ກອງປະຊຸມສະຫຼຸບວຽກງານກໍ່ສາງຮາກຖານການເມືອງ ແກ້ໄຂປະກົດການຫຍໍ້ທໍ້ຈຸດສຸມ 3 ບ້ານ ເມືອງສົບເບົາ ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດ 2020, ມີ ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງໆຫົວພັນ ແລະ ພັອ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງ, ມີການນໍາຂັ້ນແຂວງ, ພາກສ່ວນທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ, ພະນັກງານກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ.

ພັທ ໂພໄຊ ສີໄຟ ຫົວໜ້າກອງບັນຊາການ ປກສ ເມືອງສົບເບົາ ຜ່ານຮ່າງບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ແກ້ໄຂປະກົດການຫຍໍ້ທໍ້ ວ່າ: ມີພະນັກງານລົງກໍ່ສ້າງຮາກຖານ ທັງໝົດ 16 ສະຫາຍ ທີ່ຈົບມາຈາກໂຮງຮຽນ ປກສ ຊັ້ນກາງ ແລະ ປະລິນຍາຕີ ລົງປະຈຳຢູ່ແຕ່ລະບ້ານ ຄື: ບ້ານນາສູ້ນ, ບ້ານລ້ອງເງິນ ແລະ ບ້ານນ້ຳບົງ.

ໃນໄລຍະ 1 ປີຜ່ານມາ, ການລົງຮາກຖານໄດ້ນຳເອົາແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍ, ມະຕິ ແລະ ຄໍາສັ່ງຕ່າງໆ ລົງເຜີຍ ແຜ່ໃຫ້ປະຊາຊົນຢ່າງທົ່ວເຖິງ, ສົມທົບກັບ ອົງການປົກຄອງບ້ານ ເພື່ອຊອກຫາສາເຫດທີ່ພົບຄວາມຫຍຸ້ງຍາກ, ບໍ່ມີຄວາມສະຫງົບ ແລະ ປະກົດການຫຍໍ້ທໍ້ ເພື່ອຊອກວິທີທາງແກ້ໄຂ ເຊິ່ງມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ:

ເປັນເຈົ້າການໃນການປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂປະກົດການຫຍໍ້ທໍ້, ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ເພື່ອທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກກຸ່ມຄົນບໍ່ດີ, ປັບປຸງສໍາມະໂນຄົວຄືນ 2 ບ້ານ ຄື: ບ້ານລ້ອງເງິນ ແລະ ບ້ານນ້ຳບົງ ມີ 129 ຄອບຄົວ, ອອກປຶ້ມສໍາມະໂນຄົວໃໝ່ໄດ້ 34 ຄອບຄົວ, ສຶກສາອົບຮົມເປົ້າໝາຍເຄື່ອນໄຫວສາສະໜາທີ່ຂັດກັບແນວທາງ 118 ຄົນ ແລະ ມີ 6 ຄົນທີ່ອອກຈາກສາສະໜາ, ມ້າງຄະດີຄ້າຂາຍຢາເສບຕິດໄດ້ 4 ເລື່ອງ, ຜູ້ຖືກຫາ 4 ຄົນ ຍິງ 2 ຄົນ, ຢຶດຂອງກາງຢາບ້າ ໄດ້ 234 ເມັດ ແລະ ວຽກງານອື່ນໆ ກໍພົ້ນເດັ່ນ. ນອກຈາກນັ້ນ, ພະນັກງານກໍ່ສ້າງຮາກຖານ ກໍໄດ້ລົງໃກ້ຊິດຕິດແທດປະຊາຊົນຢູ່ບ້ານອ້ອມຂ້າງ ຊ່ວຍເຫຼືອເບິ່ງແຍງພໍ່-ແມ່ປະຊາຊົນ ແລະ ໄດ້ປະສານສົມທົບກັບ ປກສ ກຸ່ມບ້ານ ເມືອງລ້ອງ ເຮັດວຽກງານວິຊາສະເພາະໄດ້ຕາມລະດັບຄາດໝາຍ.

ໃນຕອນທ້າຍກອງປະຊຸມ, ທ່ານ ພູໂຊນ ທຳມະວິໄຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດທີ່ພະນັກງານລົງກໍ່ສ້າງຮາກຖານຍາດມາໄດ້ ໃນໄລຍະຜ່ານມາ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ ຄະນະນໍາຂອງເມືອງດັ່ງກ່າວ ຕ້ອງເອົາໃຈໃສ່ປັບປຸງບ້ານທີ່ລົງພື້ນຖານແລ້ວໃຫ້ມີຄວາມຮັ່ງມີ-ສີວິໄລ, ອົງການປົກຄອງບ້ານຕ້ອງມີຄວາມເຂັ້ມແຂງ, ສ້າງຄວາມເປັນເຈົ້າຂອງປະຊາຊົນ, ສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂປະກົດການຫຍໍ້ທໍ້, ການຈັດຕັ້ງບ້ານຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ມີການປະຊຸມວາງທິດທາງແຜນການໃນແຕ່ລະໄລຍະ ໂດຍຕິດພັນກັບ ຊີວິດການເມືອງ ເພື່ອເຮັດໃຫ້ຂອບເຂດຄວາມຮັບຜິດຊອບຂອງຕົນ ມີຄວາມສະຫງົບປອດໄພໂດຍພື້ນຖານ.