ອຸບັດຕິເຫດລົດບັນທຸກ 12 ລໍ້ ກັບລົດຈັກຕໍາກັນທີ່ເສັ້ນທາງ 15A ບ້ານກະຊະໃຫຍ່ ເມືອງ ແລະ ແຂວງສາລະວັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດພ້ອມກັນ 3 ຄົນ. ໃນເບື້້ອງຕົ້ນ, ເຈົ້າໜ້າທີ່ສັນນິຖານວ່າ ອາດເກີດຈາກແຮງລົມທີ່ລົດ 12 ລໍ້ແລ່ນຜ່ານ ແລະ ດູດ ເປັນເຫດໃຫ້ລົດຈັກເສຍຫັຼກແລ້ວຈຶ່ງຖືກຕໍາ.

ພັທ ອຸດອນ ແກ້ວແສງມະນີ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງສາລະວັນ ໃຫ້ຮູ້ວ່າ:

ໃນເວລາປະມານ 8:50 ໂມງ ຂອງວັນທີ 13 ກໍລະກົດ 2020, ກ່ອນເກີດເຫດມີລົດບັນທຸກ 12 ລໍ້ ຈໍານວນ 3 ຄັນ ຂັບຂີ່ຈາກຕົວເມືອງສາລະວັນ ມຸ່ງໜ້າໄປທາງຊາຍແດນຫວຽດນາມ ຕາມເສັ້ນທາງເລກທີ 15A (ສາລະວັນ-ແດນຫວຽດນາມ). ໃນນີ້, ລົດຄັນທີ່ເກີດເຫດເປັນລົດເຊັກແມນ ຂັບຂີ່ໂດຍ ທ້າວ ຕູ້ ອາຍຸ 48 ປີ ບ້ານໜອງຟັງຢອງ ເມືອງສາລະວັນ ແລ່ນຕາມຫຼັງ 2 ຄັນທີ່ອອກໜ້າ. ພໍມາຮອດຈຸດເກີດເຫດ ໄດ້ຕໍາກັບລົດຈັກຂອງ ທ້າວ ເຂີງ ອາຍຸ 26 ປີ ບ້ານແກ້ງສິນ ເມືອງສາລະວັນ ມີພີ່ນ້ອງ 3 ຄົນຊ້ອນທ້າຍ ( ນາງ ອຸຍ ພ້ອມລູກ) ແລະ ມີເຄື່ອງຂອງຈໍານວນໜຶ່ງທີ່ຂັບຂີ່ສວນທາງມາ.

ອຸບັດຕິເຫດຄັ້ງນີ້ ເຮັດໃຫ້ ທ້າວ ເຂີງ, ທ້າວ ແມັກ ອາຍຸ 4 ປີ ແລະ ທ້າວ ແທັກ ອາຍຸ 2 ປີ ( ລູກ ນາງ ອຸຍ ) ເສຍຊີວິດຄາທີ່, ສ່ວນ ນາງ ອຸຍ ໄດ້ຮັບບາດເຈັບສາຫັດ, ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ແຂວງສາລະວັນ ກໍາລັງສືບສວນຢ່າງລະອຽດ.