ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໜ່ວຍພັກກົມໃຫຍ່ການເມືອງ

0
1301
ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ

ກົມໃຫຍ່ການເມືອງ ປກສ ໄດ້ຈັດພິທີມອບທຸງໄຊ ແລະ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2019 ໃນວັນທີ 16 ມິຖຸນາ 2020, ເປັນປະທານ ແລະ ມອບໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ ອ້ອມຂ້າງ ກົມໃຫຍ່ການເມືອງ ເຂົ້າຮ່ວມ.

ພັທ ບຸນສີ ທໍາມະລັງສີ ຮອງເລຂາໜ່ວຍພັກ ຮອງຫົວໜ້າຫ້ອງການເມືອງ ໄດ້ສະຫຼຸບການຕີລາຄາ ການເຄື່ອນໄຫວການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຊິ່ງຜ່ານການຕີລາຄາຄັດເລືອກປະເພດສະມາຊິກ ແລະ ໜ່ວຍພັກແລ້ວ ແມ່ນສາມາດເລືອກໄດ້ດັ່ງນີ້:

  • ສະມາຊິກພັກແຂງ 558 ສະຫາຍ ຍິງ 183 ສະຫາຍ ເທົ່າກັບ 90,24% ໃນຈໍານວນທັງໝົດ 619 ສະຫາຍ ຍິງ 209 ສະຫາຍ
  • ສະມາຊິກກາງ ມີ 58 ສະຫາຍ ຍິງ 24 ສະຫາຍ ເທົ່າກັບ 9,46%

ດ້ານໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີຈໍານວນ 20 ໜ່ວຍພັກ ເທົ່າກັບ 87% ຄື:

  • ໜ່ວຍພັກຮາກຖານ ກົມພັກ
  • ໜ່ວຍພັກຮາກຖານ ກົມຈັດຕັ້ງ-ພະນັກງານ
  • ໜ່ວຍພັກຮາກຖານ ກົມກໍ່ສ້າງກຳລັງ
  • ໜ່ວຍພັກຮາກຖານ ກົມປ້ອງກັນກຳລັງ
  • ໜ່ວຍພັກຮາກຖານ ກົມນະໂຍບາຍ
  • ໜ່ວຍພັກຮາກຖານ ຫ້ອງການ
  • ໜ່ວຍພັກຮາກຖານ ຫ້ອງຊາວໜຸ່ມກະຊວງ
  • ໜ່ວຍພັກຮາກຖານ ຫ້ອງແມ່ຍິງກະຊວງ
  • ໜ່ວຍພັກຮາກຖານ ຫ້ອງກຳມະບານກະຊວງ
  • ໜ່ວຍພັກຄູ ໂຮງຮຽນທິດສະດີການເມືອງ ປກສ
  • ໜ່ວຍພັກນັກສຶກສາ ຮຸ່ນ 13 ໂຮງຮຽນທິດສະດີການເມືອງ ປກສ
  • ໜ່ວຍພັກບໍລິຫານ ໂຮງຮຽນວັດທະນະທໍາຊົນເຜົ່າເດັກກຳພ້າ ຫຼັກ 67
  • ໜ່ວຍພັກສຶກສາ ໂຮງຮຽນວັດທະນະທໍາຊົນເຜົ່າເດັກກຳພ້າ ຫຼັກ 67
  • ໜ່ວຍພັກການເມືອງ-ຄຸ້ມຄອງ ໂຮງຮຽນວັດທະນະທໍາເດັກກຳພ້າ ຫຼັກ 67
  • ໜ່ວຍພັກກອງບັນນາທິການ ໂທລະພາບ ປກສ
  • ໜ່ວຍພັກກອງບັນນາທິການ ວາລະສານ ປກສ
  • ໜ່ວຍພັກກອງບັນນາທິການ ວິທະຍຸ ປກສ
  • ໜ່ວຍພັກກອງບັນນາທິການ ໜັງສືພິມຄວາມສະຫງົບ
  • ໜ່ວຍພັກພະແນກບໍລິຫານ ກົມສື່ມວນຊົນ ປກສ
  • ໜ່ວຍພັກຮາກຖານ ຫ້ອງການເມືອງ ກົມໃຫຍ່ການເມືອງ

ພ້ອມດຽວກັນນີ້, ຍັງມີ 6 ໜ່ວຍພັກ ທີ່ຮັກສາມູນເຊື້ອເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 10 ປີຊ້ອນ ໄດ້ຮັບທຸງໄຊ ຄື:

  • ໜ່ວຍພັກຮາກຖານ ກົມພັກ
  • ໜ່ວຍພັກຮາກຖານ ກົມກໍ່ສ້າງກຳລັງ
  • ໜ່ວຍພັກຮາກຖາ ຫ້ອງການ
  • ໜ່ວຍພັກຮາກຖານ ຫ້ອງຊາວໜຸ່ມກະຊວງ
  • ໜ່ວຍພັກຮາກຖານ ຫ້ອງແມ່ຍິງກະຊວງ
  • ໜ່ວຍພັກຮາກຖານ ຫ້ອງກຳມະບານກະຊວງ

ໃນພິທີ ຍັງໄດ້ເຊື່ອມຊຶມຄໍາແນະນໍາ ວ່າດ້ວຍ ການຈັດຕັ້ງປະຕິບັດ ກົດໝາຍປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ແລະ ຂໍ້ຕົກລົງ ວ່າດ້ວຍ ການກຳນົດຕົວອັກສອນຫຍໍ້ ແລະ ເລກລະຫັດ ບັນດາກົງຈັກການຈັດຕັ້ງຂອງ ກະຊວງປ້ອງກັນຄວາມສະຫງົບ (ສະບັບປັບປຸງ).