ມື້ວານນີ້, ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີເຜີຍແຜ່ຜົນສໍາເລັດ ກອງປະຊຸມວຽກງານຄຸມຂັງ-ດັດສ້າງ ປະຈໍາປີ 2017 ເພື່ອໃຫ້ຄະນະພັກ, ສະມາຊິກພັກ ແລະ ພະນັກງານ-ນັກຮົບທົ່ວກົມໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງຈະແຈ້ງ ພ້ອມທັງນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານໃຫ້ເກີດດອກອອກຜົນ, ເຜີຍແຜ່ໂດຍ ພັທ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ.

ພັທ ພັດສະດີ ນວນອາສາ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມວຽກງານຄຸມຂັງ-ດັດສ້າງ ປະຈໍາປີ 2017 ແລະ ທິດທາງປີ 2018 ທີ່ຈັດຂຶ້ນໃນລະຫວ່າງວັນທີ 30-31 ມັງກອນ 2018 ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນໍາໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ຜູ້ຊີ້ນໍາຂົງເຂດວຽກງານຄຸມຂັງ-ດັດສ້າງ, ໂດຍການເປັນປະທານຂອງ ພັອ ສົມລິດ ດາວຮຸ່ງສຸລິ ພ້ອມຄະນະກົມ ແລະ ພະນັກງານຫຼັກແຫຼ່ງ, ແຂກຮັບເຊີນເຂົ້າຮ່ວມ 120 ທ່ານ; ກອງປະຊຸມໄດ້ຄົ້ນຄວ້າເລິກເຊິ່ງ ແລະ ໄດ້ເປັນເອກະພາບຮັບຮອງເອົາຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຄຸມຂັງ-ດັດສ້າງໃນຂອບເຂດທົ່ວປະເທດ ປະຈໍາປີ 2017 ພ້ອມທັງທິດທາງວຽກງານໃນປີຕໍ່ໜ້າ, ຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນໃນການເຄື່ອນໄຫວວຽກງານຂອງບັນດາທ້ອງຖິ່ນ ແລະ ສູນກາງ ພ້ອມທັງຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ພົຕ ປອ ສົມຫວັງ ທໍາມະສິດ ເຊິ່ງທ່ານໄດ້ຍ້ອງຍໍຊົມ ເຊີຍຕໍ່ຜົນສໍາເລັດໃນການເຄື່ອນໄຫວວຽກງານໄລຍະຜ່ານມາ ແລະ ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານຄຸມຂັງ-ດັດສ້າງໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ສືບຕໍ່ເສີມຂະຫຍາຍຜົນງານທີ່ຍາດມາໄດ້ ແລະ ສຸມໃສ່ແກ້ໄຂບັນດາຈຸດອ່ອນຄົງຄ້າງທີ່ຜ່ານມາຢ່າງເອົາຈິງເອົາຈັງ.

ໃນພິທີຍັງມີການຜ່ານເອກະສານສຳຄັນຕ່າງໆຄື: ມະຕິຕົກລົງຂອງຄະນະພັກກະຊວງ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງຮອງເລຂາ ແລະ ຄະນະປະຈໍາພັກກົມ ແລະ ຂໍ້ຕົກລົງປະຕິບັດວິໄນພະນັກງານພາຍໃນກົມຕໍາຫຼວດຄຸມຂັງ-ດັດສ້າງ ແລະ ເຜີຍແຜ່ຄໍາສັ່ງ ວ່າດ້ວຍ ການຈັດຕັ້ງປະຕິບັດ 4 ແຜນງານ 41 ໂຄງການ, ຂໍ້ຕົກລົງ ວ່າດ້ວຍ ການເຄື່ອນໄຫວຂອງລະບອບຫົວໜ້າດຽວໃນກໍາລັງປ້ອງກັນຄວາມສະຫງົບ, ແຈ້ງການປະຕິບັດຄໍາສັ່ງ ເລກທີ 1100/ປກສ, ຂໍ້ຕົກລົງ ວ່າດ້ວຍ ທີ່ຕັ້ງ, ພາລະບົດບາດ-ໜ້າທີ່ ລະບອບວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາທຸກຂັ້ນ ໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ຄໍາສັ່ງແນະນຳຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກ່ຽວກັບການຮັບກໍາລັງໃໝ່-ກໍາລັງທົດແທນເຂົ້າໃນກໍາລັງປ້ອງກັນຄວາມສະຫງົບ, ຄໍາສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກ່ຽວກັບການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕິດພັນກັບການຕ້ານການສໍ້ລາດບັງຫຼວງໃນກໍາລັງປ້ອງກັນຄວາມສະຫງົບ.