ສຳນັກຂ່າວຕ່າງປະເທດລາຍ ງານວ່າ: ປະທານນາທິບໍດີ ໂດນັດ ທຣຳ ຜູ້ນຳຂອງສະຫະລັດອາເມລິກາ ເປີດເຜີຍ ແຜນງົບປະມານແລ້ວ ໃນວັນທີ 12 ກຸມພາທີ່ຜ່ານມາ ໂດຍສະເໜີໃຫ້ລັດຖະບານກາງໃຊ້ງົບປະມານ 2 ແສນລ້ານ ໂດລາສະຫະລັດ ສຳລັບສະໜັບສະໜູນແຜນພັດທະນາໂຄ້ງສ້າງພື້ນຖານ ມູນຄ່າ 1,5 ລ້ານໆໂດລາສະຫະລັດ ໃນ ຮອບໄລຍະເວລາ 10 ປີ ພ້ອມທັງຮຽກຮ້ອງໃຫ້ໃຊ້ງົບ 2,3 ໝື່ນລ້ານໂດລາສະຫະລັດ ໃນການຍົກລະດັບການຄຸມເຂັ້ມ ຜູ້ອົບພະຍົບ ແລະ ຮັກສາຄວາມປອດໄພບໍລິເວນຊາຍແດນ.

ນອກຈາກນີ້, ທ່ານ ທຣຳ ຍັງສະເໜີໃຫ້ຕັດງົບປະມານຂາດດຸນອີກ 3 ລ້ານໆໂດລາສະຫະລັດ ເຊັ່ນກັນ ແຕ່ຍັງບໍ່ມີ ການເປີດເຜີຍລາຍລະອຽດດັ່ງກ່າວເພີ່ມຕື່ມ; ໂດຍກ່ອນໜ້ານີ້, ຫໍການຄ້າສະຫະລັດອາເມລິກາ ສະເໜີໃຫ້ລັດຖະ ບານຂຶ້ນພາສີແກັສຈາກ 18,4% ເປັນ 25% ໃນອີກ 5 ປີ ຂ້າງໜ້າ ເພື່ອຫວັງໃຫ້ການຂຶ້ນພາສີດັ່ງກ່າວຊ່ວຍ ຫຼຸດການ ຂາດດຸນຂອງລັດຖະບານລົງ.

ແນວໃດກໍຕາມແຜນງົບປະມານດັ່ງກ່າວຂອງຜູ້ນຳສະຫະລັດອາເມລິກາ ອາດບໍ່ໄດ້ຮັບສຽງສະໜັບສະໜູນຈາກ ສະພາຄອງເກຣດ ພຽງພໍເນື່ອງຈາກຍັງຂາດລາຍລະອຽດສຳຄັນເລື່ອງການຫຼຸດ ການຂາດດຸນງົບປະມານ.