ສຳນັກງານຂ່າວຕ່າງປະເທດ ລາຍງານໃນວັນທີ 12 ກຸມພາທີ່ ຜ່ານມາວ່າ: ທ່ານ ນາງ ເຫມິງ ເຫວຍ ໂຄສົກຂອງ ຄະນະກຳມະການເພື່ອການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ( NDRC ) ເປີດເຜີຍວ່າ: ສປ ຈີນ ກຽມໃຊ້ນະ ໂຍບາຍກະຕຸ້ນການຈ້າງງານ ແລະ ສະໜັບສະໜູນຜູ້ປະກອບການໃນປີນີ້.

ຈີນ ຈຳເປັນຕ້ອງສ້າງຕຳແໜ່ງງານເພີ່ມອີກ 9,7 ລ້ານຕຳແໜ່ງ ເພື່ອຮອງຮັບນັກສຶກສາຈົບໃໝ່ປະມານ 8,2 ລ້ານຄົນ ລວມທັງແຮງງານທີ່ໄດ້ຮັບຜົນກະທົບຈາກມາດຕະການປັບຫຼຸດກຳລັງການຜະລິດໃນພາກອຸດສາຫະກຳ.

ໂຄສົກຂອງຄະນະກຳມະການເພື່ອການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ກ່າວອີກວ່າ: ລັດຖະບານຈີນ ຈະສ້າງສະພາບແວດລ້ອມດ້ານນະໂຍບາຍທີ່ຈະຊ່ວຍສະໜັບສະໜູນເສດຖະກິດ ໃນຍຸກດີຈີຕອນ ແລະ ສົ່ງເສີມ ລະບົບບິກດາຕາ ( ຖານຂໍ້ມູນຂະໜາດໃຫຍ່), ປັນຍາປະດິດ (  AI )  ແລະ ອິນເຕີເນັດສຳລັບພາກອຸດສາຫະກຳ. ນອກຈາກນີ້, ຈະປັບປຸງນະໂຍບາຍເພື່ອສະໜັບສະໜູນການເຕີບໃຫຍ່ຂອງບໍລິສັດເອກະຊົນ ແລະ ຊຸກຍູ້ນະໂຍບາຍ ທີ່ປະສົບຄວາມສຳເລັດທົ່ວປະເທດ.

ລາຍງານຂ່າວລະບຸວ່າ: ອັດຕາວ່າງງານໃນເຂດຕົວເມືອງຂອງ ສປ ຈີນ ຫຼຸດລົງສູ່ລະດັບ 3,9% ໃນປີ 2017 ຂະນະທີ່ຕະຫຼາດແຮງງານຂອງ ສປ ຈີນ ຍັງມີສະຖຽນລະພາບເຖິງແມ່ນວ່າເສດຖະກິດຂະຫຍາຍຕົວໃນອັດຕາທີ່ ຊ້າລົງ ແລະ ລັດຖະບານຍັງສືບຕໍ່ປະຕິບັດມາດຕະການປັບຫຼຸດກຳລັງການຜະລິດໃນພາກອຸດສາຫະກຳກໍຕາມ.