່ມສອນລູກຫຼານ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈກົດລະບຽບຈາລະຈອນໃຫ້ຫຼາຍຂຶ້ນ ແລະ ພ້ອມກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນການສະກັດກັ້ນປະກົດການຫຍໍ້ທໍ້ເຮັດໃຫ້ ເມືອງໄຊຍະບູລີ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍເທື່ອລະກ້າວ.