ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດບັ້ນຝຶກອົບຮົມວຽກງານປາຖະກະຖາໃຫ້ຂັ້ນນໍາພາ-ບັນຊາອ້ອມຂ້າງກະຊວງ ປກສ ຄັ້ງທີ IV ໃນວັນທີ 12 ກຸມພາ 2018 ເພື່ອເຮັດໃຫ້ວຽກງານດັ່ງກ່າວມີ ການຂະຫຍາຍຕົວດີຂຶ້ນ ແລະ ກະ ກຽມສະເຫຼີມສະຫຼອງວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ (1961-2018) ທີ່ ຈະມາເຖິງນີ້ ໂດຍການເປັນປະ ທານຂອງ ພົວຈ ອຸ່ນຫຼ້າ ວົງພະຈັນ ຮອງເລຂາພັກ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພັອ ບຸນຖະໜອມ ສັກກະເສີມສຸກ ຫົວໜ້າກົມໂຄສະນາອົບຮົມ, ມີບັນດາຫົວໜ້າ, ກົມ, ຮອງກົມ, ກອງ, ຫ້ອງການ ແລະ ພະແນກການຕ່າງໆອ້ອມຂ້າງເຂົ້າຮ່ວມ.

ພັອ ບຸນຖະໜອມ ສັກກະເສີມສຸກ ຫົວໜ້າກົມໂຄສະນາອົບຮົມ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ກົມໂຄສະນາເປີດຊຸດຝຶກອົບຮົມໄລຍະສັ້ນ ວຽກງານໂຄສະນາ-ປາຖະກະຖາ ໃນກໍາລັງ ປກສ ຄັ້ງທີ IV ປະຈໍາປີ 2017 ສະບັບເລກທີ 2526/ກມປສ ລົງວັນທີ 23 ກໍລະກົດ 2017 ເພື່ອຕອບສະໜອງວຽກງານໂຄສະນາ-ປາຖະກະຖາ ໃນກໍາລັງ ປກສ ອ້ອມຂ້າງ ເຮັດໃຫ້ພະນັກງານຂອງກະຊວງ ປກສ ກາຍເປັນຜູ້ທີ່ເຮັດວຽກງານການເມືອງແນວຄິດ, ມີທັດສະນະຫຼັກໝັ້ນ, ຄຸນສົມບັດ, ສິນທໍາປະຕິວັດແບບແຜນວິທິການເຮັດວຽກ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ; ເພື່ອເຮັດໃຫ້ພະນັກງານຂັ້ນບັນຊາ ແລະ ສະມາຊິກພັກທີ່ມາຝຶກອົບຮົມຮູ້ວຽກງານການເມືອງ-ແນວຄິດ, ມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານຄຸນນະພາບ ຕອບສະໜອງໄດ້ຕາມໜ້າທີ່ການເມືອງຂອງກະຊວງ ປກສ ວາງອອກ.

ການຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ເຊື່ອມຊຶມເອກະສານ 4 ບົດຄື: ບັນຫາພື້ນຖານຂອງວຽກງານອົບຮົມ, ພື້ນຖານຄວາມສາມາດ ແລະ ການຂຽນເອກະສານ, ຄຸນລັກສະນະ ແລະ ສິລະປະການເວົ້າ, ບັນດານິຕິກໍາ ແລະ ບາງບົດຂຽນໃນການເຄື່ອນໄຫວວຽກງານປາຖະກະຖາ ເພື່ອເປັນການປັບປຸງຄືນທັດສະນະຫຼັກໝັ້ນຄຸນທາດການເມືອງ, ປັບປຸງຄຸນສົມບັດສິນລະທໍາປະຕິວັດແບບແຜນວິທີເຮັດວຽກ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ເຊິ່ງກອງປະຊຸມຈະດໍາເນີນໄປເປັນເວລາ 5 ວັນ ເລີ່ມແຕ່ວັນທີ 12-16 ກຸມພາ 2018 ນີ້.