ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 12 ກຸມພາ ນີ້, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ໃຫ້ກຽດຕ້ອນຮັບທ່ານ Bertrand Lortholary ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສສ ຫວຽດນາມ ເນື່ອງໃນການເຂົ້າຢ້ຽມຂ່ຳນັບຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດ ນາມ.

ໃນການຕ້ອນຮັບຄັ້ງນີ້, ທ່ານ ຫງວຽນຟູຈ້ອງ ກ່າວວ່າ: ສສ ຫວຽດນາມ ຖືປະເທດຝຣັ່ງ ເປັນທີ່ຕັ້ງ ແລະ ມີພາ ລະບົດບາດທີ່ສຳຄັນໃນເອີຣົບ,  ເຊິ່ງຫວຽດນາມ ກໍເປັນປະເທດໜຶ່ງທີ່ມີຄວາມຫວັງ ຢາກເພີ່ມທະວີສາຍພົວພັນ ມິດຕະພາບ ແລະ ການຮ່ວມມືກັບລັດຖະບານຝຣັ່ງ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າອີກໃນອະນາຄົດ. ພ້ອມນັ້ນ, ທ່ານ ຫງວຽນ ຟູຈ້ອງ ຍັງໄດ້ກ່າວອີກວ່າ: ໃນປີ 2018 ແມ່ນປີສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນ ສ້າງຕັ້ງສາຍພົວພັນທາງການທູດ ແລະ ຄົບຮອບ 5 ປີ ແຫ່ງວັນສ້າງການພົວພັນຄູ່ຮ່ວມມື ຍຸດທະສາດຂອງສອງປະ ເທດ. ດັ່ງນັ້ນ, ສອງຝ່າຍຈົ່ງຊຸກຍູ້ສະໜັບສະໜູນສ້າງສາຍພົວພັນການຮ່ວມມືລະຫວ່າງບັນດາຂະແໜງການຂັ້ນ ຕ່າງໆໃຫ້ມີການພັດທະນາຂຶ້ນ ໂດຍສະເພາະ ແມ່ນດ້ານເສດຖະກິດການຄ້າ ແລະ ການລົງທຶນ ໃຫ້ມີການບັນລຸບາດ ກ້າວໃໝ່.

ທ່ານ Bertrand Lortholary  ກ່າວວ່າ: ລັດຖະບານຝຣັ່ງ ກໍມີຄວາມຫວັງຢາກເພີ່ມທະວີການ ສ້າງສາຍພົວພັນມິດ ຕະພາບ ແລະ ການຮ່ວມມືກັບ ສສ ຫວຽດນາມ ໃຫ້ມີການພັດທະນາສູ່ລະດັບໃໝ່ ໃນໄລຍະທີ່ຈະມາເຖິງນີ້, ພ້ອມ ທັງຊຸກຍູ້ການພົວພັນໃນບັນຫາຍຸດທະສາດ, ການຮ່ວມມືເສດຖະກິດ, ການບິນ, ຄົ້ນຄວ້າຈັກກະວານ, ການປ້ອງກັນ ຊາດ, ວັດທະນະທຳ ແລະ ຂະແໜງການອື່ນນຳອີກ.