ກອງບັນຊາການ ປກສ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ມອບ-ຮັບອາວຸດລ່າເນື້ອ, ປືນປະດິດ ໃຫ້ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ນຳໄປທຳລາຍ ໃນວັນທີ 7 ກຸມພາ 2018 ໂດຍ ການເຂົ້າຮ່ວມ ພັທ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັຕ ດາວສະເດັດ ຈັນລະພາເທບຮອງຫົວໜ້າ ປກສ ເມືອງໄກສອນພົມວິຫານ ໄດ້ລາຍງານຜົນການເກັບກູ້ອາວຸດ ລ່າເນື້ອທີ່ບໍ່ໄດ້ຮັບອະນຸຍາດທີ່ນຳມາມອບປະກອບມີປືນແກັບ, ທາດແຕກ, ທາດລະເບີດ, ບັ້ງພຸ ແລະ ດອກໄມ້ໄຟ ຕ່າງໆທີ່ເຈົ້າໜ້າທີ່ ປກສ ເມືອງໄກສອນພົມວິຫານ ໄດ້ຈັດຕັ້ງກວດກາ, ເກັບກູ້ແລະ ຢຶດມາໄດ້ຈາກປະຊາຊົນໃນແຕ່ ລະກຸ່ມບ້ານທົ່ວເມືອງໄກສອນພົມວິຫານ, ອາວຸດດັ່ງກ່າວປະກອບມີປືນແກັບຈຳນວນ 71 ກະບອກ, ບັ້ງພຸໃຫຍ່ 55 ບັ້ງ, ບັ້ງພຸນ້ອຍຊະນິດກັບ ຈຳນວນ 7 ກັບ, ແກັບແຕກ 4 ອັນ, ລຳກ້ອງປືນ M16, ປືນ CKC 1 ກະບອກ, ໝາກ ແຕກຍາວ 1 ໜ່ວຍ, ໝາກແຕກລູກຈ້ອງຈຳນວນ 1 ໜ່ວຍ ໝາກແຕກປິງປອງ1 ໜ່ວຍ, ບັ້ງພຸນ້ອຍ, ບັ້ງກະ ໂພກນ້ອຍ,ທາດແຕກ ແລະ ປືນປະດິດອື່ນໆອີກຈຳນວນໜຶ່ງ.

ການມອບວາວຸດທີ່ບໍ່ໄດ້ຮັບອະນຸຍາດນຳໃຊ້ຄັ້ງນີ້ ເພື່ອເປັນການສະກັດກັ້ນການລັກລອບລ່າສັດທີ່ຫວງໃຫ້ຫຼຸດລົງ ແລະ ປ້ອງກັນການຫຼົງຍິງກັນໃນເວລາລ່າເນື້ອ ເພາະໃນໄລຍະຜ່ານມາເຄີຍເກີດບັນຫາຂຶ້ນຫຼາຍຄັ້ງ ແລະ ບັນຫາ ອື່ນໆທີ່ສົງຜົນກະທົບຕ່ໍຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເຊິ່ງປືນລ່າເນື້ອຈຳນວນດັ່ງ ກ່າວນີ້ພາກສ່ວນທີ່ກ່ຽວຂ້ອງຈະໄດ້ນຳໄປທຳລາຍຖີ້ມຕາມລະບຽບຫຼັກການຕໍ່ໄປ.