ຂ່າວຕ່າງປະເທດລາຍງານໃນວັນທີ 12 ກຸມພາ ວ່າ: ກອງທຶນສຳລັບເດັກຂອງອົງການສະຫະປະຊາຊາດ ຫຼື ຢູນີເຊັຟ ອອກຖະແຫຼງການວ່າ, ສົງຄາມທີ່ກໍ່ຂຶ້ນໂດຍກຸ່ມຫົວຮຸນແຮງ IS ນັບແຕ່ປີ 2014 ເປັນຕົ້ນມາໄດ້ ເຮັດໃຫ້ເດັກນ້ອຍ ໃນປະເທດອີຣັກໜຶ່ງສ່ວນສີ່ມີການດຳລົງຊີວິດຢ່າງທຸກຍາກລຳບາກ.

ຖະແຫຼງການໃຫ້ຮູ້ວ່າ: ປັດຈຸບັນ, ເດັກນ້ອຍໃນປະເທດອີຣັກ ປະມານ 3.7 ລ້ານຄົນ ໄດ້ ຕົກຢູ່ໃນຄວາມທຸກຍາກ ລຳບາກຍ້ອນສົງຄາມ ແລະ ອີກຫຼາຍກວ່າ 3 ລ້ານຄົນ ບໍ່ສາມາດໄດ້ຮັບການສຶກສາເປັນປົກກະຕິ ໂດຍເດັກນ້ອຍ ຫຼາຍຄົນຖືກບັງຄັບໃຫ້ອອກໂຮງຮຽນຍ້ອນທຸກຍາກທາງຄອບຄົວ.

ອົງການຢູນີເຊັຟ ໄດ້ເປີດເຜີຍຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ປີ 2014 ເປັນຕົ້ນມາ, ຢູ່ປະເທດອີຣັກ ໄດ້ເກີດເຫດ ໂຈມຕີຫຼາຍຮ້ອຍຄັ້ງ. ໃນນັ້ນ, ກຸ່ມກໍ່ການຮ້າຍໄດ້ທຳລາຍສິ່ງກໍ່ສ້າງທາງດ້ານການສຶກສາ 150 ຄັ້ງ ແລະ ສາທາລະນະ ສຸກ 50 ຄັ້ງ. ປັດຈຸບັນ, ໂຮງຮຽນເຄິ່ງໜຶ່ງຂອງອີຣັກຕ້ອງການສ້ອມແປງຄືນໃໝ່. ອົງການຢູນີເຊັຟຍັງຮຽກຮ້ອງ ໃຫ້ປະຊາຄົມໂລກ ຈົ່ງເຂົ້າໄປໃຫ້ການຊ່ວຍເຫຼືອອີຣັກ ເພື່ອກໍ່ສ້າງພື້ນ ຖານໂຄງລ່າງໃຫ້ແກ່ເດັກນ້ອຍ ເພື່ອໃຫ້ພວກ ເຂົາໄດ້ຮັບການສຶກສາ ແລະ ໃຫ້ການບໍລິການສາທາລະ ນະແກ່ເດັກນ້ອຍປະເທດດັ່ງກ່າວ.