ໃນວັນທີ 12 ກຸມພາ 2018, ໄດ້ຈັດພິທີເປີດນໍາໃຊ້ຂົວມິດຕະພາບລາວ-ຍີ່ປຸ່ນ ແຂວງເຊກອງ ( ຂົວຂ້າມນໍ້າເຊກອງ ) ທີ່ເຊື່ອມຕໍ່ລະຫວ່າງເມືອງລະມາມ ຫາ ເມືອງ ດາກຈຶງ ແຂວງເຊກອງ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ບຸນ​ທອງ ຈິດ​ມະນີ  ຮອງ​ນາຍົກລັດຖະມົນຕີ, ທ່ານ ທາເຄຊິ ຮິຄິຮາຣະ ເອັກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ມີລັດ ຖະມົນຕີກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ເຈົ້າ​ແຂວງໆ​ເຊ​ກອງ, ບັນດາແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

​ໂອກາດນີ້, ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ຍທຂ ກ່າວວ່າ:  ໂຄງການຂ້າມຂົວນໍ້າເຊກອງ ແຕ່ເມືອງລະມາມ ຫາ ເມືອງດາກຈຶ ​ແຂວງ​ເຊ​ກອງ ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານ ແລະ ປະຊາ ຊົນຍີ່ປຸ່ນ ໃນມູນຄ່າທັງໝົດ 1,62 ຕື້ເຢັນ ຫຼື ປະມານ 16,20 ລ້ານໂດລາສະຫະລັດ ໂດຍຜ່ານອົງການໄຈກາ, ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອລັດຖະບານລາວ; ໂຄງການກໍ່ສ້າງຂົວນໍ້າເຊກອງ ມິດຕະພາບລາວ-ຍີ່ປຸ່ນ ແມ່ນໄດ້ສ້າງມາແຕ່ຕົ້ນປີ 2015 ເຊິ່ງໃຊ້ເວລາກໍ່ສ້າງ 39 ເດືອນ, ຂົວມີຄວາມຍາວ 300 ແມັດ, ອອກແບບ ກໍ່ສ້າງຕາມມາດຖານເຕັກນິກຂອງສາກົນ, ເປັນຂົວເບຕົງເສີມເຫຼັກອັດແຮງແບບປະສົມລະຫວ່າງສາຍກາບຖ່ວງດຶງ ແລະ ຂາງແບບຮູບກັບ 4 ຫຼ່ຽມ, ສາມາດຮັບນໍ້າໜັກໄດ້ 800 ໂຕນ, ມີ 3 ເສົາກາງນໍ້າ ແລະ ເສົາຫົວຂົວ 2 ເສົາ, ລະບົບຮາກຖານຈໍານວນໜຶ່ງຕອກເສົາເຂັມ, ມີຈໍານວນ 17 ຕົ້ນ, ມີ 4 ຊ່ວງ, ຊ່ວງກາງນໍ້າກວ້າງທີ່ສຸດ 110 ແມັດ, ຄວາມກວ້າງຂອງໜ້າຂົວ 11 ແມັດ, ໜ້າທາງລົດແລ່ນ 8 ແມັດ, ທາງຍ່າງເບື້ອງລະ 1,5 ແມັດ, ປູດ້ວຍຢາງຂົ້ວ, ໜາ 8 ຊັ່ງຕີແມັດ, ມີທາງເຂົ້າຂົວ 2 ເບື້ອງ, ຍາວ 528 ແມັດ, ກວ້າງ 10 ແມັດ, ປູ້ດ້ວຍຢາງຂົ້ວ, ໜາ 10 ຊັງ ຕີແມັດ, ມີລະບົບໄຟເຍືອງທາງ ເພື່ອຮັບປະກັນຄວາມປອດໄພໃນເວລາການສັນຈອນ.

ທ່ານ ເຈົ້າແຂວງໆເຊກອງ ກ່າວວ່າ: ການເປີດນໍາໃຊ້ຂົວຂ້າມນໍ້າເຊກອງ ໃນມື້ນີ້ນອກຈາກສ້າງຄວາມສະດວກໃຫ້ແກ່ ການຄົມມະນາຄົມຂົນສົ່ງ, ການໄປມາຫາສູ່ຄ້າຂາຍ ແລະ ການເຂົ້າເຖິງການບໍລິການດ້ານການສຶກສາ-ສາທາລະນະ ສຸກຂອງປະຊາຊົນທີ່ອາໃສຢູ່ 2 ຝາກຝັ່ງແມ່ນໍ້າເຊກອງແລ້ວ, ຍັງເປັນການເປີດເສັ້ນທາງໃຫ້ແກ່ການເຊື່ອມໂຍງດ້ານ ເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ຽວທ່ອງ ທີ່ອັດຕັນມາດົນນານລະຫວ່າງພາກພື້ນ ແລະ ອະນຸພາກ ພື້ນ, ການເຊື່ອມໂຍງລະຫວ່າງ ສປປ ລາວ, ສສ ຫວຽດນາມ, ກໍາປູເຈຍ ແລະ ຊາລາອານາຈັກໄທ; ຈາກການເຊື່ອມ ໂຍງດັ່ງກ່າວຈະເຮັດໃຫ້ມູນຄ່າດ້ານການຄ້າ, ການລົງທຶນ ແລະ ການຂົນສົ່ງສິນຄ້າຂະຫຍາຍໄປເຖິງຊາຍແດນຈີນ ໂດຍຜ່ານ ສສ ຫວຽດນາມອີກດ້ວຍ.