ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ສະກັດກວດຄົ້ນລົດຈັກເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ຈຸດກວດກາຫຼັກ 3 ບ້ານສະໜາມໄຊ ເມືອງປາກເຊ ພົບຢາບ້າ 355 ເມັດ ໃນວັນທີ 26 ມັງກອນ 2018 ພ້ອມທັງກັກຕົວຜູ້ຖືກຫາໄດ້ 1 ຄົນ ໄປສອບສວນຂະຫຍາຍຜົນ.

ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ສືບຮູ້ວ່າຈະມີໄວລຸ້ນກໍາລັງນຳຢາບ້າ ໄປຂາຍໃຫ້ກັບພັກພວກຢູ່ເຂດບ້ານສະໜາມໄຊ ໂດຍນຳໃຊ້ພາຫະນະລົດຈັກ ຍີ່ຫໍ້ຮອນດ້າເວບ ສີແດງດຳ ປ້າຍທະບຽນ 4725 ຈຳປາສັກ. ຈາກນັ້ນ, ຈຶ່ງນໍາກໍາລັງໄປຕັ້ງດ່ານຢູ່ຈຸດກວດກາ ຫຼັກ 3 ບ້ານສະໜາມໄຊ ຮອດເວລາ 14:00 ໂມງ ຈຶ່ງພົບລົດຈັກເປົ້າໝາຍຂັບຂີ່ໄປ ພໍຮອດຈຸດກວດກາ ເຈົ້າໜ້າທີ່ຈຶ່ງກວດຄົ້ນລົດ ແລະ ຄົ້ນຕົວຜູ້ຂັບຂີ່. ຜ່ານການກວດຄົ້ນ ພົບຢາບ້າ 355 ເມັດ ຢູ່ຖົງໂສ້ງ ພ້ອມທັງກັກຕົວຜູ້ຖືກຫາຊື່ທ້າວ ນາຍ ອາຍຸ 18 ປີ ຢູ່ບ້ານທີ 1 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ.

ທ້າວ ນາຍ ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຂອງຕົນແທ້ ເຊິ່ງໄດ້ຊື້ນໍາຜູ້ຮ່ວມຂະບວນການນໍາກັນຢູ່ເມືອງປາກເຊ ໃນວັນທີ 25 ມັງກອນ 2018 ຈຳນວນ 360 ເມັດ ໂດຍນັດຈຸດຊື້ຂາຍກັນຢູ່ຮ້ານກິນ-ດື່ມແຫ່ງໜຶ່ງໃນເມືອງປາກເຊ ແລ້ວນຳມາເສບເອງ 5 ເມັດ; ຮອດວັນທີ 26 ມັງກອນ 2018 ໄດ້ເອົາຢາບ້າຈຳນວນດັ່ງກ່າວໄປຂາຍໃຫ້ຜູ້ທີ່ສັງຊື້ຢູ່ບ້ານສະໜາມໄຊ ເມືອງປາກເຊ ພໍຂັບລົດໄປຮອດຈຸດກວດກາ ຫຼັກ 3 ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຢາບ້າ 355 ເມັດ, ໂທລະສັບ 2 ໜ່ວຍ ແລະ ລົດຈັກ 1 ຄັນ ໄປດຳເນີນຄະດີ.