ປັດຈຸບັນ, ສັງຄົມອອນລາຍ ເປັ້ນຕົ້ນແມ່ນ ເຟສບຸກ, ວອດແອັບ ແລະອື່ນໆ ກໍາລັງມີບົດບາດຫຼາຍໃນສັງຄົມ ສິ່ງເຫຼົ່ານີ້ ມີຄຸນປະໂຫຍດ ຖ້າເຮົາຫາກນໍາໃຊ້ໃນສິ່ງທີ່ຖືກຕ້ອງ ແຕ່ໃນທາງກົງກັນຂ້າມ ກໍໄດ້ໂທດເຊັ່ນດຽວກັນ ຖ້ານໍາໃຊ້ໄປນໍາທາງທີ່ບໍ່ຖືກຕ້ອງ, ດັ່ງຄະດີທີ່ເກີດຂຶ້ນຕໍ່ໄປນີ້ ແມ່ນເກີດຈາກການນໍາໃຊ້ເຟສ ໄປໃນທາງທີ່ບໍ່ຖືກຕ້ອງ ຈົນນໍາໄປສູ່ແຈ້ງຄວາມໃຫ້ເຈົ້າໜ້າທີ່ຈັບກຸມຜູ້ກະທໍາຜິດໄປດໍາເນີນຄະດີໃນຂໍ້ຫາການນິນທາ ແລະ ການໃສ່ຮ້າຍ.

ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 17 ສິງຫາ 2017, ຜ່ານມາ ນາງ ວັນນະນີ ຫຼື ອົ້ນ ອາຍຸ 21 ປີ, ນັກສຶກສາ ບ້ານສາລາຄໍາໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຂົ້າແຈ້ງ ຄວາມຕໍ່ເຈົ້າໜ້າທີ່ໃຫ້ດໍາເນີນຄະດີຕໍ່ກັບເຈົ້າຂອງ ເຟສບຸກຊື່ ໂຕອົ້ນ ອິນທະວົງ, ເຊິ່ງເຟສບຸກ ດັ່ງກ່າວໄດ້ປອມ ໂດຍເອົາຮູບຂອງຕົນ ແລະ ປະກາດຂາຍບໍລິການທາງເພດ, ຈົນມີຄົນສົນໃຈໂອນເງິນເຂົ້າບັນຊີເປັນຈໍານວນຫຼວງ ຫຼາຍ. ຈາກນັ້ນ, ຜູ້ທີ່ໂອນເງິນມາໃຫ້ ມາຕິດຕໍ່ມາຫາເພື່ອຫຼັບນອນນໍາ. ຕໍ່ກັບບັນຫາດັ່ງກ່າວ, ຍິງສາວໜ້າຕາດີທີ່ ບໍ່ຮູ້ເລື່ອງ ຈຶ່ງຕັດສິນໃຈເຂົ້າແຈ້ງຄວາມເພື່ອດໍາເນີນຄະດີກັບຜູ້ທີ່ປອມເຟສບຸກ.

ພາຍຫຼັງເຈົ້າໜ້າໄດ້ຮັບແຈ້ງຄວາມຈາກຜູ້ເສຍຫຼາຍ ເຈົ້າໜ້າທີ່ກໍໄດ້ແຕ່ງຕັ້ງພະນັກງານວິຊາສະເພາະຕິດຕາມບັນ ຫາດັ່ງກ່າວຢ່າງໃກ້ຕິດ ໂດຍເລີ່ມຈາກການກວດສອບການໂອນເຂົ້າບັນຊີຕົ້ນທາງ ແລະ ປາຍທາງຂອງທະນາຄານ ແຫ່ງໜຶ່ງ ແລະ ປະສານຫາກກັບທະນາຄານ. ມາຮອດວັນທີ 29 ສິງຫາ 2017,  ຈຶ່ງຮູ້ບັນ ຊີຂອງຜູ້ກະທໍາຜິດຊື່ທ້າວ ເຈອາ ອາຍຸ 22 ປີ, ບ້ານນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ນໍາຕົວ ມາສອບສວນ ແລະ ຜູ້ກ່ຽວ ສາລະພາບວ່າ: ໃນໄລຍະເດືອນເມສາ ປີ 2017, ໄດ້ຜູ້ຈັກກັບຜູ້ເສຍຫາຍໃນນາມ ໝູ່ຕໍ່ໝູ່ ແລະ ເປັນໝູ່ທາງເຟສ ບຸກ. ມາຮອດເດືອນສິງຫາ 2017 ເຫັນໂພສ ຂອງນາງ ອົ້ນ ມີຄົນຕິດຕາມເປັນ ຈໍານວນຫຼາຍ ຈຶ່ງມີວິທີຕັ້ງເຟສ ໃໝ່ຂຶ້ນມາ ຊື່ ໂຕອົ້ນ ອິນທະວົງ ໂດຍດຶງເອົາຮູບຢູ່ເຟສ ຂອງນາງ ອົ້ນ ແລ້ວມາລົງ ເຟສ ທີ່ປອມຂຶ້ນມາ ຈົນມີຜູ້ຕິດ ຕາມຈໍານວນ 1.000 ກວ່າຄົນ ແລະ ໃຊ້ວິທີຕົວະເອົາເງິນຈາກຜູ້ຕິດຕາມ ແລະ ເລືອກເອົາຄົນທີ່ຄອມເມັ້ນ ໂດຍໃຊ້ ຮູບການລົມໄປມາ ແລ້ວຂໍເງິນລ່ວງໜ້າ ຈາກຜູ້ທີ່ຢາກບໍລິການທາງເພດ ໃຫ້ໂອນເງິນເຂົ້າບັນຊີ ພາຍຫຼັງໄດ້ເງິນ ແລ້ວ ຈຶ່ງໄດ້ແຊັດກັບຜູ້ທີ່ໂອນເງິນໃຫ້ເພື່ອເຍີ້ນເວລາອອກໄປ, ຕົກມາໃນວັນທີ 3 ສິງຫາ 2017 ຜູ້ເສຍຫາຍໄດ້ ແຊັດເຂົ້າມາ ຜູ້ກ່ຽວກໍລົມ ແລະ ບອກວ່າບໍ່ມີເງິນໃສ່ຫວຍ ທາງຜູ້ເສຍຫາຍຈຶ່ງໂອນເງິນເຂົ້າບັນຊີ ລວມ 2 ຄັ້ງ ຈໍານວນ 1.000.000 ກີບ ແລະ ຜູ້ກ່ຽວກໍໄປກົດເອົາທາງຕູ້ເອທີເອັມ ນໍາເງິນໄປໃຊ້ຈ່າຍ.

ນາງ ວັນນະນີ ຫຼື ອົ້ນ ໃຫ້ຮູ້ວ່າ: ພາຍຫຼັງຖືກທ້າວ ເຈອາ ປອມເຟສບຸກ ໄດ້ຮັບຄວາມເສຍຫາຍຢ່າງໃຫຍ່ຫຼວງ ເພາະ ວ່າໝູ່ທີ່ເຮັດວຽກນໍາກັນ ແລະ ສັງຄົມ ກໍໃຫ້ຄວາມສົນໃຈກັບເລື່ອງທີ່ເກີດຂຶ້ນ ຄິດວ່າເປັນເອງເປັນຄົນຂາ ບໍລິການ ທາງເພດແທ້ ແລະ ປັດຈຸບັນ ກໍໄດ້ອອກຈາກວຽກ. ຕໍ່ກັບບັນຫາດັ່ງກ່າວ, ທ້າວ ເຈອາ ໄດ້ອອກມາຂໍໂທດຕໍ່ຜູ້ທີ່ເສຍ ຫາຍ ພ້ອມທັງບໍ່ໃຫ້ສັງຄົມເອົາເປັນແບບຢ່າງ ແລະ ຍອມຮັບຜິດທຸກຢ່າງຕໍ່ເຫດການທີ່ເກີດຂຶ້ນ.

ຈາກການສັງເກດຕີລາຄາຂອງເຈົ້າໜ້າທີ່ ໃນການກະທໍາຂອງທ້່າວ ເຈອາ   ທີ່ປອມເຟສບຸກ ເອົາຮູບພາບຂອງນາງ ອົ້ນ ລົງທາງອອນໄລ ເຮັດໃຫ້ຄົນອື່ນຄິດວ່ານາງ ອົ້ນ ແລ້ວຊອກຫາຄົນເພື່ອຂໍເງິນແລກກັບເສກສົມຮ່ວມເພດ ເຮັດ ໃຫ້ຄົນຫຼົງເຊື່ອ ແລະ ໂອນເງິນໃຫ້ ເຫັນວ່າ: ການປະພຶດດັ່ງກ່າວເປັນການກະທິດຜິດທາງອາຍາ ຄົບອົງປະກອບການ ກະທໍາຜິດຕາມມາດຕາ 94,120 ຂອງກົດໝາຍອາຍາ ແຫ່ງ ສປປ ລາວ ໃນສະຖານການນິນທາ ແລະ ໃສ່ຮ້າຍ.