ປັດຈຸບັນ, ບັນດາ ປກສ ກຸ່ມບ້ານ ທົ່ວແຂວງຫຼວງນຳ້ທາ ພວມໄດ້ຮັບການປັບປຸງ, ກໍ່ສ້າງດ້ານພື້ນຖານໂຄງລ່າງບ່ອນປະຈຳການ ເພື່ອເຮັດໃຫ້ມີຄວາມສະດວກ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ດີຂຶ້ນເລື້ອຍໆ; ເຊິ່ງຜ່ານມາ, ໄດ້ຮັບການຊ່ວຍເຫຼືອທຶນຮອນຈາກເມືອງ, ແຂວງ, ບັນດານັກທຸລະກິດ ແລະ ພໍ່-ແມ່ປະຊາຊົນຕໍ່ວຽກງານດັ່ງກ່າວ, ເຊັ່ນດຽວກັບ ປກສ ກຸ່ມບ້ານປາກຄານ ທີ່ຂຶ້ນກັບ ປກສ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄລຍະທ້າຍເດືອນພຶດສະພາ ແມ່ນໄດ້ເລີ່ມກໍ່ສ້າງຫໍພັກພະນັກງານ; ມາຮອດປັດຈຸບັນ ແມ່ນສ້າງສຳເລັດແລ້ວ 50%.

ຮອ ສຸວັນຄຳ ວັນນະແສງ ຮັກສາການຫົວໜ້າ ປກສ ກຸ່ມບ້ານປາກຄານ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບທຶນສົມທົບຈາກກອງບັນຊາການ ປກສ ແຂວງ ເປັນກະເບື້ອງ 270 ແຜ່ນ; ເມືອງວຽງພູຄາ ຊ່ວຍໄມ້ 9 ຄີວ, ກອງບັນຊາການ ເມືອງ ຊ່ວຍຊີມັງ 1 ໂຕນ, ດິນບ໋ອກ 270 ກ້ອນ ແລະ ໄດ້ຮັບທຶນສົມທົບຈາກພໍ່-ແມ່ປະ ຊາຊົນ 3 ບ້ານພາຍໃນກຸ່ມ ຈຳນວນ 4. 630.000 ກີບ; ໃນທ້າຍເດືອນພຶດສະພາ ຈຶ່ງໄດ້ເລີ່ມລົງມືກໍ່ສ້າງ ເຊິ່ງຫໍພັກດັ່ງ ກ່າວມີຂະໜາດ 5×9 ແມັດ, ມີຫ້ອງນອນ 3 ຫ້ອງ, ເສົາເທເບຕົງເສີມເຫຼັກ, ຝາ ກໍ່ອ້ອມດ້ວຍດິນບ໋ອກ ແລະ ແອ້ມດ້ວຍໄມ້ແປ້ນ; ໂຄງຫຼັງຄາໄມ້ ແລະ ມຸ່ງດ້ວຍ ກະເບື້ອງ, ສຳລັບແຮງງານການກໍ່ສ້າງຕົ້ນຕໍ່ແມ່ນປະຊາຊົນ ແລະ ພະນັກງານພາຍ ໃນ ປກສ ກຸ່ມບ້ານ, ປັດຈຸບັນການກໍ່ສ້າງ ແມ່ນສຳເລັດແລ້ວ 50% ຄາດວ່າຈະ ໃຫ້ສໍາເລັດພາຍໃນ 2 ເດືອນຂ້າງໜ້າ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ວັນທີ 7 ມິຖຸນານີ້; ທ່ານ ຄຳເພັດ ຈັນທະວົງ ຮອງ ຫົວໜ້າຫ້ອງວ່າການປົກຄອງແຂວງ ໃນນາມຄອບຄົວສ່ວນຕົວໄດ້ມອບເຄື່ອງ ຄອມພິວເຕີ ຈຳນວນ 1 ຊຸດ ລວມມູນຄ່າ 5 ລ້ານກີບ ມອບໃຫ້ ປກສ ກຸ່ມບ້ານປາກ ຄານ ເມືອງວຽງພູຄາ ຕາງໜ້າກ່າວຮັບໂດຍ ຮອ ສຸວັນຄຳ ວັນນະແສງ ຮັກສາການ ຫົວໜ້າ ປກສ ກຸ່ມບ້ານປາກຄານ ພ້ອມດ້ວຍອ້າຍນ້ອງພາຍໃນກຸ່ມເຂົ້າຮ່ວມ,

ທ່ານໄດ້ກ່າວສະແດງຄວາມຂອບອົກ ຂອບໃຈຕໍ່ ທ່ານ ຄຳເພັດ ຈັນທະວົງ ພ້ອມດ້ວຍຄອບຄົວ ທີ່ມີນ້ຳຈິດນ້ຳໃຈ ນຳເອົາເຄື່ອງຊ່ວຍເຫຼືອທີ່ມີມູນຄ່າສູງມາມອບໃນຄັ້ງນີ້ ຂໍອວຍພອນໃຫ້ທ່ານຈົ່ງມີແຕ່ສຸຂະພາບແຂງແຮງ, ມີຄວາມ ຜາສຸກໃນສ່ວນຕົວ ແລະ ຄອບຄົວ ພ້ອມທັງສັນຍາວ່າ ຈະນຳເອົາເຄື່ອງດັ່ງ
ກ່າວນຳໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ໃຫ້ເກີດປະໂຫຍດແກ່ສ່ວນ ລວມ.