ກອງປະຊຸມຄົບຄະນະກໍາມາທິການຕ່າງປະເທດ ສະພາແຫ່ງຊາດ ປະຈໍາປີ 2017 ໄດ້ໄຂຂຶ້ນໃນວັນທີ 12-13 ກຸມພາ 2018 ໂດຍການເຂົ້າຮ່ວມຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ມີປະທານ-ຮອງປະທານກໍາມາທິການຕ່າງປະເທດ ສະພາແຫ່ງຊາດ, ປະທານສະພາ ນະຄອນຫຼວງວຽງຈັນ, ແຂວງ, ກະຊວງ, ກົມ-ກອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ສຈ.ດຣ ເອກສະຫວ່າງ ວົງວິຈິດ ປະທານກໍາມາທິການຕ່າງປະເທດ ສະພາແຫ່ງຊາດ ກ່າວໄຂກອງປະຊຸມວ່າ: ກອງປະຊຸມຄົບຄະນະກໍາມາທິການຕ່າງປະເທດ ປະຈໍາສະພາແຫ່ງຊາດຄັ້ງນີ້, ແມ່ນຈັດຂຶ້ນເປັນປີທີສອງ ພາຍຫຼັງທີ່ໄດ້ສໍາເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VIII ເພື່ອເປັນການສະຫຼຸບຕີລາຄາການເຄື່ອນໄຫວ ແລະ ປະຕິບັດງານປະຈໍາປີຂອງຄະນະກໍາມາທິການຕ່າງປະເທດ ປະຈໍາສະພາແຫ່ງຊາດ ທາງດ້ານດີຜົນງານ ແລະ ດ້ານອ່ອນຂໍ້ຄົງຄ້າງ ເພື່ອພ້ອມກັນນໍາເອົາໄປເປັນບົດຮຽນ ແລະ ພ້ອມກັນແກ້ໄຂໃຫ້ດີຂຶ້ນເປັນກ້າວໆ.

ນອກຈາກນັ້ນ, ກອງປະຊຸມດັ່ງກ່າວ ຈະພ້ອມກັນສຸມໃສ່ຄົ້ນຄວ້າປຶກສາຫາລື ແລະ ພິຈາລະນາຫຼາຍບັນຫາຮ່ວມກັນເຊັ່ນ: ຈະໄດ້ຮັບຟັງລາຍງານການເຄື່ອນໄຫວວຽກງານຂອງກໍາມາທິການຕ່າງປະເທດ ປະຈໍາປີ 2017 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2018, ຮັບຟັງລາຍງານກ່ຽວກັບບັນຫາຊາຍແດນ, ວຽກງານຄຸ້ມຄອງການຕ່າງປະເທດ, ບັນຫາຍົກຍ້າຍຖິ່ນຖານຕາມລໍາພັງໃຈທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ການແຕ່ງດອງຕ້ອງຢູ່ຕາມບໍລິເວນຊາຍແດນລາວ-ຫວຽດນາມ, ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃນຂົງເຂດການຕ່າງປະເທດ, ຮັບຟັງລາຍງານການເຄື່ອນໄຫວວຽກງານຂອງກະຊວງແຜນການ-ການລົງທຶນ ກ່ຽວກັບການຊ່ວຍເຫຼືອລ້າຂອງຕ່າງປະເທດ ເພື່ອການພັດທະນາ ແລະ ການລົງທຶນໂດຍກົງຂອງຕ່າງປະເທດທີ່ສົ່ງຜົນກະທົບທາງລົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ສິ່ງແວດລ້ອມ, ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຂອງຄະນະກໍາມາທິການຮ່ວມມື ລາວ-ຫວຽດນາມ ໃນໄລຍະຜ່ານມາ, ພິຈາລະນາຮັບຮອງເອົາມະຕິຂອງກອງປະຊຸມຄົບຄະນະຂອງກໍາມາທິການຕ່າງປະເທດຂອງສະພາແຫ່ງຊາດ ປະຈໍາປີ 2017.

ໃນ 1 ປີຜ່ານມາ, ກໍາມາທິການຕ່າງປະເທດ ໄດ້ເຄື່ອນໄຫວວຽກງານຢ່າງຕັ້ງໜ້າ, ຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍຫຼາຍຢ່າງ ແຕ່ກໍສາມາດບັນລຸໄດ້ການຈັດຕັ້ງປະຕິບັດ 3 ພາລະບົດບາດຕົ້ນຕໍຂອງຕົນ ເຊິ່ງສະແດງອອກໃນຜົນງານຕົວຈິງຫຼາຍດ້ານ ເປັນຕົ້ນແມ່ນວຽກງານຕິດຕາມ-ກວດກາ, ເປັນເຈົ້າການໃນການຄົ້ນຄວ້າບັນຫາສໍາຄັນຂອງຊາດ, ການໃຫ້ສັດຕະຍາບັນ ບັນດາສົນທິສັນຍາສາກົນຕ່າງໆຫຼາຍສະບັບ ແລະ ປະກອບສ່ວນຊຸກຍູ້ເບື້ອງລັດຖະບານ ກໍຄືກະຊວງການຕ່າງປະເທດໃນການສ້າງກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ເພື່ອພິຈາລະນາຕໍ່ກອງປະຊຸມສະພາແຫ່ງຊາດ ແລະ ການພົບປະແລກປ່ຽນ-ຢ້ຽມຢາມຢ່າງເປັນທາງການຂອງການນໍາຂັ້ນສູງຂອງສະພາແຫ່ງຊາດລາວ ແບບສອງຝ່າຍ ແລະ ການເຂົ້າຮ່ວມກອງປະຊຸມອົງການລັດຖະສະພາໃນລະດັບພາກພື້ນ ແລະ ສາກົນ.