ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງ ຄຸ້ມຄອງຂອງອົງການໄອຍະການປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນພາກ ຂຶ້ນໃນລະຫວ່າງວັນທີ 12-16 ກຸມພາ 2018, ໂດຍການເປັນປະທານຂອງ ທ່ານ ຄໍາສານ ສຸວົງ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນດາຄະນະພັກ, ຄະນະນຳ, ຫົວໜ້າກົມ, ຫົວໜ້າຫ້ອງການ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່າວວ່າ: ກອງປະຊຸມໄດ້ເຜີຍແຜ່ມະຕິ ເລກທີ 032/ກມສພ, ຂອງກົມການເມືອງສູນກາງພັກ ແລະ ມະຕິເລກທີ 030/ກມສພ ວ່າດ້ວຍການມາດຕະຖານພະນັກງານນຳພາ-ຄຸ້ມຄອງ, ຕໍາແໜ່ງບໍລິຫານຂອງລັດຖະກອນ ອົງການໄອຍະການປະຊາຊົນ, ການສ້າງແຜນກຳນົດພະນັກງານແມ່ນ ການກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງ ຕອບສະໜອງດ້ານຈຳນວນ, ຄຸນນະພາບຕາມຄວາມຮຽກຮ້ອງຕາມຕຳແໜ່ງງານທີ່ເໝາະສົມ ແລະ ແທດເໝາະ, ການຄາດເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າຕຳແໜ່ງງານ, ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ, ເປັນສູນລວມປະຕິບັດຫຼັກການປະຊາທິປະໄຕຢ່າງເຂັ້ມງວດ, ຄົ້ນຄວ້າເປົ້າໝາຍເຂົ້າໃນແຜນກຳນົດພະນັກງານເປັນໝູ່ຄະນະ ແລະ ຕົກລົງຕາມສຽງສ່ວນຫຼາຍ, ຮັບປະກັນຄວາມຖືກຕ້ອງໂປ່ງໃສ, ພາວະວິໄສ, ຮອບດ້ານ, ຍຸຕິທຳ, ຄຳນຶງເຖິງໂຄງປະກອບເພດ, ເຜົ່າ ແລະ ເລັງໃສ່ພະນັກງານໜຸ່ມໃຫ້ກວມເອົາອັດຕາສ່ວນຫຼາຍ ຫັນໄປສູ່ຄວາມກ້າວໜ້າ ແລະ ທັນສະໄໝຮອບດ້ານໃນປັດຈຸບັນ ແລະ ອະນາຄົດ.

ໃນໂອກາດດຽວກັນ, ທ່ານ ຄໍາສານ ສຸວົງ ໄດ້ເນັ້ນໃຫ້ບັນດາຜູ້ເຂົ້າຮ່ວມ ຈົ່ງເອົາໃຈໃສ່ກໍານົດເປົ້າໝາຍພະນັກງານທີ່ຈະບໍາລຸງ-ກໍ່ສ້າງ ແລະ ຈັດວາງ, ບັນຈຸເຂົ້າໃສ່ຕໍາແໜ່ງງານຕ່າງໆເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງໄລຍະສັ້ນ ແລະ ໄລຍະຍາວ ໃຫ້ມີຄວາມໜັກແໜ້ນທາງຄຸນທາດການເມືອງ ແລະ ພຽບພ້ອມໄປດ້ວຍຄວາມຮູ້-ຄວາມສາມາດ, ທັງເປັນວິທີການໜຶ່ງທີ່ສໍາຄັນ ເພື່ອຫັນເອົາວຽກງານພະນັກງານເຂົ້າສູ່ລະບຽບແຜນຕື່ມອີກກ້າວໜຶ່ງ ທີ່ເປັນພື້ນຖານສໍາຄັນໃນການວາງແຜນການລະອຽດ ພ້ອມທັງແນະນຳບັດທາບທາມ ແລະ ນຳພາການດຳເນີນການທາບທາມ ໃນຮອບທີ 1 ແລະ ຮອບທີ 2 ເພື່ອຮັບປະກັນການບໍາລຸງ-ກໍ່ສ້າງຖັນແຖວພະນັກງານສືບທອດປ່ຽນແທນໃນແຕ່ລະໄລຍະ.