ຂ່າວຕ່າງປະເທດລາຍງານໃນວັນທີ 12 ກຸມພາ ນີ້ວ່າ: ກະຊວງການເງິນຂອງຟີລິບປິນ ໄດ້ອອກຖະແຫຼງການວ່າ ຟີລິບປິນຈະຮ່ວມມືກັບບໍລິສັດ ອາລີບາບາ ຂອງຈີນ ສະໜອງການບໍລິການດ້ານການເງິນ ເຊັ່ນ: ການໂອນເງິນ, ການຄຸ້ມຄອງຊັບສິນທີ່ສະດວກວ່ອງໄວ ແລະ ມີລາຄາຖືກໃຫ້ແຮງງານຟີລິບປິນ ຢູ່ຕ່າງປະເທດ.

ທ່ານ ຄາລອດ ໂດມິນກຸດ ລັດຖະມົນຕີກະຊວງການເງິນຂອງຟີລິບປິນ ກ່າວວ່າ: ເຕັກນິກການຈ່າຍເງິນເຄື່ອນທີ່ຂອງ ອາລີບາບາ ມີຕົ້ນທຶນຕໍ່າ ແລະ ໄດ້ສະໜອງການບໍລິການດ້ານການເງິນທີ່ມີລາຄາຖືກໃຫ້ແກ່ ວິສາຫະກິດຂະໜາດກາງ ແລະ ນ້ອຍ ຈຳນວນຫຼວງຫຼາຍຂອງຈີນ; ເຊິ່ງບໍລິສັດ ອາລີບາບາ ມີຄວາມເໝາະສົມທີ່ຈະໃຊ້ກັບແຮງງານຟີລິບປິນ ຢູ່ຕ່າງປະເທດ.

ກ່ອນໜ້ານີ້, ຟີລິບປິນ ໄດ້ສ້າງທະນາຄານສຳລັບຊາວຟີລິບປິນ ຢູ່ຕ່າງປະເທດບົນພື້ນຖານທະນາຄານຝາກປະຢັດໄປສະນີຟີລິບປິນ ເພື່ອໃຫ້ບໍລິການດ້ານການເງິນແກ່ແຮງງານຟີລິບປິນ ຢູ່ຕ່າງປະເທດສະເພາະ ແລະ ໃນອະນາຄົດທະນາຄານດັ່ງກ່າວ ອາດຈະນຳເຂົ້າເຕັກນິກການຈ່າຍເງິນເຄື່ອນທີ່ຂອງບໍລິສັດ ອາລີບາບາ ເພື່ອໃຫ້ບໍລິການແກ່ປະຊາຊົນຟີລິບປິນ ໃນຕ່າງແດນ.